ນະຄອນຫຼວງ ເປີດໃຫ້ເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ

ໃນວັນທີ 14 ມີນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນຮ່ວມກັບທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ຄະນະນໍາອໍານາດການປົກຄອງນະຄອນ ຫຼວງວຽງຈັນ ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2019 ຂຶ້ນໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສີລິລາດ ທົງສິນທອງເພັງ ຫົວໜ້າສ່ວຍສາອາກອນ ນະຄອນຫຼວງວຽງຈັນ, ທ່ານ ວຽງສຸກ ຈຸນທະວົງ ຮອງຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ, ມີບັນດາພະນັກງານຫຼັກແຫຼ່ງຈາກຂະແໜງສ່ວຍສາອາກອນ ແລະ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ແກ້ວພິລາວັນ ອາໄພລາດ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມຄາດໝາຍສູ້ຊົນຂອງພັກແຕ່ນີ້ຫາ 2020 ໃຫ້ປະເທດລາວຫຼຸດພົ້ນອອກຈາດສະພາບດ້ອຍພັດທະນາກາຍເປັນປະເທດທີ່ພັດທະນາເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ປະເທດລາວມີຄວາມຮັ່ງມີ ເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມສີວິໄລ ເຊິ່ງເປັນໜ້າທີ່ຂອງທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ວຽກງານພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍ່ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ເປັນພຶ້ນຖານໃຫ້ແກ່ຄາດໝາຍຂອງການພັດທະນາ ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດແມ່ນໜ້າທີ່ຂອງທຸກພາກສ່ວນນັບທັງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ ແລະ ພົນລະເມືອງລາວທຸກໆຄົນຕ້ອງມີສ່ວນຮ່ວມ.
ທັງນີ້, ການເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2019 ກໍ່ເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກ ໃຫ້ບັນດາອົງການຈັດຕັ້ງລັດ, ພະນັກງານລັດຖະກອນໄດ້ມາເສຍຄ່າທໍານຽມທາງ ແລະ ພາສີທີດິນ ປະຈໍາປີ 2019 ໃຫ້ເປັນຂະບວນຟົດຟື້ນ, ອັນສໍາຄັນກໍ່ແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າ ສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈ ທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍ່ຄືການສ້າງສາພັດທະນາປະເທດຊາດ.
ພ້ອມກັນນັ້ນ, ທ່ານຍັງໄດ້ເຊີນຊວນອົງການຈັດຕັ້ງທຸກພາສ່ວນ, ພະນັກງານລັດຖະກອນ ພໍ່ແມ່ປະຊາຊົນ ໃຫ້ພ້ອມກັນມາປະກອບສ່ວນມອບພັນທະເຂົ້າງົບປະມານແຫ່ງລັດ ດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະພາສີທີ່ດິນ, ຮັບປະກັນໃຫ້ໄດ້ໝາກຜົນ ແລະ ປະສິດທິພາບສູງຕາມຈຸດປະສົງ ແລະ ລະດັບຄາດໝາຍແຜນການທີ່ວາງໄວ້.
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...