ກະຊວງອຸດສາຫະກຳ ແລະ ການຄ້າອອກແຈ້ງການ ໃຫ້ເອົາ ໃຈໃສ່ຄຸ້ມຄອງລາຄາ ຊື້-ຂາຍເຂົ້າ ຕາມທ້ອງຕະຫລາດ

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ໃຫ້ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງວຽງຈັນ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ຢ່າງເຂັ້ມງວດ ຫ້າມເດັດຂາດ ບໍ່ໃຫ້ພໍ່ຄ້າຊາວຂາຍຕ່າງປະເທດ ເຂົ້າມາເກັບຊື້ເຂົ້າຢູ່ພາຍໃນແຂວງ ແລະ ປັ່ນປ່ວນລາຄາເຂົ້າ, ໂດຍບໍ່ມີໃບທະບຽນວິສາຫະກິດທີ່ຖືກ ຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.

ຖ້າພົບເຫັນໃນກໍລະນີມີການລະເມີດດັ່ງກ່າວ ແມ່ນໃຫ້ຢຶດ ຫລື ອາຍັດ ແລະ ປັບໃໝ ຕາມລະບຽບກົດໝາຍວາງອອກ; ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາຊື້-ຂາຍ ປະເພດເຂົ້າກິນທຸກຊະນິດ ຕາມທ້ອງຕະຫລາດ ຢູ່ພາຍໃນແຂວງຂອງຕົນ, ຫລີກລ້ຽງການສວຍໂອກາດຂຶ້ນລາຄາໂດຍພາລະການ, ກ່ອນຈະຂຶ້ນລາຄາຕ້ອງໄດ້ຮັບອະນຸດຍາດ ຈາກຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ ແລະ ຂັ້ນເມືອງ, ເນື່ອງຈາກວ່າ ສິນຄ້າປະເພດເຂົ້າກິນ ແມ່ນນອນຢູ່ໃນລາຍການສິນຄ້າຄວບຄຸມ ຕາມບັນຊີຂອງຂະແໜງອຸດສາຫະກຳ ແລະ ການຄ້າ; ຫ້າມບໍ່ໃຫ້ບຸກຄົນ, ຫົວໜ່ວຍທຸລະກິດ ຫລື ໂຮງສີຕ່າງໆ ຢູ່ພາຍໃນແຂວງ ເປັນຕົວແທນເກັບຊື້ເຂົ້າໃຫ້ຊາວຕ່າງປະເທດ, ໂດຍອາໃສທະບຽນວິສາຫະກິດຂອງຄົນລາວ ຫລື ເອົາເງິນທຶນໃຫ້ ເພື່ອເກັບຊື້ ແລະ ກັກຕຸນສິນຄ້າ, ສ້າງຄວາມປັ່ນປ່ວນທາງດ້ານລາຄາຊື້-ຂາຍເຂົ້າ ຖ້າພົບເຫັນການກະທຳດັ່ງກ່າວ ແມ່ນໃຫ້ຢຶດ ຫລື ອາຍັດ ແລະ ປັບໃໝ ຕາມລະບຽບກົດໝາຍຂອງ ສປປ ລາວ ວາງອອກຢ່າງເຂັ້ມງວດ.

ອ່ານເພີ່ມຕື່ມ:
http://kpl.gov.la/detail.aspx?id=39156

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...