ເມືອງໂຂງ ພົບຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 87 ກໍລະນີ ແລະ ເສຍຊີວິດ 1 ຄົນ

ນັບແຕ່ຕົ້ນເດືອນ ມັງກອນ ຫາເດືອນ ພຶດສະພາ ປີ 2019 ຢູ່ເມືອງໂຂງ ແຂວງຈຳປາສັກ ໄດ້ມີຜູ້ຕິດເຊື້ອໄຂ້ຍຸງລາຍຈຳນວນທັງໝົດ 87 ກໍລະນີ ແລະ ເສຍຊີວິດ 1 ຄົນທີ່ບ້ານຫາງສັນ; ພາກສ່ວນທີ່ກ່ຽວຂ້ອງກໍ່ຄືຫ້ອງການສາທາລະນະສຸກເມືອງມີຄວາມກັງວົນວ່າ: ພະຍາດໄຂ້ຍຸງລາຍຈະລະບາດເປັນວົງກວ້າງຄືກັບຫຼາຍປີທີ່ຜ່ານມາ ຈຶ່ງຫາວິທີປ້ອງກັນໂດຍຈັດກິດຈະກຳທຳລາຍໜອນນ້ຳ ແລະ ວິທີອື່ນໆ.

ພາກສ່ວນທີ່ກ່ຽວຂ້ອງຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົງມີສ່ວນຮ່ວມຫຼາຍຂຶ້ນໃນການຕອບໂຕ້ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ໂດຍໃຫ້ປະຕິບັດ 5 ປເຊັ່ນ: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່; ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ…; ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳ; ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ…; ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ຟ້າວໄປປິ່ນປົວຢູ່ໂຮງໝໍ ຫຼືສຸກສາລາໃກ້ບ້ານທ່ານ.

ທີ່​ມາ: ໜັງ​ສື​ພິມ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...