ມອບ-ຮັບ ເຮືອນພັກພະນັກງານດ່ານດາກຕະອອກ ເມືອງດາກຈຶງ ແຂວງເຊກອງ

ໂຄງການກໍ່ສ້າງເຮືອນພັກພະນັກງານປະຈໍາດ່ານດາກຕະອອກ ເມືອງດາກຈຶງ ແຂວງເຊກອງ ເລີ່ມກໍ່ສ້າງມາເປັນເວລາ 8 ເດືອນ ປະຈຸບັນສໍາເລັດ ແລະກໍໄດ້ຈັດພິທີມອບ-ຮັບໃນວັນທີ 10 ພຶດສະພາ 2019 ໂດຍມີທ່ານ ສີສຸພັນ ມະຫາວົງ ຮອງຫົວໜ້າຫ້ອງວ່າການແຂວງເຊກອງ (ສປປ ລາວ) ແລະທ່ານ ພັນເອກ ຫງວຽນ ຮິວ ຖັງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວາງນາມ (ສສ ຫວຽດນາມ), ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງເຮືອນພັກພະນັກງານປະຈໍາດ່ານດາກຕະອອກ ແມ່ນໂຄງການໜຶ່ງທີ່ມີຄວາມໝາຍສໍາຄັນນອນໃນແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍຄືແຂວງເຊກອງ ໂດຍມີຈຸດປະສົງ ເພື່ອກຽມຄວາມພ້ອມໃຫ້ແກ່ການຍົກລະດັບດ່ານດາກຕະອອກເມືອງດາກຈຶງແຂວງເຊກອງ ສປປ ລາວ-ດ່ານນໍ້າຢາງ ແຂວງກວາງນາມ ສສ ຫວຽດນາມ ຂຶ້ນເປັນດ່ານສາກົນໃນຕໍ່ໜ້າ.

ໂດຍໂຄງການດັ່ງກ່າວ ເປັນອາຄານຊັ້ນດຽວ, ປະກອບມີ 14 ຫ້ອງນອນ, 1 ຫ້ອງອາຫານ, 1 ຫ້ອງຄົວ, 1 ຫ້ອງສາງເຄື່ອງ, ພ້ອມດ້ວຍເຄື່ອງເຟີນີເຈີ້, ລະບົບໄຟຟ້າ ແລະນໍ້າປະປາ, ແບບແຜນຜັງຂອງອາຄານເປັນຮູບແບບຊົງລາວປະຍຸກ, ລວມມູນຄ່າການກໍ່ສ້າງທັງໝົດ 13 ຕື້ກວ່າດົ້ງ (ສະກຸນເງິນຫວຽດນາມ) ໂດຍແມ່ນບໍລິສັດຮຸ້ນສ່ວນລົງທຶນ ແລະກໍ່ສ້າງດ່າຍຮົງຟຸກ (ສສ ຫວຽດນາມ) ເປັນຜູ້ຮັບເໝົາກໍ່ສ້າງ ໂດຍເລີ່ມລົງມືກໍ່ສ້າງມາແຕ່ເດືອນສິງຫາ 2018 ແລະສໍາເລັດໃນເດືອນມີນາ 2019.

ທ່ານ ສີສຸພັນ ມະຫາວົງ ກ່າວວ່າ: ໂຄງການກໍ່ສ້າງເຮືອນພັກພະນັກງານປະຈໍາດ່ານດາກຕະອອກ ແມ່ນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນທຶນໃນການກໍ່ສ້າງຈາກລັດຖະບານ ກໍຄືກອງບັນຊາການທະຫານຊາຍແດນແຂວງກວາງນາມ (ສສ ຫວຽດນາມ) ໂດຍໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ສສ ຫວຽດນາມ ຍັງໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງອາຄານດ່ານ 1 ຫຼັງເປັນອາຄານ 2 ຊັ້ນໃນມູນຄ່າເກືອບ 50 ຕື້ດົ້ງ ຊຶ່ງກໍ່ສ້າງສໍາເລັດໃນເດືອນທັນວາ 2016 ແລະໄດ້ມອບ-ຮັບໃຫ້ອຳນາດການປົກຄອງແຂວງເຊກອງໃນປີ 2017 ຜ່ານມາ.

ທີ່ມາ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...