ສິດເກົ່າອຸດົມວຽງຈັນປ້າຍຂຽວ 1985 – 1988 ມອບເຄື່ອງຊ່ວຍເຫຼື່ອໂຮງຮຽນ ປະຖົມນ້ຳຮອນ ເມືອງໝື່ນ


ເພື່ອເປັນການຊ່ວຍເຫຼືອສັງຄົມ ກໍ່ຄື່ຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ ແລະ ເພື່ອສະເເດງຄວາມຮູ້ບຸນຄຸນ ອັນລົ້ນເຫຼືອຕໍ່ຄູອາຈານ ຜູ້ສິດສອນ ຕົນເອງມາ ໃຫ້ມີຄວາມຮູ້ຄວາມສາມາດ ມີຊີວິການງານທີ່ດີ ໃນທຸກວັນນີ້.
ວັນທີ 17 ມີນາ 2019 ນີ້ ສິດເກົ່າອຸດົມວຽງຈັນ ປ້າຍຂຽວ 1985 – 1988 ທັງທ່ານຍິງ ແລະ ທ່ານຊາຍ ໄດ້ຮ່ວມໃຈກັນ ນຳເອົາອຸປະກອນການຮຽນການ – ການສອນ ເຄື່ອງນຸ້ງນັກຮຽນ ,ເຄື່ອງຫຼິ້ນເດັກອະນຸບານ, ອຸປະກອນກຸລາ ,ພັດລົມຕິດເພດານ ແລະ ເຂົ້າໜົມ ລວມມູນຄ່າທັງໝົດປະມານ 60 ລ້ານກວ່າກີບ ມາມອບໃຫ້ໂຮງຮຽນປະຖົມນ້ຳຮອນ ເມືອງໝື່ນ ແຂວງວຽງຈັນ.

ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ – ເມືອງໝື່ນ,ມີທ່ານ ອາຈານ ສາຍຝົນ ສໍສັກສິດ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ,ມີທີມງານສິດເກົ່າອຸດົມວຽງຈັນ 60 ກວ່າຄົນ,ຄູອາຈານຜູ້ສິດສອນ ແລະ ນ້ອງນ້ອຍນັກຮຽນປະຖົມນ້ຳຮອນເຂົ້າຮ່ວມ.

ອຸປະກອນຕ່າງໆ ທີ່ນຳມາມອບ ແມ່ນ ທີມງານສິດເກົ່າອຸດົມວຽງ ຈັນທັງທ່ານຍິງ ແລະ ທ່ານ ຊາຍ ໄດ້ພ້ອມພຽງໃຈກັນຈັດເກັບ ແລະ ຮວບຮວມ ນຳມາແຈກຍາຍໃຫ້ກັບ ນ້ອງນ້ອຍນັກຮຽນ ດ້ວຍຕົນເອງກັບມື ເຊິ່ງເອີ້ນໄດ້ວ່າເປັນບັນຍາກາດ ແຫ່ງຄວາມເບີກບານມ່ວນຊື່ນ ເຕັມໄປດ້ວຍນ້ຳໃຈໄມຕີຈິດຄວາມຮັກເເພງ ແລະ ຄວາມດີໃຈຂອງນ້ອງນ້ອຍນັກຮຽນ ທີ່ໄດ້ຮັບການຊ່ວຍເຫຼືອໃນເທື່ອນີ້ ພິເສດກວ່ານັ້ນ ເມື່ອສຳເລັດການເເຈກອຸປະກອອນການຮຽນ – ການສອນ ແລ້ວ ຍັງມີການແຈກຍາຍເຂົ້າໜົມ,ເຂົ້າຈີ່ປາເຕ໋ ຕື່ມອີກ ໂອກາດດຽວກັນ ທີມງານ ສິດເກົ່າຍັງມີຂອງຂວັນພິເສດ ລົດຖີມ 1 ຄັນ ພ້ອມອຸປະກອນການຮຽນ ຄົບຊຸຸດມອບໃຫ້ ຮັກຮຽນ ເກັ່ງຂອງໂຮງຮຽນ ປະຖົມນ້ຳຮອນ ທີ່ສອບເສັງຕິດອັນດັບແຂວງ ຕື່ມອີກ.

ທ້າຍ ພິທີ ຕາງໜ້າສິດເກົ່າອຸດົມວຽງຈັນ ກໍ່ໄດ້ໃຫ້ກຽດໂອ້ລົມ ຫຼານນ້ອຍນັກຮຽນ ປະຖົມນ້ຳຮອນ ເຊິ່ງ ທ່ານກໍ່ໄດ້ກ່າວສະເເດງຄວາມຮູ້ສຶກ ພາກພູມໃຈ ແລະ ລະນຶກເຖິງບຸນຄຸນຄູຜູ້ສິດສອນຕົນເອງຢູ່ຕະຫຼອດເວລາ ການມອບອຸປະກອນຄັ້ງນີ້ກໍ່ໄດ້ມາຈາກຄວາມສາມັກຄີ,ຄວາມສຳເລັດໃນຊີວິດການງານ ນັ້ນກໍ່ຄືຄວາມຕັ້ງໃຈສຶກສາຮ້ຳຮຽນ ສະນັ້ນຂໍໃຫ້ຫຼານນ້ອຍທຸກຄົນໃນໂຮງຮຽນ ປະຖົມນ້ຳຮອນ ເມື່ອໄດ້ຮັບເຄື່ອງແລ້ວໃຫ້ນຳໄປ ໃຊ້ໃຫ້ເກີດປະໂຫຍດໃນການຮ່ຳຮຽນ ແລະ ຈົ່ງພ້ອມກັນຕັ້ງໃຈສຶກສາຮ່ຳຮຽນ ເອົາຄວາມຮູ້ ພ້ອມກັນເປັນຄົນດີ ຂອງຊາດ ເເລະ ໃນອະນາ ຄົດທາງໜ້າ ຂໍໃຫ້ທຸກໆຄົນ ໄດ້ມີໂອກາດກັບມາພັດທະນາບ້ານເກີດເມືອງນອນ ແລະ ຊ່ວຍເຫຼືອສັງຄົມຕໍ່ໄປ.

ທີ່​ມາ:ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...