ເຮັດບຸນປີໃໝ່ ໄປໄຫວ້ພະທາດ
ຂໍພອນ ຈາກ ພະພຸດທະຮູບສີລາແລງ ອາຍຸ 1300 ປີ

ປິໃໝ່ລາວໃຜຢາກໄປສັກກະລະສິ່ງສັກສິດທັງສອງແຜ່ນດີນ, ເຮັດບຸນຈາກຝັ່ງທາງປະເທດລາວເຮົາແລ້ວ, ຊິໄປຕໍ່ທີ່ ວັດໂພ ຢູ່ອຸດອນກະໄດ້

ພະບໍລົມມະທາດທຳເຈດີ ວັດໂພທິສົມພອນ ຈັງຫວັດອຸດອນທານີ ປະເທດໄທ

ວັດໂພທິສົມພອນນີ້ກໍ່ເປັນວັດໜຶ່ງທີ່ຕັ້ງຢູ່ເມືອງໝາກແຂ້ງ,ຈັງຫວັດອຸດອນທານີ ການເດີນທາງຈາກນະຄອນຫຼວງໄປກະບໍ່ໄກ ເປັນວັດອາຣາມຫຼວງປະຈຳເມືອງອຸດອນທານີ

ວັດນີ້ເປັນວັດກຳມະຖານເໝາະສຳລັບຄົນທີ່ຢາກມາປະຕິບັດທຳ ເຊີ່ງພາຍໃນວັດປະກອບດ້ວຍ ພະທາດເຈດີ ເຊິ່ງເປັນພະທາດທີ່ສັກສິດໄດ້ຮັບຄວາມເຄົາລົບ ແລະ ສັດທາຈາກຊາວອຸດອນ ຈັດສ້າງຂື້ນເພື່ອໄວ້ບັນຈຸຄໍາສັ່ງສອນຂອງພຸດທະເຈົ້າ ເປັນບູລິສະຖານສຳຄັນ ສູນລວມຈິດໃຈ ແລະ ເປັນທີ່ເຄົາລົບບູຊາຂອງພຸດທະສານິກະຊົນທັງຫຼາຍ.

ພາຍໃນຊັ້ນທີ່ 2 ຂອງພະເຈດີເປັນພິພິດຕະພັນບູລະພາຈານຝ່າຍກຳມະຖານ ຈັດສະແດງຮູບພາບຈິດຕະກອນຕາມຝາທີ່ອະທິບາຍເລື່ອງລາວສະທ້ອນຮູບປະຫວັດສາດພະສົງຂອງວັດ ມຸ່ງສຶກສາກຳມະຖານ ແລະ ປະຕິບັດທຳສຶບຕໍ່ຕາມຄູອາຈານ

ນອກຈາກນີ້ ທາງດ້ານຫຼັງພະເຈດີຍັງມີ ພະພຸດທະຮູບສີລາແລງ ເປັນພະພຸດທະຮູບປາງປະທານພອນ ຫຼື ເຂົາເອີ້ນອີກຊື່ໜື່ງວ່າ “ພະຂໍ” ເຊິ່ງເຊື່ອວ່າ ຂໍພອນສິ່ງໃດກໍສົມປາດຖະໜາ ສ້າງຂື້ນໃນສະໄໜລົົບບູລີມີອາຍຸ 1300 ປີ ເປັນອີກໜື່ງສະຖານທີ່ ທີ່ໄດ້ມາອຸດອນແລ້ວຕ້ອງມາໄຫ້ວພະຂໍພອນສັກເທື່ອໜຶ່ງ.

ພະຂໍ ພະພຸດທະຮູບສີລາແລງ ອາຍຸ 1300 ປີ

ຂໍຂອບໃຈໂຮງແຮມ ເດີ ພຣີ້ນເຊສ ທີ່ພາມາເດີ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...