ມາຮູ້ຈັກພິທີຂໍຝົນ ປະເພນີທີ່ຄົນລາວເຄີຍເຮັດກັນມາແຕ່ສະໄໝບູຮານ

ໃນປັດຈຸບັນນີ້, ຄົນລາວຮຸ້ນໜຸ່ມ ບໍ່ຄ່ອຍສົນໃຈພໍປານໃດກັບພິທີກຳບູຮານທີ່ຜູ້ເຖົ້າຜູ້ແກ່ລາວເຄີຍປະຕິບັດກັນມາ ເພາະວ່າ ໃນປັດຈຸບັນນີ້ ມີວິທະຍາສາດເຕັກນິກ ຄົນສາມາດຮູ້ທີ່ມາຂອງຟ້າຝົນ ແລະສາມາດສ້າງມັນຂຶ້ນມາເອງໄດ້ (ຝົນທຽມ) ເລີຍບໍ່ຈຳເປັນຕ້ອງເຊື່ອຖືຄວາມເຊື່ອເຫຼົ່ານັ້ນ.

ແຕ່ມື້ນີ້, ຜູ້ຂຽນໄດ້ນຳເອົາພິທີກຳການສວດຄາຖາຂໍຝົນຂອງຄົນລາວເຮົາໃນສະໄໝບູຮານມານຳສະເໜີ ເຊິ່ງເປັນຄວາມໃໝ່, ແປກໆ ແດ່ກໍວ່າໄດ້.

ມີທີ່ມາດັ່ງນີ້:

ມີຕຳນານກ່າວໄວ້ວ່າ: ໃນອະດີດຕະການນັ້ນ, ພຣະໂພທິສັດໄດ້ສະເຫວີຍພະຊາດເປັນປາຄໍ່ ແຕ່ພຣະອົງບໍ່ເຄີຍກິນປາເລັກປານ້ອຍ,ສັດນ້ອຍ ເຄີຍກິນແຕ່ໄຄນ້ຳ ແລະເທົາ ຢ່າງອື່ນແທນ. ຄັນຝົນແລ້ງ ນ້ຳເຫືອດແຫ້ງ ປາໂຕອື່ນກຳລັງຈະຕາຍ ພຣະໂພທິສັດຈຶ່ງໂຜ່ຂຶ້ນມາຈາກຂີ້ຕົມ ແຫງນໜ້າຂຶ້ນຟ້າ ແລ້ວຕັ້ງສັດຈະວາຈາວ່າ: “ເບິ່ງກ່ອນ ເມກຝົນ ເຖິງວ່າຂ້າພະເຈົ້າເປັນປາ ຂ້າພະເຈົ້າກໍບໍ່ໄດ້ກິນປາ ແລະບັງບຽດປາ ມາຕອນນີ້,ເພື່ອນຮ່ວມຊາດ ແລະຕົວຂ້າພະເຈົ້າກຳລັງທຸກຫຼາຍ ແລະກຳລັງຊິຕາຍເພາະວ່າຂາດນ້ຳ. ດ້ວຍອານຸພາບແຫ່ງສິນບາລະມີ ແລະສັດຈະບາລະມີ ຂໍໃຫ້ຝົນຕົກຈົ່ງລົງມາ ໃຫ້ຊີວິດຊີວາແກ່ເຮົາດ້ວຍເຖີດ.” ຄັນຄົບສັດຈະວາຈາຂອງໂພທິສັດ ຝົນກໍຕົກລົງມາຢ່າງງົດງາມ ບໍ່ມີຟ້າຮ້ອງ, ຟ້າແມບ ແລະຟ້າຜ່າເລີຍ.

ພິທີກຳ: ໃຫ້ແຕ່ຄືກັບແຕ່ງໃນງານມຸງຄຸນທົ່ວໆໄປ ນິມົນພຣະພິກຂຸ ຈຳນວນຄີກ ຄື 5 ອົງ, 7 ຫຼື 9 ອົງ ມາສູດຄາຖາຂໍຝົນ. ໃຫ້ສວດ7 ຄືນ ເປັນຄາຖາຂໍຝົນ ຄືນລະ 3 ຮອບກໍພໍ ເພື່ອໃຫ້ໄດ້ຜົນ ໃຫ້ຍາດໂຍມທີ່ມາຮ່ວມພິທີຮັບສິນທຸກເທື່ອ ສະເພາະຄົນທີ່ເຖົ້າ ໃຫ້ຈຳສິນເຂົ້າພິທີທັງ 7 ມື້ຈົນຈົບ, ສຳລັບພຣະສວດມື້ແຮກ ໃຫ້ຕັ້ງສວດພຣະພຸດທະມົນກ່ອນ ແລ້ວສວດຄາຖາຂໍຝົນສຸດທ້າຍ ອີກ 6 ມື້ຫຼັງ ໃຫ້ສວດ ນະໂມ ໆລໆ ແລ້ວສວດພຽງຄາຖາຂໍຝົນເລີຍ ມື້ລະ 3ຈົບ ແລ້ວຝົນຈະຕົກດີ, ຕົກຢ່າງງາມ ບໍ່ມີຟ້າຜ່າ, ຟ້າຮ້ອງ ເຮັດໃຫ້ຢ້ານນັ້ນແລ.
(ສ່ວນຄາຖານັ້ນ ເປັນພາສາບາລີ ຜູ້ຂຽນເລີຍບໍ່ເອົາມາໃສ່)

Cr.ປຶ້ມມໍລະດົກອິສານ ໜ້າ 818-819 ຂຽນໂດຍ ອາຈານສະວິງ ບຸນເຈີມ ປ.ທ 9 M.A.
ຮູບປະກອບ: www.posttoday.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,