ຮາກຖານຊາວໜຸ່ມ ພະແນກ ຖວທ ແຂວງຄຳມ່ວນ ຮັບໃບຢັ້ງຢືນ 4 ບຸກ

ພິທີ ມອບ-ຮັບໃບຢັ້ງຢືນ 4 ບຸກ ຂອງຮາກຖານຊາວໜຸ່ມ ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 12 ມີຖຸນາ 2019 ນີ້ ທີ່ຫ້ອງປະຊຸມ ກອງວິຊາການສະຖານີວິທະຍຸແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມມີ ທ່ານ ໄຊສົມບູນ ສຸວັນດາລາ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ສົມສັກດາ ແກ້ວມະນີ ຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ລຸຍ ຄໍາວົງສາ ເລຂາຮາກຖານຊາວໜຸ່ມພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ບັນດາຂະແໜງການ, ກອງວິຊາການ ແລະ ສະມາຊິກຊາວໜຸ່ມພາຍໃນຮາກຖານພະແນກດັ່ງກ່າວເຂົ້າຮ່ວມ. 

ທ່ານ ລຸຍ ຄໍາວົງສາ ໄດ້ສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ໃນປີ 2018 ຜ່ານມາ ແລະ ທິດທາງແຜນການ 2019 ໃນຕໍ່ໜ້າ. ເຊິ່ງຮາກຖານຊາວໜຸ່ມພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງ ທ່ຽວແຂວງ ປະກອບມີ ເລຂາ 1 ທ່ານ, ຮອງ 2 ທ່ານ, ຄະນະ 2 ທ່ານ, ມີສະມາຊິກທັງໝົດ 60 ຄົນ, ຍິງ 36 ຄົນ, ອາສາສະໝັກ 16 ຄົນ, ຍິງ 13 ຄົນ.ຜ່ານມາໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານຕ່າງໆ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານວຽກງານການຈັດຕັ້ງ, ດ້ານວິຊາຊີບ ແລະ ສ້າງວຽກເຮັດງານທໍາ. ຜ່ານການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນຜ່ານມາ ສາມາດຈັດປະເພດໄດ້ ຄື:

ດ້ານການເມືອງແນວຄິດປະຕິບັດໄດ້ 90,9%, ດ້ານການຝຶກຝົນຫຼໍ່ຫຼອມ ປະຕິບັດໄດ້ 90,7%, ດ້ານການຈັດ ຕັ້ງປະຕິບັດໄດ້ 90,5% ແລະ ດ້ານວິຊາຊີບ-ວຽກເຮັດງານທຳ ປະຕິບັດໄດ້ 90,2% ສະເລ່ຍທົ່ວຮາກຖານປະຕິ ບັດໄດ້ 90,5% ສາມາດຈັດປະເພດຮາກຖານຊາວໜຸ່ມແຂງ 4 ບຸກ, ຈຸຊາວໜຸ່ມແຂງ 4 ບຸກໄດ້ 100% ແລະ ສະມາຊິກແຂງ 4 ບຸກໄດ້ 100% ຂອງຈຳນວນສະມາຊິກທັງໝົດ ແລະ ຈັດຢູ່ໃນປະເພດແຂງ ແລະ ເພື່ອເປັນການຮັບຮອງເອົາຮາກຖານຊາວໜຸ່ມ ຂອງພະແນກດັ່ງກ່າວ ເປັນຮາກຖານຊາວໜຸ່ມ 4 ບຸກນັ້ນ ໃນພິທີຄັ້ງນີ້ ທ່ານ ສົມສັກດາ ແກ້ວມະນີ ກໍ່ໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ທາງເລຂາ ແລະ ບັນດາຈຸ ແລະ ສະມາ ຊິກຊາວໜຸ່ມ ຂອງຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໃນໂອກາດດຽວກັນຄະນະໜ່ວຍຊາວໜຸ່ມທີ່ຂຶ້ນກັບຮາກຖານພະແນກ ຍັງໄດ້ຈັບມືປະຕິຍານໃນການສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 4 ບຸກໃນປີຕໍ່ໄປ. 

ຕອນທ້າຍຂອງພິທີ ທ່ານ ໄຊສົມບູນ ສຸວັນດາລາ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດທະ ນະທຳ ແລະ ທ່ອງ ທ່ຽວແຂວງ ກໍ່ໄດ້ກ່າວມີຄຳເຫັນໂອ້ລົມເຊິ່ງ ທ່ານ ໄດ້ກ່າວສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຮາກຖານຊາວໜຸ່ມ ທີ່ຍາດໄດ້ຜົນງານຫຼາຍດ້ານໃນໄລຍະຜ່ານມາ ແລະ ໃນໂອກາດດຽວກັນທ່ານກໍ່ໄດ້ເນັ້ນໃຫ້ທາງຄະນະຮາກຖານຊາວໜຸ່ມ ກໍ່ຄືສະມາຊິກທຸກສະຫາຍ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດ 3 ໜ້າວຽກຫຼັກຄື:

ວຽກງານສື່ມວນຊົນ, ວຽກງານວັດທະນະທຳ ແລະ ວຽກງານທ່ອງທ່ຽວ ຢ່າງມີຄວາມຮັບຜິດຊອບສູງ, ເອົາໃຈໃສ່ເຊື່ອມຊຶມມະຕິກອງປະຊຸມຂອງແຂວງ, ບັນດາລະບຽບຫຼັກການທີ່ຄະນະບໍລິຫານງານຊາວໜຸ່ມວາງອອກ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຢ່າງຕໍ່ເນື່ອງ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...