ເມືອງໝື່ນ-ເມືອງປາກຊົມ ຈັດກິດຈະກຳແລ່ນມາລາທອນ ເພື່ອສຸຂະພາບ ສານສາຍສຳພັນລາວ-ໄທ

ທີ່ເມືອງໝື່ນແຂວງວຽງຈັນ ສປປ ລາວ ຮ່ວມກັບ ເມືອງປາກຊົມ ແຂວງເລີຍ ຣາຊາອານາຈັກໄທ ຈັດກິດຈະກຳແລ່ນມາລາທອນ ເພື່ອສຸຂະພາບ ສົ່ງເສີມການທ່ອງທ່ຽວ ວິຖີຊີວິດລຸ່ມແມ່ນ້ຳຂອງ ແລະ ແລກປ່ຽນ ວັດທະນາທຳຮີດຄອງປະເພນີ ພາຍໃຕ້ຄຳຂວັນທີ່ວ່າ

“ເລີ່ມຕົ້ນເມືອງໄທ ເຂົ້າເສັ້ນໄຊປະເທດລາວ ປາກຊົມ – ເມືອງໝື່ນ”

ພິທີຈັດຂຶ້ນທີ່ ສ່ວນສິນປຣີມ ແຄມຂອງ ບ້ານຫາດເບ້ຍ ເມືອງປາກຊົມ ແຂວງເລີຍ ຣາຊາອານາຈັກໄທ ໂດຍໄດ້ຮັບກຽດ ເຂົ້າຮ່ວມເປັນປະທ່ານເປີດພິທີ ຂອງທ່ານ ຮອງເຈົ້າແຂວງເລີຍ,ທ່ານເຈົ້າເມືອງ ປາກຊົມ ,ທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ – ເມືອງໝື່ນ,ມີພະນັກງານວິຊາການລາວ,ໄທ ພ້ອມດ້ວຍນັກກິລາທ່ານຍິງ – ທ່ານຊາຍ ເຂົ້າຮ່ວມ 1 ພັນກວ່າຄົນ.

ທ່ານເຈົ້າເມືອງປາກຊົມ ໄດ້ລາຍງານສະພາບລວມຂອງເມືອງປາກຊົມໂດຍຫຍໍ້ ພ້ອມທັງກ່າວຈຸດປະສົງຂອງການແລ່ນໃນຄັ້ງນີ້ ແລະ ຍັງໄດ້ລາຍສະເໜີສະຖານທີ່ທ່ອງທ່ຽວ ອາຫານການກິນ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ໃນເມືອງປາກຊົມ ຈາກນັ້ນທ່ານ ຮອງເຈົ້າເເຂວງ ເລີຍ ກໍ່ໄດ້ໃຫ້ກຽດກ່າວເປີດງານ ພ້ອມທັງໄດ້ຈູດພຸປ່ອຍໂຕນັກກິລາ ຢ່າງເປັນທາງການໃນເວລາ 9:00 ໂມງ.

ຈາກສ່ວນສິນປຣີມແຄມຂອງ ຫາ ທ່າບັກ ບ້ານຄົກໄຜ່ ເມືອງປາຊົມ ໄລຍະທາງ 7 ກິໂລແມັດ, ເຊິ່ງຜູ້ທີ່ເຂົ້າເສັ້ນໄຊກ່ອນ ສຳລັບນັກກິລາຈາກປະເທດໄທ ອັນທີ່ 1 – 10 ປະເພດຊາຍ ແລະ ຍິງ ຈຳໄດ້ຂ້າມໄປແລ່ນຕໍ່ທີ່ຝັ່ງລາວ.

ຈາກນັ້ນ ກໍ່ໄດ້ຂ້າມເຮືອບັກໄປຕໍ່ຝັ່ງລາວ ບ້ານວັງ ຫາ ວັດສະຫວ່າງໂພໄຊຍະຣາມ ບ້ານນ້ຳຮີ້ ເມືອງໝື່ນ ແຂວງວຽງຈັນ ອີກ 4 ກິໂລ ລວມໄລຍະການເເລ່ນ ຄັ້ງນີ້ເເລ້ວ 11 ກິໂລແມັດ,ເຊິ່ງຜົນການແລ່ນມາລາທອນເພື່ອສຸຂະ ພາບ ເລີ່ມຕົ້ນເມືອງໄທເຂົ້າເສັ້ນໄຊເມືອງລາວ ໃນຄັ້ງນີ້ ນັກກິທີ່ເຂົ້າເສັ້ນໄຊກ່ອນ 3 ຄົນທຳອິດ ເເມ່ນນັກກິລາ ຈາກ ປະເທດໄທ.

ພາຍຫຼັງສຳເລັດການແລ່ນເປັນທີ່ຮຽບຮ້ອຍແລ້ວ ການນຳຈາກແຂວງເລີຍ ,ພະນັກງານວິຊາການ ນັກທ່ອງທ່ຽວ ພ້ອມດ້ວຍນັກກິລາ ກໍ່ໄດ້ຮ່ວມກັນ ທ່ຽວຊົມໄຫວ້ພະ ຖະຫວາຍ ກັນຕົ້ນ ເຊິ່ງໄດ້ຮັບການຕ້ອນຮັບ ຈາກການນຳເມືອງໝື່ນ ,ອົງການປົກຄອງ ບ້ານນ້ຳຮີ້ ເຖົ້າແກ່ເເນວໂຮມ ແລະ ພໍ່ແມ່ປະຊາຊົນ ຢ່າງອົບອຸ່ນ ຈາກນັ້ນກໍ່ພ້ອມ ກັນຮັບປະທານ ອາຫານປະຈຳເມືອງໝື່ນ ບ້ານນ້ຳຮີ້ ເປັນອາຫານທ່ຽງ ພ້ອມທັງ ມອບຂັນລາງວັນ ໃຫ້ນັກກິລາຕື່ມອີກ.

ແຫຼ່ງຂໍ້ມູນ: ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...