ປະຊາຊົນລາວ! ກຽມພົບກັບງານວາງສະແດງເຄື່ອງເຮືອນລາວ ໃນໄວໆນີ້

ພາບປະກອບ

ສະມາຄົມເຟີນີເຈີລາວ ຮ່ວມກັບກົມສົ່ງເສີມການຄ້າ, ສະພາການຄ້າ ແລະ ອຸຸດສາຫະກຳ ແຫ່ງຊາດລາວ ແລະ ສູນການຄ້າ ລາວ-ໄອເຕັກ ກຽມຈັດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ປະຈຳ ປີ 2019 ໃນລະຫວ່າງວັນທີ 6-14 ກໍລະກົດ ທີ່ຈະເຖິງນີ້.

ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ), ເຊິ່ງໄດ້ລວມເອົາ ຜະລິດຕະພັນເຄື່ອງເຮືອນລາວ ທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫລືອຕ່າງໆ ນຳມາແປຮູບໃຫ້ມີຫລາກຫລາຍສີສັນ ຄາດວ່າ ຈະມີການຈໍລະຈອນ ຊື້-ຂາຍສິນຄ້າ ປະມານ 10 ຕື້ກີບ ແລະ ຈະມີຄົນເຂົ້າຊົມໃນງານ ປະມານ 200.000 ກວ່າຄົນ.

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໄດ້ກ່າວໃນງານຖະແຫລງຂ່າວ ວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ໃນວັນທີ 11 ມິຖຸນາ ນີ້ວ່າ:

ພາບປະກອບ

ງານວາງສະແດງໃນຄັ້ງນີ້, ໄດ້ເຊື້ອເຊີນເອົາບັນດາຫົວໜ່ວຍທຸລະກິດເຟີນີເຈີໄມ້ ໃນນະຄອນຫລວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ນຳເອົາຜະລິດຕະພັນຂອງຕົນເອງ ທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸເສດເຫລືອຕ່າງໆ ນຳມາແປຮູບເປັນເຄື່ອງເຟີນີເຈີ, ຜະລິດຕະພັນຫັດຖະກຳ, ເຄື່ອງແກະສະຫລັກ, ເຄື່ອງປະດັບຕົບແຕ່ງ ແລະ ເອ້ຢ້ອງພາຍໃນເຮືອນ, ອຸປະກອນການຮັບໃຊ້, ເຄື່ອງມື ແລະ ເຄື່ອງຈັກຕ່າງໆ ທີ່ກ່ຽວ ກັບການຜະລິດເຄື່ອງ ເຟີນີເຈີໄມ້ ແລະ ອື່ນໆ.

ພາບປະກອບ

ນອກຈາກນີ້, ຍັງເປັນການສົ່ງເສີມການຊື້-ຂາຍສິນຄ້າ ແລະ ຊອກຫາລູກຄ້າ, ເປັນເວທີເປີດກວ້າງ ແລກປ່ຽນບົດ ຮຽນ ແລະ ປະສົບການລະຫວ່າງບັນດາ ຫົວໜ່ວຍທຸລະກິດດ້ວຍກັນ ແລະ ເປີດໂອກາດໃຫ້ຜູ້ຊື້ເຂົ້າເຖິງຜູ້ຜະລິດໂດຍກົງ.

ພາຍໃນງານຍັງມີກິດຈະກຳທີ່ໜ້າສົນໃຈຫລາຍຢ່າງ ເຊັ່ນ: ຝຶກອົບຮົມອອກແບບເຄື່ອງເຟີນີເຈີ ຈາກຊ່ຽວຊຽນຍີ່ປຸ່ນ, ສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫລັກໄມ້ເສດ, ປະກວດຮ້ອງເພງ ເຍົາວະຊົນສຽງດີລຸ້ນອາຍຸ 8-15 ປີ, ລຸ້ນອາຍຸ 16-25 ປີ, ຄອນເສິດລາວ-ໄທ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...