Tuesday, March 18, 2025

ປັບປຸງລະບົບການຄຸ້ມຄອງການເງິນແຫ່ງ​ລັດ ເພື່ອສະໜັບສະໜູນ ການພັດທະນາແບບຍືນຍົງ ໃນ ສປປລາວ

ທີ່ນະ​ຄອນຫລວງວຽງ​ຈັນ, ໄດ້ມີພິ​ທີ​ ເຊັນສັນ​ຍາກູ້​ຢືມເງິນ ຈຳ​ນວນ 20 ລ້ານໂດລາສະຫະລັດ ຈາກສະ​ມາ​ຄົມ​ ເພື່ອ​ການ​ ພັດ​ທະ​ນາ ​ສາ​ກົ​ນ (IDA) ​ເພື່ອ​ປະ​ຕິ​ບັດໂຄງ​ການ ປັບປຸງຄຸ້ມຄອງ ລະບົບການເງິນແຫ່ງລັດ ເປັນທັນ ສະໄໝ (E-FITS) ໂດຍ​ມີ ທ່ານ ນາງ ທິບ​ພະ​ກອນ ຈັນ​ທະ​ວົງ​ສາ ຮອງລັດຖະມົນຕີ ກະ​ຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳ ສປປ ລາວ ເປັນ​ຜູ້​ຮ່ວມ​ ລົງ​ນາມ​ເຊັນ​ສັນ​ຍາ​. ໂຄງການດັ່ງກ່າວ, ຈະ​​ສ້າງລະບົບຄຸ້ມຄອງ ຂໍ້ມູນຂ່າວ​ສານ ການເງິນ ແລະ ການຝຶກອົບຮົມຄວາມຮູ້ກ່ຽວກັບການຄຸ້ມຄອງການເງິນແຫ່ງລັດແບບໃໝ່ ໃຫ້ແກ່ກະຊວງການເງິນ. ລະບົບໃໝ່ນີ້, ຈະຊ່ວຍປັບປຸງໃຫ້ແກ່ການສະໜອງຂໍ້ມູນການເງິນ ແລະ ການລາຍງານການຈັດຕັ້ງປະຕິບັດແຜນງົບປະມານໄວຂຶ້ນ, ລວມທັງການເຜີຍແຜ່ຂໍ້ມູນທີ່​ຈະ​ແຈ້ງ ທາງອອນລາຍຫລາຍ​ຂຶ້ນ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ກ່າວວ່າ: ພິ​ທີ​ເຊັນ​ສັນ​ຍາໃນ​ຄັ້ງນີ້, ຢັ້ງ​ຢືນເຖິງການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນການສະໜັບ ສະໜູນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບູ​ລິ​ມະ​ສິດ ຂອງລັດຖະບານ ທີ່ນອນ​ຢູ່ໃນແຜນ ພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ໂຄງ ການດັ່ງກ່າວ, ແມ່ນປັບປຸງ ແລະ ສ້າງຄວາມເຂັ້ມແຂງ ໃຫ້​ແກ່ການຄຸ້ມຄອງ ການເງິນແຫ່ງ​ລັດ, ຊິ່ງຈະຊ່ວຍ​ໃຫ້​ມີການຂະຫຍາຍຕົວ ທາງດ້ານເສດຖະກິດ ແບບຍືນຍົງ ແລະ ໝັ້ນຄົງ. ປັດຈຸບັນ ຖືວ່າບັນ​ດາວຽກ ພື້ນຖານ ໄດ້ຖືກວາງໄວ້ແລ້ວ, ຂັ້ນຕອນຕໍ່ໄປ ແມ່ນປັບປຸງປະສິດທິພາບ ແລະ ຄວາມໂປ່ງໃສຂອງ ລະບົບການຄຸ້ມຄອງການເງິນແຫ່ງ​ລັດໃຫ້​ດີ​ຂຶ້ນ.

ທ່ານ ນິໂກລາ ປອນຕາຣາ ກ່າວວ່າ: ພວກເຮົາມີຄວາມຍິນດີ ທີ່ຈະສະໜັບສະໜູນ ບັນ​ດາເປົ້າໝາຍ​ການພັດທະນາລະ​ດັບ​ສູງຂອງລັດຖະບານ ເພື່ອສ້າງຄວາມເຂັ້ມແຂງດ້ານການເງິນແຫ່ງ​ລັດ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດທີ່ໝັ້ນຄົງ, ປະສິດທິພາບໃນການຄຸ້ມຄອງລາຍຈ່າຍພາກລັດ ຍັງຖືເປັນ​ບັນ​ຫາ ຍ້ອນ​ຂັ້ນ​ຕອນ ແລະ ລະບົບເກັບ​ກຳຂໍ້ມູນບໍ່​ທັນ​ກັບ​ເວ​ລາ, ລະບົບການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານການເງິນແບບໃໝ່ ຈະ​ຊ່ວຍໃຫ້ລັດ​ຖະ​ບານ ສະ​ໜອງ​ຂໍ້​ມູນຄັງ​ເງິນ​ສົດດີຂຶ້ນ, ສະ ໜອງຂໍ້ມູນບັນ​ດາ​ແຫລ່ງ​ເງິນ​ຕ່າງໆ​ ທີ່​ມີ​ໄດ້ທັນ​ເວ​ລາ, ການລາຍງານທັນກັບ​ສະ​ພາບຕົວ​ຈິງ ແລະ ການ​ຈັດ​ຕັ້ງປະຕິບັດງົບປະມານໄວຂຶ້ນ. ລະ​ບົບ​ດັ່ງ​ກ່າວ, ​ຍັງ​ຊ່ວຍ​ໃຫ້​ການ​ຕິດ​ຕາມ​ໜີ້​ຄ້າງ​ຈ່າຍ, ຊັບ ພະຍາກອນທາງດ້ານການເງິນ ແລະ ການຂາດດຸນງົບປະມານ ຢ່າງ​ໃກ້​ຊິດ​ຂຶ້ນຕື່ມ​ອີກ.

ໂຄງການ E-FITS ຈະໄດ້ຖືກຈັດຕັ້ງປະຕິບັດ ໄປພ້ອມກັນກັບ ໂຄງ​ການ ປະຕິຮູບ ລະ​ບົບຄຸ້ມຄອງ ການເງິນພາກລັດ ທີ່ມີທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ຈຳ​ນວນ 1.5 ລ້ານ​ຢູ​ໂຣ. ໂຄງ ການນີ້, ຈະສ້າງຂີດຄວາມສາມາດໃຫ້​ກັບ​ກະ​ຊວງ​ການ​ເງິນ​​ ດ້ານສ່ວຍ​ສາ​ອາ​ກອນ ແລະ ​ການເກັບ​ລາຍ​ໄດ້, ການ​ສ້າງ​ແຜນ​ງົບ​ປະ​ມານ ແລະ ຂະ​ບວນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ງົບ​ປະ​ມານ, ພ້ອມ​ທັງ​ຊ່ວຍ​ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດກົດ​ໝາຍໃໝ່ ວ່າ​ດ້ວຍ​ການ​ຈັດ​ຊື້-ຈັດ​ຈ້າງດ້ວຍ​ທຶນ​ຂອງ​ລັດ. ໂຄງ​ການ​ດັ່ງ​ກ່າວ, ດຳ​ເນີນ​ຕໍ່​ຈາກແຜນ​ງານ.

ທີ່​ມາ: ສຳ​ນັກ​ຂ່າວ​ສາ​ນ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.