ຜົນງານສານປະຊາຊົນ ສຳເລັດ 3 ພັນກ່ວາເລື່ອງ! ພ້ອມອົບຮົມ ພະນັກງານມີຈັນຍາບັນ ຈັນຍາທຳ ບໍ່ມີປະໂຫຍດແອບແຝງ

ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ເດັດຂາດ ສຳເລັດ 3.126 ເລື່ອງ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 8,1% ແຕ່ໃນທົ່ວປະເທດ ຄໍາຕັດສິນຂອງສານຢູ່ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີເຖິງ 30.718 ເລື່ອງ, ຂະນະທີ່ ສສຊ ສະເໜີໃຫ້ພາກສ່ວນກ່ຽວຂ້ອງສຶຶກສາອົບຮົມໃຫ້ພະນັກງານມີຈັນຍາບັນ ຈັນຍາທຳ ເຮັດວຽກຮັບໃຊ້ປະຊາຊົນ ຫຼື ຄູ່ຄວາມໂດຍບໍ່ມີຜົນປະໂຫຍດແອບແຝງ.

ກອງປະຊຸມສະໄໝສາມັນເທື່ອທີ່ 7 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 11 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຂຶ້ນລາຍງານ ກ່ຽວກັບວຽກງານຈັດຕັ້ງປະຕິບັດມະຕິ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ຮູ້ວ່າ:

ມະຕິດັ່ງກ່າວໄດ້ກຳນົດ 4 ເນື້ອໃນ ໃຫ້ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈັດຕັ້ງປະຕິບັດ ຊຶ່ງຜ່ານໄລຍະ 1 ປີເຄິ່ງຜ່ານມາມີຜົນສຳເລັດຫຼາຍດ້ານເຊັ່ນ:

ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານປະຕິບັດຄໍາຕັດສິນຂອງສານ ໂດຍໄດ້ສັບຊ້ອນພະນັກງານປະຕິບັດຄໍາຕັດສິນຂອງສານ 54 ຄົນ ໄປຮັບຜິດຊອບວຽກງານອື່ນ, ຂຽນໃບສໍາຫຼວດ 4 ຄົນ, ປະຕິບັດວິໄນ 1 ຄົນ ແລະ ລຶບຊື່ອອກຈາກການເປັນລັດຖະກອນ 1 ຄົນ. 

ໃນຂະນະທີ່ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ດຳລັດສະບັບເລກທີ 158/ລບ, ລົງວັນທີ 4 ມິຖຸນາ 2013 ວ່າດ້ວຍການຕີລາຄາ, ການປະມູນຂາຍ ແລະ ການມອບຊັບໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນໄດ້ຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ສຳເລັດ 3.126 ເລື່ອງ (ໃນນີ້ ຄະດີແພ່ງ 1.312 ເລື່ອງ, ຄະດີອາຍາ 1.814 ເລື່ອງ) ທຽບໃສ່ໄລຍະດຽວກັນຂອງປີ 2016 – 2017 ເພີ່ມຂຶ້ນ 8,1%; ລວມເງິນທີ່ເກັບໄດ້ ແລະ ມອບໃຫ້ຄູ່ຄວາມມີທັງໝົດ 45.762 ລ້ານກວ່າກີບ, 82 ລ້ານກວ່າ ບາດ, 1,8 ລ້ານກວ່າໂດລາ, 12.000 ຢວນ; ລວມເງິນອາກອນ, ເງິນປັບໃໝ, ເງິນຮິບທີ່ເກັບໄດ້ ແລະ ມອບໃຫ້ລັດມີ 11.756 ລ້ານກວ່າກີບ, 92 ພັນກວ່າ ບາດ ແລະ 310 ໂດລາ. 


ກ່ຽວກັບການຫັນພະນັກ ງານລົງສົມທົບກັບແຂວງ ແລະ ເມືອງ ໂດຍເລີ່ມແຕ່ເດືອນ ເມສາ – ທັນວາ 2018 ໄດ້ເອົາ ພະນັກງານທີ່ມີມາດຖານເງື່ອນ ໄຂ ຈໍານວນ 24 ຄົນ ລົງຊຸກຍູ້ວຽກງານດັ່ງກ່າວ ໄດ້ 398 ເລື່ອງ (ຄະດີແພ່ງ 286 ເລື່ອງ, ຄະດີອາຍາ 112 ເລື່ອງ) ທຽບໃສ່ໂຕເລກ 9 ເດືອນໃນປີ 2017 ເພີ່ມຂຶ້ນ 189 ເລື່ອງ ແລະ ໃນເດືອນພຶດສະພາ ຜ່ານມາໄດ້ຫັນພະນັກງານ 26 ຄົນ ຕິດຕາມກວດກາ ແລະ ເຂົ້າຮ່ວມວຽກງານດັ່ງກ່າວຢູ່ 5 ແຂວງຄື: ນະຄອນຫຼວງວຽງຈັນ 16 ຄົນ ແລະ ແຂວງຈຳປາສັກ 2 ຄົນ ມີໄລຍະເວລາ 8 ເດືອນ; ແຂວງສະຫວັນນະເຂດ, ຄໍາມ່ວນ, ວຽງຈັນ ແລະ ຫຼວງພະບາງ (ແຂວງລະ 2 ຄົນ, ກໍານົດເວລາ 45 ວັນ).

