ເປີດໃຫ້ຈອງແລ້ວ ພັນທະບັດລັດຖະບານ ມູນຄ່າ 7 ຮ້ອຍກວ່າຕື້ກີບ

ທ່ານ ສົມບູນ ອິນທະປັດຖາ

ໃນວັນທິີ 25 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ຫ້ອງການກະຊວງການເງິນ ຮ່ວມກັບ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ ທຄຕລ-ກທ ຈໍາກັດ ແລະບໍລິສັດ ຫຼັກຊັບລາວ-ຈີນ ຈໍາກັດ ຈັດພິທີຖະແຫຼງຂ່າວ ການເປີດຈອງຊື້ພັນທະບັດລັດຖະບານ ທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໃນມູນຄ່າ 714 ຕື້ກວ່າກີບ, ໃຫ້ກຽດຖະແຫຼງຂ່າວມີທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ທ່ານ ອານຸກອນ ສຸທໍາມະວົງ ຮັກສາການຜູ້ອໍານວຍການ ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ, ທ່ານ ເທບສະຫວັນ ດິຕິຍະວົງ ຮັກສາຜູ້ອໍານວຍການບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (BCEL-KT), ທ່ານ ລິນ ລີ ຜູ້ອໍານວຍການ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ, ໂດຍມີທ່ານນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມ.

ທ່ານ ສົມບູນ ອິນທະປັດຖາ ກ່າວວ່າ: ການຈັດພິທີແຫຼງຂ່າວຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອໃຫ້ບັນດາທ່ານ, ຜູ້ລົງທຶນ, ນັກທຸລະກິດ ຮັບຊາບເຖິງຄວາມຄືບໜ້າຂອງແຜນການຂາຍພັນທະບັດລັດຖະບານ, ຊຶ່ງ ບໍລິສັດຫຼັກຊັບ 3 ແຫ່ງ ໄດ້ນໍາໃຊ້ຈຸດແຂງ ແລະຖານລູກຄ້າຂອງແຕ່ລະບໍລິສັດທີ່ມີຢູ່ໃນການໃຫ້ຂໍ້ມູນກັບນັກລົງທຶນພາຍໃນ ແລະຕ່າງປະເທດນັບຕັ້ງແຕ່ຕົ້ນປີ 2019 ເປັນຕົ້ນມາ, ການອອກພັນທະບັດໃນຄັ້ງນີ້ ມີມູນຄ່າ ທັງໝົດ 714,87 ຕື້ກວ່າກີບ, ລາຄາກໍານົດ ແລະລາຂາຍ ໜ່ວຍລະ 1 ລ້ານກີບ ໂດຍແບ່ງພັນທະອອກເປັນ 4 ລຸ້ນຄື: ອາຍຸ 1 ປີ, 3 ປີ, 5 ປີ ແລະ 7 ປີ.  ສໍາລັບອາຍຸ 1 ປີ ມີມູນຄ່າບໍ່ເກີນ 210 ຕື້ກວ່າກີບ, ສ່ວນ 500 ຕື້ກວ່າກີບ ແມ່ນແບ່ງໄປໃສ່ 3, 5 ແລະ 7 ປີ, ຊຶ່ງອັດຕາດອກເບ້ຍ 1ປີ ເທົ່າ 5,3%, 3 ປີ ເທົ່າ 6,80%, 5 ປີ 6,95% ແລະ 7 ປີ 7,10% ການຈ່າຍດອກເບ້ຍ ແມ່ນ ຈ່າຍ 2 ຄັ້ງຕໍ່ປີ.

ທ່ານ ອານຸກອນ ສຸທໍາມະວົງ ກ່າວ່າ: ພາຍຫຼັງທີ່ທັງສາມບໍລິສັດຫຼັກຊັບໄດ້ ມີການລົງຫາລູກຄ້າທັງພາຍໃນ ແລະຕ່າງປະເທດ ປາກົດວ່າໄດ້ຮັບຄວາມສົນໃຈຈາກນັກລົງທຶນຫຼາຍພໍສົມຄວນ ໂດຍສະເພາະແມ່ນນັກລົງທຶນພາຍໃນປະເທດທີ່ກວມເອົາສ່ວນໃຫຍ່ຂອງຍອດຊື້ພັນທະບັດລັດຖະບານທັງໝົດ ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າຜູ້ລົງທຶນພາຍໃນມີຄວາມເຂົ້າໃຈ ກັບກົນໄກການລົງທຶນໃສ່ພັນທະບັດຂອງລັດຖະບານຢ່າງເປັນມືອາຊີບຫຼາຍຂຶ້ນ.

ສໍາລັບການເປີດຈອງຊື້ພັນທະບັດລັດຖະບານໃນຄັ້ງນີ້ ຈະເລີ່ມເປີດໃຫ້ກັບຜູ້ລົງທຶນພາຍໃນ ແລະຕ່າງປະເທດຈອງໄດ້ໃນລະຫວ່າງວັນທີ 25 ມີນາ ຫາ ວັນທີ 5 ເມສາ 2019 ເລີ່ມແຕ່ເວລາ 8:30-15:30 ໂມງ ຕະຫຼອດຊ່ວງໄລຍະເວລາການເປີດຈອງຊື້, ຊຶ້ງສາມາດຊື້ໄດ້ທີ່ສໍານັກງານຂອງບໍລິສັດຫຼັກຊັບທັງສາມແຫ່ງ ທີ່ອາຄານຕະຫຼາດຫຼັກຊັບລາວ (BCEL, LDB, APB), ທັງກໍາເອົາວັນທີ 5 ເດືອນ ເມສາ 2019 ເປັນມື້ຄິດໄລ່ອັດຕາດອກເບ້ຍ ແລະຈົດທະບຽນໃນຕະຫຼາດຫຼັກລາວ ໃນວັນທີ 25 ເມສາ 2019, ການຈອງຊື້ພັນທະບັດຄັ້ງນີ້ ຈະໃຊ້ຫຼັກການມາກ່ອນໄດ້ກ່ອນ First In First Serve ຊຶ່ງຜູ້ລົງທຶນຕ້ອງການຊື້ແບບທະວີຄູນ ເທື່ອລະ 10 ລ້ານກີບ ຂຶ້ນໄປ ແລະຈະປິດຈອງຊື້ທັນທີ ຖ້າຫາກການຈອງຊື້ພັນຖະບັດຄົບຕາມຈໍານວນທີ່ໄດ້ອອກຈໍາໜ່າຍໃນຄັ້ງນີ້ ເຖິງວ່າຈະບໍ່ຮອດວັນທີ 5 ເມສາ 2019 ກໍ່ຕາມ, ການຈອງຊື້ພັນທະບັດລັດຖະບານຄັ້ງນີ້ ຜູ້ລົງທຶນສາມາດແລກປ່ຽນມື້ໃນຕະຫຼາດຂັ້ນສອງໄດ້ ເຊີ່ງຕະຫຼາດຫຼັກຊັບລາວ ໄດ້ມີລະບົບ ແລະກົນໄກຊື້-ຂາຍພັນທະບັດແລ້ວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.