Sunday, January 19, 2025

ຕະ​ຫລາດ​​ນັດແຮງ​ງານຄັ້ງ​ທີ 8 ຈະ​ຊ່​ວຍ​ນັກ​ສຶກ​ສາ​ ມີ​ວຽກ​ເຮັດ​ຫລາຍກວ່າ 4 ພັນ​ຄົນ

ທີ່​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ໂສກ​ປ່າ​ຫລວງ ໄດ້​ຈັດ​ງານ​ຕະ​ຫລາ​ດ​ນັດ​ແຮ​ງ​ງານ ຄັ້ງ​ທີ 8 ຂຶ້ນ, ໂດຍ​ການ​ຮ່ວມ​ມື ລະ​ຫວ່າງ ​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ແລະ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສະ​ຫະ​ພາບ​ເອີ​ລົບ, ໂດຍ​ມີ ​ທ່ານ ແກ້ວ​ອຸ​ດົມ ແສນ​ສະ​ຫວັດ ຮອງ​ຄະ​ນະ​ບໍ​ດີ​ຄະ​ນະ​ວິ​ສະ​ວະ​ກຳ​ສາດ ແລະ ທ່ານ ລາ​ມອນ ບຸດ​ສະ​ເລີ ຜູ້​ອຳ​ນວຍ​ການ ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສະ​ຫະ​ພາບ​ເອີ​ລົບ, ພ້ອມ​ດ້ວຍ​ພາກ​ສ່ວ​ນ​ກ່ຽວ​ຂ້ອງ ແລະ ນ້ອງ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງຫລາຍ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ວັນ​ທອງ ສິດ​ທິ​ກຸນ ຮອງ​ປະ​ທານ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ກ່າວ​ວ່​າ: ໃນ​ການ​ຈັດ​ງານ​ຕະ​ຫລາດ​​ນັດແຮງ​ງານ​ໃນ​ຄັ້ງ​ນີ້, ຈະ​ຊ່ວຍ​ສ້າງ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ໄດ້​ພົບ​ປະ​ກັບ​ຫົວ​ໜ້ວຍ​ທຸ​ລະ​ກິດ ເພື່ອ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽນ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ ກໍ​ໄດ້​ຊອກ​ຫາ​ເພື່ອນ​ຮ່ວມ​ງານ​ທີ່​ຖືກ​ຕ້ອງ​ກັບ​ຄວາມ​ຕ້ອງ​ການ ຂອງ​ການ​ພັດ​ທະ​ນາ​ທຸ​ລະ​ກິດ, ພ້ອມ​ທັງ​ເປັນ​ການ​ສ້າງ​ສາຍ​ພົວ​ພັນ​ທີ່​ດີ​ ລະ​ຫວ່າງ​ບໍ​ລິ​ສັດ ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ໂຮງ​ຮຽນ​, ທັງ​ເປັນ​ການ​ຊ່ວຍ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຊອກວຽກ​ເຮັດ​ງານ​ທຳ ແລະ ສ້າງ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ​ທີ່​ກຳ​ລັງ​ຈະ​ຈົບ ຫລາຍກວ່າ 1 ພັນ​ຄົນ ແລະ ນັກ​ສຶກ​ສາ​ກຳ​ລັງ​ຮຽນ ປະ​ມານ 4 ພັນ​ຄົນ.

ພ້ອມ​ນີ້​, ​ພາຍ​ໃນງານ​ດັ່ງ​ກ່າວ ນັກ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ​ ຍັງ​ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ ການ​ບັນ​ຍາຍ​ ຈາກ​ຕົວ​ແທນ​ຂອງ​ບໍ​ລິ​ສັດ​ຕ່າງໆ ແລະ ມີ​ຫລາກ​ຫລາຍ​ຕຳ​ແໜ່ງ​ງານ​ໃນ​ການ​ສະ​ໝັກ ເປັນ​ຕົ້ນ​ແມ່ນ​ ຂະ​ແໜງ​ບໍ່​ແຮ, ໄອ​ທີ, ປະ​ກັນ​ໄພ, ທະ​ນາ​ຄານ, ການ​ໂຮງ​ແຮມ, ກະ​ສິ​ກຳ-ປ່າ​ໄມ້ ແລະ ອື່ນໆ. ​ພາຍ​ໃນ​ງານ ມີ 31 ບໍ​ລິ​ສັດ ​ເຂົ້າ​ຮ່ວມ ແລະ ໄດ້​ເປີດ​ໂອ​ກາດ​ ໃຫ້​ນ້ອງ​ນັກ​ສຶກ​ສາ​ຕິດ​ຕໍ່​ກັບ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໂດຍ​ກົງ, ພ້ອມ​ທັງ ສ້າງ​ໂອ​ກາດ​ໃຫ້​ນັກ​ສຶກ​ສາ ໄດ້​ຮັບ​ປະ​ສົບ​ການ​ຈາກ​ບັນ​ດາ​ບໍ​ລິ​ສັດ ​ເພື່ອ​ກຽມ​ພ້ອມ​ເຂົ້າ​ສູ່​ຕະ​ຫລາດ​ແຮງ​ງານ.

ທີ່​ມາ: ໜັງ​ສື​ພິມ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: