ຟຣີ ຄ່າຮຽນ, ຄ່າຫໍພັກ ແລະ ຄ່າອຸປະກອນການຮຽນ ສາຂາ ຊ່າງຖັກວິກຜົມ ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ

ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ໄດ້ຮ່ວມມືກັບ ບໍລິສັດ ລາວຄວາລິຕີ ຈຳກັດ, ເປີດສອນການຝຶກສີມືແຮງງານ ສາຂາ ຊ່າງຖັກວິກຜົມ .

ໃນວັນທີ 8 ພຶດສະພາ 2019, ທີ່ ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ, ໄດ້ມີພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງ ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ແລະ ບໍລິສັດ ລາວຄວາລິຕີ ຈຳກັດ, ຕາງໜ້າເຊັນໂດຍ ທ່ານ ປອ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ແລະ ທ່ານ Hitoshi Akatsaka ຜູ້ຈັດການ ບໍລິສັດ ລາວຄວາລິຕີ ຈຳກັດ, ມີທ່ານຮອງຫົວໜ້າຫ້ອງການ, ພະນັກງານວິຊາການ ແລະ ຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການຮ່ວມມືໃນຄັ້ງນີ້;ມີໄລຍະ 3 ປີ ແລະ ສາມາດຕໍ່ອາຍຸໄດ້ຖ້າຫາກຜົນການປະເມີນເປັນທີ່ພໍໃຈຂອງທັງສອງຝ່າຍ. ການຮຽນສາຂາຊ່າງຖັກວິກຜົມ ເປັນໄລຍະສັ້ນ 2 ເດືອນຕໍ່ຊຸດ, ພ້ອມອອກໃບຢັ້ງຢືນໃຫ້ພ້ອມ, ນັກຮຽນທີ່ມາຝຶກອົບຮົມໃນສາຂາ ວິຊາຊີບດັ່ງກ່າວ ແມ່ນຟຣີ ຄ່າຮຽນ, ຄ່າຫໍພັກ, ຄ່າອຸປະກອນການຮຽນ ແລະ ລ້ຽງເຂົ້າມື້ລະ 3 ຄາບ, ຫລັງຈາກຮຽນຈົບຫລັກສູດແລ້ວສາມາດ ເຂົ້າເຮັດວຽກກັບບໍລິສັດ ລາວຄວາລິຕີ ຈຳກັດໄດ້ທັນທີ, ພ້ອມນີ້ ເພື່ອເປັນການຝຶກສີມືແຮງງານໃນສາຂາ ຊ່າງຖັກວິກຜົມ ເພື່ອສະໜອງແຮງງານໃຫ້ແກ່ ບໍລິສັດ ລາວຄວາລິຕີ ຈຳກັດ, ທັງເປັນການສ້າງວຽກເຮັດງານທຳໃຫ້ແກ່ກຳລັງແຮງງານງານລາວທີ່ຫວ່າງງານ, ໃຫ້ມີລາຍໄດ້ສາມາດກຸ້ມຕົວເອງ ແລະ ຄອບຄົວ.

ຖ້າຫາກນັກຮຽນນັກສຶກສາ ຫຼື ທ່ານໃດທີ່ຍັງບໍ່ມີວຽກເຮັດງານທໍາ ແມ່ນສາມາດມາລົງທະບຽນ ຫຼື ຕິດຕໍ່ພົວພັນກັບ ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ໄດ້ໃນໂມງລັດຖະການວັນຈັນ-ວັນສຸກ, ສະຖານທີ່ໂຮງຮຽນຕັ້ງຢູ່: ຖະໜົນໂພນຕ້ອງ-ດົກໂດກ, ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ໂທ: 020 22145483 ອາຈານ ບຸນຍົງ; 02059561631 ອາຈານສຸກັນ, ສ່ວນເອກກະສານສະໝັກມີ: ໃບຢັ້ງຢືນທີຢູ່ ຫຼື ກອບປີ້ສຳມະໂນຄົວ ຫຼື ບັດປະຈຳຕົວ, ເອົາພຽງ 1 ໃນສາມເທົ່ານັ້ນກໍ່ສາມາດເຂົ້າຮຽນໄດ້ທັນທີ.

ທີ່​ມາ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...