ຊົມເຊີຍ! ວິທະຍາໄລຄູບ້ານເກີນ ເປີດປ້າຍສູນແຫ່ງການພັດທະນາ ຢ່າງເປັນທາງການ

ວິທະຍາໄລ (ວລ) ຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດພິທີເປີດປ້າຍສູນແຫ່ງການພັດທະນາ (COD) ຢ່າງເປັນທາງການ ໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະໂມສອນວິທະຍາໄລດັ່ງກ່າວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ທ່ານ ຄຳພັນ ຄຳອ່ອນ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຈັນທະມາລາ ສຸທຳມະວົງ ຜູ້ອຳນວຍການ ວິທະ ຍາໄລ ຄູບ້ານເກີນ, ພ້ອມດ້ວຍຄະນະນຳຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ຄະນະອຳນວຍການ, ຄູອາຈານ ແລະ ນັກສຶກສາ ວິທະຍາໄລຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ປະຢັດ ລັດຕະນາ ຮອງຜູ້ອຳນວຍການ ວິທະຍາໄລ ຄູບ້ານເກີນ ໄດ້ຜ່ານບົດສັງລວມ ແລະ ແຜນ ການສ້າງ ວິທະຍາໄລ ຄູບ້ານເກີນ ເພື່ອກ້າວສູ່ສູນແຫ່ງການພັດທະນາ ແລະ ສູນແຫ່ງຄວາມເປັນເລີດ.

ທັງນີ້, ເພື່ອເຮັດໃຫ້ວິທະຍາໄລ ຄູບ້ານເກີນ ມີການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ໂດຍໃຫ້ບັນ ລຸຕາມເປົ້າໝາຍ ຄື:

ປີ 2018 ໃຫ້ບັນລຸສູນແຫ່ງການພັດທະນາ ແລະ ປີ 2020 ໃຫ້ບັນລຸສູນແຫ່ງຄວາມເປັນເລີດ ຈຶ່ງໄດ້ມີການກຳນົດຂັ້ນຕອນໃນການພັດທະນາ (ໜ່ວຍງານຊີວະສາດ ແລະ ໜ່ວຍງານພາສາລາວ) ປະ ກອບມີ ຂັ້ນເຜີຍແຜ່ ແລະ ກະກຽມຄວາມພ້ອມ, ຂັ້ນນຳໄປຜັນຂະຫຍາຍ, ຂັ້ນປະເມີນພາຍໃນ ແລະ ຂັ້ນຕອນສົ່ງຜົນການປະເມີນ. ສະເພາະການປະເມີນ ແມ່ນຕີລາຄາຕາມ 4 ເງື່ອນໄຂ ຄື:

ຄຸນນະພາບການຮຽນການສອນ, ການຄົ້ນຄວ້າວິໄຈ ແລະ ພິມເຜີຍແຜ່, ການຜັນຂະຫຍາຍ ແລະ ການເຊື່ອມໂຍງ ແລະ ວຸດທິຂອງສະຖາບັນ. ຜ່ານການປະເມີນຕີລາຄາໃນໄລຍະເລີ່ມຕົ້ນຂອງຄະນະອຳນວຍການ ແລະ ຫົວ ໜ້າຫ້ອງການ ພ້ອມທັງຄະນະຮັບຜິດຊອບເຫັນວ່າ ສາຂາວິຊາຊີວະສາດ ແລະ ສາຂາວິຊາຊີວະສາດ ວິທະຍາໄລ ຄູບ້ານເກີນ ໄດ້ຖືກຈັດຢູ່ໃນຂັ້ນຕອນໃນການພັດທະນາ, ໂດຍອີງໃສ່ຄູ່ມືການສ້າງສູນແຫ່ງການພັດທະນາ ແລະ ສູນແຫ່ງຄວາມເປັນເລີດ ສຳລັບສາຍສ້າງຄູ ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຈັນທະມາລາ ສຸທຳມະວົງ ໄດ້ໃຫ້ສຳພາດວ່າ:

ການປະກາດວິທະຍາໄລ ຄູບ້ານເກີນ ເປັນສູນແຫ່ງການພັດທະນາ ໃນ 2 ສາຂາວິຊານີ້ ແມ່ນເປັນຜົນສຳເລັດອີກຂັ້ນຂອງຄະນະອຳນວຍການ, ພະນັກງານ ຄູອາຈານ ແລະ ນັກສຶກສາທັງໝົດຂອງວິທະຍາໄລ, ພ້ອມທັງເຊື່ອໝັ້ນວ່າ ຄູອາຈານທັງໝົດຈະໃຫ້ການສະໜັບສະໜູນແຜນການພັດທະນາໃນສາຂາດັ່ງກ່າວນີ້ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດ ໃນປີ 2021 ຕາມທິດທາງຂອງກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ວາງອອກ, ເພື່ອສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດສູງ ສາມາດອອກຮັບໃຊ້ສັງຄົມໄດ້ຢ່າງມີຄຸນນະພາບ.

ສຳລັບວິທະຍາໄລ ຄູບ້ານເກີນ ແມ່ນໄດ້ດຳເນີນການຮຽນການສອນ ສ້າງສາຍຄູມັດທະຍົມ 5 ສາຍ ສອນໄດ້ແຕ່ຂັ້ນ ມ.1-ມ.7 ຄື: ສາຍຄູຊີວະສາດ, ສາຍຄູຄະນິດສາດ, ສາຍຄູເຄມີສາດ, ສາຍຄູພາສາອັງກິດ ແລະ ສາຍຄູພາສາລາວ. ນອກຈາກນີ້, ຍັງມີສາຍຄູອະນຸບານ 12+2, 12+4 ແລະ ສາຍປະຖົມສຶກສາ 12+2 ແລະ 12+4.

ປັດຈຸບັນມີພະນັກງານທັງໝົດ 146 ຄົນ, ຍິງ 81 ຄົນ. ໃນນີ້, ມີຄູສອນ 113 ຄົນ, ຍິງ 56 ຄົນ ແລະ ມີນັກ ຮຽນທັງໝົດ 892 ຄົນ, ຍິງ 627 ຄົນ.

ແຫຼ່ງຂໍ້ມູນ: ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...