ຊົມ​ເຊີຍ! ສອງມະຫາວິທະຍາ​ໄລ ລາວ-​ໄທ ສືບ​ຕໍ່​ຮ່ວມ​ມື​ຄົ້ນຄວ້າ​ດ້ານ​ວິທະຍາສາດ

ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ ​ແຫ່ງ ສປປ ລາວ ​ແລະ ມະຫາວິທະຍາ​ໄລ ລາຊະພັດ ນະຄອນ​ລາດຊະ​ສີມາ ປະ​ເທດ​ໄທ ​ໄດ້​ຈັດກອງ​ປະຊຸມ​ ວິຊາ​ການ ດ້ານ​ການ​ຄົ້ນຄວ້າ​ ວິທະຍາສາດ ຄັ້ງ​ທີ 5 ຂຶ້ນ​ໃນ​ວັນ​ທີ 10 ພຶດສະພາ 2019 ພາຍ​ໃຕ້​ການ​ເປັນ​ປະ​ທານ​ ຂອງ​ ທ່ານ ມາຍ​ຟອງ ມາຍ​ຊາຍ ຮອງ​ອະທິການ​ບໍດີ ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ, ​ທ່ານ ອະດິສອນ ​ເນົາວະ​ດົນ ຜູ້​ວ່າການ ອະທິການ​ບໍດີ ມະຫາວິທະຍາ​ໄລ ລາຊະພັດ ນະຄອນ​ລາດຊະ​ສີມາ, ພ້ອມ​ດ້ວຍ​ຄູ-ອາຈານ ​ແລະ ນັກ​ສຶກສາ ຈາກ​ສອງ​ມະຫາວິທະ​ໄລ ​ເຂົ້າ​ຮ່ວມ.

ທ່ານ ມາຍ​ຟອງ ມາຍ​ຊາຍ ​ກ່າວວ່າ: ກອງ​ປະຊຸມ​ຄັ້ງ​ນີ້, ​ແມ່ນ​ມີ​ຄວາມໝາຍ ຄວາມ​ສຳຄັນ​ຫລາຍ ຕໍ່ 2 ມະຫາວິທະຍາ​ໄລ ​ເຊິ່ງ​ໃນ​ໄລຍະ 4 ປີ ຜ່ານ​ມາເຫັນ​ວ່າ ການ​ຮ່ວມ​ມື​ດ້ານຕ່າງໆ ນັບ​ມື້​ນັບ​ມີການ​ພົວ ພັນ​ຮ່ວມ​ມື​ອັນ​​ແໜ້ນ​ແຟ້ນ ສະ​ແດງ​ອອກ​ ໂດຍ​ໄດ້ມີການ ພົບ​ປະການ​ແລກປ່ຽນບົດຮຽນ​ເຊິ່ງກັນ ​ແລະ ກັນ ​ທາງດ້ານ​ວິຊາ​ການ​ເປັນ​ປະຈຳ, ຮ່ວມ​ກັນ​ພັດ​ທະນາ ຄວາມ​ຮູ້​ດ້ານ​ວິທະຍາສາດ ສຸຂະພາບ ​ໃຫ້​ມີ​ຄວາມທັນ​ສະ​ໄໝ ​ແລະ ອື່ນໆ ​ໂດຍ​ມີ​ເປົ້າໝາຍພັດທະນາ​ຊຸກຍູ້ ​ແລະ ສົ່ງ​ເສີມ​ພະນັກງານ​ໃນ​ຂົງ​ເຂດ ສາທາລະນະ​ສຸກ, ຄູ-ອາຈານ ​ແລະ ນັກ​ສຶກສາ ທີ່​​ເຮັດ​ການ​ຄົ້ນຄວ້າ​ວິທະຍາສາດ ​ໄດ້​ເຜີຍ​ແຜ່​ຜົນງານ​ຈາກການ​ຄົ້ນ ຄວ້າ​ ທີ່​ເປັນ​ປະ​ໂຫຍ​ດ ​ແລະ ຖືກຕ້ອງ​ຕາມ​ຫລັກ​ຈັນ​ຍາ​ທຳ​ແພດ ​ນຳ​ໄປ​ສູ່​ການ​ພັດທະນາ​ ໃນ​ຂົງ​ເຂດ​ ສາ ທາລະນະ​ສຸກຮ່ວມ​ກັນ.

​ ​ທ່ານ ອະດິສອນ ​ເນົາວະ​ດົນ ​ກ່າວ​ວ່າ: ມະຫາວິທະຍາ​ໄລ ລາຊະພັດ ນະຄອນ​ລາດຊະ​ສີມາ ຈະ​ສືບ​ຕໍ່ສົ່ງ​ເສີມ​ການ​ພົວພັນຮ່ວມ​ມື ກັບ ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ ​ສປປ ລາວ ​​​ໂດຍ​ ການ​ໃຫ້​ທຶນ​ນັກ​ສຶກສາ​​ໄປ​ຮຽນຕໍ່, ການແລກປ່ຽນນັກ​ສຶກສາຂອງ​ສອງ​ສະ​ຖາ​ບັນ, ການ​ຄົ້ນຄວ້າ ວິທະຍາ ສາດຕ່າງໆ​ ຮ່ວມ​ກັນ​ຫລາຍ​ຂຶ້ນ ​ເພື່ອ​ພັດທະນາ​ວຽກງານ​ສຸຂະພາບ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ​ມີ​ຄວາມ​ທັນ​ສະ​ໄໝ ​ແລະ ອື່ນໆ.

​ໃນ​ໂອກາດ​ດຽວກັນ​, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ຍັງ​ໄດ້​ຟັງ​ການເຜີຍ​ແຜ່ ກ່ຽວກັບຜົນ​ກະທົບ​ຈາກ​ການ​ປ່ຽນດິນ​ຟ້າ​ອາກາດ ທີ່​​ສົ່ງ​ຜົນ​ກະທົບ​ຕໍ່ສຸຂະພາບ ​ຢູ່ສປປ ລາວ ​ແລະ ຮັບ​ຟັງ​ການ​ເຜີຍ​ແຜ່ ກ່ຽວກັບ​ປ່ຽນ​ແປງ​ຂອງສະພາບ​ດິນ​ຟ້າ​ອາກາດ ​ແລະ ສຸຂະພາບ ​ຢູ່ໃນປະ​ເທດ​ໄທ ​ຕື່ມອີກ​.​

ທີ່​ມາ: ໜັງ​ສື​ພິມ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...