ກ່ຽວກັບການຄົ້ນຄວ້າປັບປຸງກົດໝາຍ ແລະ ການສ້າງນິຕິກໍາລຸ່ມກົດໝາຍ ໄດ້ກໍານົດເນື້ອໃນຮ່າງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານສະບັບປັບປຸງ ສຳເລັດແລ້ວໂດຍພື້ນຖານ ຄາດວ່າຈະສະເໜີຕໍ່ລັດຖະບານໃນກາງປີ 2020 ແລະ ສະເໜີຕໍ່ກອງປະຊຸມສະພາພິຈາລະນາ ໃນທ້າຍປີ 2020, ໄດ້ສໍາເລັດການສ້າງນິຕິກຳລຸ່ມກົດໝາຍກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ 3 ສະບັບ. 


ບັນດາ ສສຊ ໄດ້ສຸມໃສ່ປະກອບຄໍາເຫັນໂດຍເນັ້ນການປະຕິບັດວຽກງານຂອງພະນັກງານປະຕິບັດຄຳຕັດສິນຂອງສານບາງຄົນ ທີ່ເຮັດວຽກໂດຍມີຜົນປະໂຫຍດແອບແຝງ. 

ທ່ານ ສົມໄຊ ສີຫາຈັກ ສສຊ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ປະກອບຄໍາເຫັນວ່າ: ຈັນຍາບັນ, ຈັນຍາທໍາຂອງພະນັກງານປະຕິບັດຄໍາຕັດສິນຂອງສານຈໍານວນໜຶ່ງ ຍັງບໍ່ທັນໜັກແໜ້ນ ຢາກຮຽກຮ້ອງຜົນປະໂຫຍດຈາກຄູ່ຄວາມ ຊຶ່ງການຈັດຕັ້ງປະຕິບັດຄໍາຕັດສິນທັງຊ້າ ແລະ ທັງເຮັດໄດ້ໜ້ອຍ, ຢູ່ແຂວງຈໍາປາສັກ ຄໍາຕັດສິນຂອງສານທີ່ມີຢູ່ໃນຫ້ອງປະຕິບັດຄໍາຕັດສິນຂອງສານ ໃນປັດຈຸບັນມີທັງໝົດ 2217 ເລື່ອງ ແຕ່ສາມາດປະຕິບັດໄດ້ພຽງ 206 ເລື່ອງ. 

ທ່ານ ກົງເພັດ ແກ້ວບົວພາ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໄດ້ປະກອບຄຳເຫັນວ່າ: ບັນຫາຄົງຄ້າງໃນຕົວ ຂອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແມ່ນບັນຫາຄວາມຮັບຜິດຊອບຂອງພະນັກງານປະຕິບັດຄຳຕັດສິນຂອງສານ ທີິ່ຍັງປະຕິບັດຕາມລະບຽບກົດໝາຍ, ນິຕິກໍາລຸ່ມກົດໝາຍບໍ່ທັນເຂັ້ມງວດ ແລະ ຂັ້ນຕອນໃນການຈັດຕັ້ງປະຕິບັດ ຍັງບໍ່ເຄົາລົບສິດຂອງຄູ່ຄວາມ, ຍັງມີລັກສະນະໄວ – ຊ້າ ຕາມຜົນປະໂຫຍດ ແລະ ມີການເລືອກປະຕິບັດ. 

ທ່ານ ນາງ ບົວຄຳ ທິບພະວົງ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະທານກໍາມາທິການຍຸຕິທຳ ໄດ້ປະກອບຄຳເຫັນວ່າ:

ການກວດກາປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານປະຕິບັດຄຳຕັດສິນຂອງສານ ຍັງບໍ່ທັນມີແຜນການ, ຈຸດສຸມທີ່ຈະແຈ້ງ; ການປະຕິບັດຄຳຕັດສິນຂອງສານ ຍັງມີຫຼາຍກໍລະນີຂາດການຄົ້ນຄ້ວາ, ວິເຄາະວິໄຈເນື້ອໃນຄຳຕັດສິນ; ການຄຸ້ມຄອງ ແລະ ການເກັບກູ້ຊັບສິນທີ່ສານຕັດສິນຮິບ, ປັບໃໝ ແລະ ອາກອນຂອງລັດ 2% ຕາມຄໍາຕັດສິນ ຫຼື ຄໍາພິພາກສາຂອງສານບໍ່ໂປ່ງໃສ, ຂາດຄວາມຮັບຜິດຊອບ.

ແຕ່ເຖິງຢ່າງໃດກໍຕາມ ກໍມີບາງກໍລະນີ ຄຳຕັດສິນຂອງສານ ຫຼື ຄຳພິພາກສາ ບໍ່ຈະແຈ້ງ ຊຶ່ງບໍ່ສາມາດນໍາໄປຈັດຕັ້ງປະຕິບັດໄດ້ ພາໃຫ້ຄຳຕັດສິນຄ້າງປະຕິບັດເພີ່ມຂຶ້ນ ຈາກ 21.354 ເລື່ອງ ມາເປັນ 30.718 ເລື່ອງ, ເພີ່ມຂຶ້ນ 9.364 ເລື່ອງ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...