ສື່ມວນຊົນລາວ 10 ຄົນ ໄດ້ຮັບການເຝິກອົບຮົມເພີ່ມທັກສະດ້ານການລາຍງານຂ່າວທີ່ ສປ ຈີນ

ສື່ມວນຊົນຈໍານວນ 27 ຄົນ ຈາກ 5 ປະເທດກໍາລັງພັດທະນາ ຄື: ລາວ, ອຸສເບກິສຖານ, ລີບັງ, ເອທີໂອປີ ແລະ ອຸລຸກວາຍ ໄດ້ຮັບການເຝິກອົບຮົມໃນຫົວຂໍ້: “ສື່ມວນຊົນສໍາລັບປະເທດກໍາລັງພັດທະນາ ປະຈໍາປີ 2019” ທີ່ກະຊວງ ການຄ້າຈີນ ຮ່ວມກັບກົມວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງລະຫວ່າງວັນທີ 10 ຫາ 30 ພຶດສະພາ 2019.

ເພື່ອແນໃສ່ຍົກລະດັບຄວາມຮູ້ກ່ຽວກັບການລາຍງານຂ່າວໃຫ້ສື່ມວນຊົນໃນປະເທດ ກຳລັງພັດທະນາໃຫ້ດີຂຶ້ນກ່ວາກ່ວາ, ເຮັດໃຫ້ສໍາມະນາກອນໄດ້ຮັບຮູ້, ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການລາຍງານຂ່າວ ແລະ ອື່ນຯ ກັບຜູ້ຊ່ຽວຊານທີ່ກ່ຽວຂ້ອງຈາກຫລາຍພາກສ່ວນຂອງຈີນ. ນອກຈາກນີ້ ເພື່ອເຮັດໃຫ້ສື່ມວນຊົນຈາກປະເທດກຳລັງພັດທະນາ ໄດ້ມີໂອກາດຮັບຮູ້ ແລະ ເຫັນຕົວຈິງກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມຂອງຈີນທີ່ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນຊຸດເຝິກອົບຮົມຄັ້ງນີ້ ນອກຈາກສື່ມວນຊົນ ຈຳນວນ 27 ຄົນ ຈາກ 5 ປະເທດກຳລັງພັດທະນາ ໄດ້ຮັບຟັງການບັນຍາຍ, ແລກປ່ຽນບົດຮຽນ ແລະ ປະສົບການຈາກຜູ້ຊ່ຽວຊານທີ່ກ່ຽວຂ້ອງຂອງຈີນຫລາຍຫົວຂໍ້ ຍັງຈະໄດ້ໄປທັດສະນະສຶກສາເບິ່ງຫລາຍສະຖານທີ່ສໍາຄັນຂອງຈີນ ເປັນຕົ້ນ: ເຂົ້າຮ່ວມເວທີສົນທະນາກ່ຽວກັບອາລິຍະທໍາອາຊີ, ກຳແພງເມືອງຈີນ, ຫໍພິພິດຕະພັນກະສິກໍາຈີນ, ພະລາດຊະວັງເຈົ້າຈັກກະພັດຈີນ, ສະຖານີວິທະຍຸກວາງຊີ, ບໍລິສັດລິເຄືອຂ່າຍວິທະຍຸ ແລະ ໂທລະພາບກວາງຊີ, ໜັງສືພິມກວາງຊີ, ຫໍພິພິດຕະພັນແຫ່ງຊາດກວາງຊີ, ຫໍພິພິຕະພັນແຫ່ງຊາດຈີນ ແລະ ອື່ນຯ.

ທ່ານ ນາງ Liu Ying ຮອງປະທານສະຖາບັນວິໄຈ ແລະ ເຝິກອົບຮົມ, ກົມວິທະຍຸ ແລະ ໂທລະພແຫ່ງຊາດຈີນ ສະແດງຄວາມຫວັງວ່າຊຸດເຝິກອົບຮົມຄັ້ງນີ້ຈະຊ່ວຍຍົກລະດັບຄວາມຮູ້ດ້ານວິຊາການ ກໍ່ຄື ການລາຍງານຂ່າວຂອງສື່ມວນຊົນໃນປະເທດກໍາລັງພັດທະນາທີ່ເຂົ້າຮ່ວມອົບຮົມດີຂຶ້ນກ່ວາເກົ່າ ແລະ ຮັບຮູ້ຈັກກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຈີນຫລາຍຂຶ້ນ ເພາະນອກຈາກສື່ມວນຊົນທີ່ເຂົ້າຮ່ວມການເຝິກອົບຮົມໄດ້ຮຽນຮູ້ຈາກຜູ້ຊ່ຽວ ຊານດ້ານຕ່າງຯ ຂອງຈີນແລ້ວ ຍັງມີໂອກາດໄດ້ແລກປ່ຽນບົດຮຽນ ແລະ ປະສົບການດ້ານວິຊາຊີບຮ່ວມກັນຕື່ມອີກ.

ທີ່​ມາ​ຂໍ​້​ມູນ: ມີ​ເດຍ​ລາວ Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...