ບໍລິສັດ​ງົວ​ເກົ້າ​ໂຕ ສຳປະທານດິນ 130 ເຮັກຕາ ເວລາ 30 ປີ ປູກໝາກມັງກອນ ຢູ່ເມືອງປາກກະດິງ ແຂວງບໍລິຄຳ​ໄຊ

ແຂວງ​ບໍລິ​ຄຳ​ໄຊ ອະນຸດ​ຍາກ​ໃຫ້ ບໍລິສັດງົວເກົ້າໂຕ ພັດທະນາກະສິກຳ ບໍລິຄຳ​ໄຊ ສຳປະທານ​ເນື້ອທີ່ດິນຈຳນວນ 130 ​ເຮັກຕາ ສຳລັບໂຄງການພັດທະນາກະສິກຳ ປູກໝາກມັງກອນ ຢູ່ເຂດບ້ານນາຫີນ ເມືອງປາກກະດິງ .

ໂດຍ​ໄດ້ພິທີເຊັນບົດບັນທຶກສຳປະທານທີ່ດິນ ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການທຶນແຂວງ ແລະ ທ່ານ ເໜົາຮົງຕ່າວ ປະທານບໍລິສັດ ງົວເກົ້າໂຕ ພັດທະນາກະສິກຳ ບໍລິຄຳໄຊຈຳກັດ, ພ້ອມ​ນີ້​ຍັງ​ມີ​ພາກສ່ວນ​ກ່ຽວຂ້ອງ​ສອງ​ຝ່າຍຮ່ວມ​ລົງ​ນາມ ເປັນ​ສັກຂີ​ພິຍານ.

ການເຊັນສັນຍາໃນຄັ້ງນີ້ ກໍເພື່ອເປັນເອກະສານຢັ້ງຢືນໄວ້ເປັນຫລັກຖານ ໃນການດຳເນີນການທັງສອງຝ່າຍ, ທັງເປັນການ ປະຕິບັດຕາມນິຕິກໍາຂອງຂັ້ນເທິງ ແລະ ແຜນພັດທະນາໂຄງການຂອງບໍລິສັດ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍທີ່ໄດ້ກຳນົດໄວ້.

​ເຊິ່ງໂຄງການປູກໝາກມັງກອນ ຢູ່ເຂດບ້ານດັ່ງກ່າວ ກວມເອົາເນື້ອທີ່ທັງໝັດ 130 ເຮັກຕາ, ມູນຄ່າການລົງທຶນຕາມສັນຍາ 15 ລ້ານໂດລາສະຫະລັດ, ໄລຍະການສຳປະ ທານ 30 ປີ ນັບແຕ່ມື້ລົງນາມເປັນຕົ້ນໄປ.

​ໂອກາດ​ນີ້, ທ່ານ ເໜົາຮົງຕ່າວ ໄດ້ເວົ້າວ່າ:

ການ​ປະຕິບັດ​ໂຄງການ​ປູກໝາກມັງກອນນີ້ ຈະ​ເປັນ​ໂຄງການ​ໜຶ່ງ​ທີ່​ຈະ​ສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາ ຊົນເຂດດັ່ງກ່າວ  ​ແລະ ພາຍຫລັງລົງມືປູກໝາກມັງກອນ ປະມານ 2 ປີກໍສາມາດໃຫ້ຜົນຜະລິດໄດ້.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...