Saturday, January 18, 2025

ຊາວໜຸ່ມ ຖະແຫຼງຂ່າວວັດທະນະທໍາແລະທ່ອງທຽວ ນວ ໄດ້ຮັບນາມມະຍົດ 4 ບຸກ 3 ປີຊ້ອນ

ຄະນະບໍລິຫານງານຊາວໜຸ່ມ ປປ ລ ຮາກຖານພະແນກຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທຽວ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂື້ນວັນທີ 6 ມີນາ 2019 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ພູສອນ ໄຊຍະລາດ ເລຂາຄະນະບໍລິຫານງານຊາວໜູຸ່ມ ປປລ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ ມີສະຫາຍ ນາງ ສຸມາລີ ທໍາມະວົງ ເລຂາຄະນະບໍລິຫານງານ ປປລ ນະຄອນຫຼວງວຽງຈັນ ສະຫາຍ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ຜູ້ຕາງໜ້າຈາກອົງການຈັັັັັດຕັ້ງມະຫາຊົນ ແລະ ສະມາ ຊິກຊາວໜຸ່ມເຂົ້າຮ່ວມ.

ສະຫາຍ ພູສອນ ໄຊຍະລາດ ກ່າວວ່າ: 5 ປີທີ່ຜ່ານມາ ອົງການຈັດຕັ້ງຊາວໜຸ່ມຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ ໄດ້ເອົາໃຈໃສ່ ແລະ ຖືເປັນບັນຫາສໍາຄັນວຽກງານສຶກສາອົບຮົມແນວຄິດ-ການເມືອງ ໃຫ້ສະມາຊິກ ປັບປຸງການຈັດຕັ້ງ ແລະ ຂະຫຍາຍສະມາຊິກ ປັດຈຸບັນມີສະ ມາຊິກ 128 ສະຫາຍ ຍິງ 63 ສະຫາຍ ມີກອງອາສາສະໝັກຊາວໜຸ່ມຕະລຸມບອນຂົງເຂດທະແຫຼງຂ່າວ ຂົງເຂດວັດທະນະທໍາ ແລະ ຊາວໜຸ່ມຕະລຸມບອນ ຂົງເຂດທ່ອງທຽວ ເປັນສະມາຊິກພັກສົມບູຍ 34ສະຫາຍ ຍິງ 10 ສະຫາຍ ສະມາຊິກສະຫະພັນແມ່ຍິງ 34 ສະຫາຍ ສະມາຊິກກຳມະບານ75 ຍິງ25 ສະຫາຍ ສະມາຊິກຊາວໜຸ່ມ ປປລ ຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ ໄດ້ສັງກັດໃນທຸກຂະແໜງການ ແລະ ທຸກກອງວິຊາການ ໂດຍແບ່ງເປັນ 10 ໜ່ວຍ ຕາມເງື່ອນໄຂດ້ານວິຊາສະເພາະ ຜ່ານການປະຕິບັດວຽກງານໄດ້ຮັບການຍ້ອງຍໍຂັ້ນກົມກອງ 1 ຄັ້ງ ໃນການປະຕິບັດວຽກງານຊາວໜຸ່ມ ສົກປີ 2013-2018 ໄດ້ຮັບການຍ້ອງຍໍໃນການປະກອບສ່ວນເຄື່ອນໄຫວ ວຽກງານຊາວໜຸ່ມຕະ ຫຼອດໄລຍະອາຍຸການກະສຽນຊາວໜຸ່ມ 17 ສະຫາຍ ໄດ້ຮັບການຍ້ອງຍໍສັນລະເສີນ ຜົນງານຈາກອໍານາດການປົກຄອງຂອງລັດ ປະເພດບຸກຄົນດີເດັ່ນຄື: ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈຳນວນ 1 ສະຫາຍ ຫຼຽນໄຊແຮງງານຊັ້ນ 2 ຈໍານວນ 19 ສະຫາຍ ຫຼຽນໄຊແຮງງານຊັ້ນ 3 ຈຳນວນ 15 ສະຫາຍ ຫຼຽນກາແຮງງານ 31 ສະຫາຍ ແລະ ຍ້ອງຍໍຂັ້ນ ນະຄອນຫຼວງວຽງຈັນ 44 ສະຫາຍ ຍິງ 24 ສະຫາຍ ໄດ້ກວດກາຕີລາຄາຈັດແບ່ງປະເພດສະມາຊິກຊາວໜຸ່ມໃນບັ້ນສະຫຼຸບຂໍ້ແຂ່ງຂັນ 4 ບຸກໄດ້ 3 ປີຊ້ອນ ຄື: ປີ 2016 ປີ 2017 ແລະ ປີ 2018.

ສະຫາຍ ນາງ ສຸມາລີ ທຳມະວົງ ໄດ້ມອບໃບຍ້ອງຍໍ ຂອງຄະນະບໍລິຫານງານໜຸ່ມ ປປລ ນະຄອນ ຫຼວງວຽງຈັນ ໃຫ້ສະມາຊິກຊາວໜຸ່ມ ຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2018 ຈຳນວນ 128 ສະຫາຍ ຍິງ 63 ສະຫາຍ ມອບທຸງໄຊນຳໜ້າ 4 ບຸກ ຂອງຊາວໜຸ່ມ ໃຫ້ຄະນະຊາວໜຸ່ມ ປປລ ຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ ທີ່ສາມາດຈັດຕັ້ງປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກຂອງຊາວໜຸ່ມ ສຳເລັດ 3 ປີລຽນຕິດ ມອບໃບຢັ້ງຢືນ 4 ບຸກປະຈຳປີ 2018 ແລະໃບຢັ້ງຢືນ 4 ບຸກໃຫ້ 10 ໜ່ວຍຊາວໜຸ່ມ ປປລ ທີ່ໄດ້ສັງກັດໃນທຸກຂະແໜງການທົ່ວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽວ.

ນອກນີ້ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ປປ ລ ຊຸດໃໝ່ ໂດຍມີຜູ້ລົງສະໜັກ 11 ສະຫາຍ ເລືອກເອົາ 9 ສະຫາຍໂດຍເປັກເອກະພາບເອົາສະຫາຍ ພູສອນ ໄຊຍະລາດ ເປັນເລຂາ ສະຫາຍ ອຳພອນ ແສງທຳຍອງ ເປັນຮອງເລຂາ ທັງເປັນປະທານກວດກາ ສະຫາຍ ນາງ ຄອງປະກາຍ ຄັດຕະມອນ ແລະ ສະຫາຍ ຄອນແກ້ວ ສີສູນທອນ ເປັນຮອງເລຂາ.

ທີ່​ມາ: ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ Vientiane Capital Youth Union

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: