ກິດຈະກໍາສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ຂອງຊາວນະຄອນຫຼວງວຽງຈັນ

“Safe Blood For All ເລືອດປອດໄພ-ເພື່ອທຸກຄົນ !” ນີ້ແມ່ນຄໍາຂວັນວັນຜູ້ບໍລິຈາກເລືອດໂລກປີນີ້ ໃນວັນທີ 14 ມິຖຸນາ 2019 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກຂຶ້ນ ໂດຍເປັນປະທານຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ຕາງໜ້າຈາກອົງການເຢຍລະ ມັນ ພ້ອມດ້ວຍບັນດາຫ້າງຮ້ານ ບໍລິສັດທີ່ໃຫ້ການອຸປະຖໍາາ ທະຫານຕໍາຫຼວດ ນັກຮຽນ-ນັກສຶກສາ ແລະ ພາກສ່ວນກຽວຂ້ອງເຂົ້າຮ່ວມ. 

ການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວດ້ວຍການເຂົ້າຮ່ວມຂອງບັນດາຊັ້ນຄົນຕ່າງໆຢູ່ຫຼາຍປະເທດໃນໂລກແລະກໍເປັນວັນທີ່ມີຄວາມໝາຍສໍາຄັນທີ່ສຸດຂອງບັນດາຜູ້ບໍລິຈາກເລືອດທັງຫຼາຍໃນທົ່ວໂລກ ເວົ້າລວມ ເວົ້າສະ ເພາະກໍແມ່ນ ບັນດາຜູ້ບໍລິຈາກເລືອດຢູ່ໃນ ສປປ ລາວ ຫຼາຍກວ່າ 49.000 ຄົນໃນປີ 2018.

ສະເພາະປີ 2018 ຜ່ານມາບັນດາສູນເລືອດຢູ່ໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັບການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວຂ້ອງ ເຮັດການປຸກລະດົມ ແລະ ຈັດຮັບບໍລິຈາກເລືອດໄດ້ຫຼາຍກວ່າ 1.570 ຄັ້ງ ແລະ ມີຜູ້ເຂົ້າຮ່ວມຂະ ບວນບໍລິຈາກເລືອດ 96.845 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 49.070 ເທື່ອຄົນ/ຖົງ ຫຼືເທົ່າກັບ 98.14% ຂອງແຜນການປີ 2018 ຈໍານວນຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສີ່ງຕອບແທນໄດ້ກວມເອົາ 94% ຂອງການບໍລິຈາກເລືອດທັງໝົດ.

ສຳລັບ ປີ 2019 ຄາດໝາຍສູ້ຊົນທົ່ວປະເທດຈະໃຫ້ບັນລຸ 55.000 ຖົງ ໂດຍແບ່ງຕົວເລກໃຫ້ແຕ່ລະແຂວງນໍາໄປຈັດຕັ້ງປະຕິບັດຮ່ວມກັນ.

ເພື່ອສະເຫຼີມສະຫຼອງວັນທີ 14 ມິຖຸນາ ວັນຜູ້ບໍລິຈາກເລືອດໂລກໃຫ້ກວ້າງຂວາງ ນອກຈາກຈັດຢູ່ ນວ ແລ້ວ ຍັງມີກິດຈະກຳຢູ່ໃນບັນດາແຂວງຕາາງໃນຂອບເຂດທົ່ວປະເທດ ເຊິ່ງຄາດໝາຍຜູ້ບໍລິຈາກເລືອດໃນວັນນີ້ ປະມານ 500 ຖົງ ໂອກາດນີ້ ຂໍເຊີນຊວນທຸກທ່ານເຂົ້າຮ່ວມງານ ຢູ່ສູນການຄ້າລາວໄອເຕັກ ຊັ້ນ 4 ຕຶກໃໝ່ ເຊິ່ງຈະຈັດໄປເຖິງເວລາ 16:00 ໂມງ ຈຶ່ງຈະປິດລົງ ເຊິ່ງທ່ານໃດບໍສາມາດມາຮ່ວມບໍລິຈາກໃນວັນນີ້ ກໍສາມາດໄປບໍລິ ຈາກຢູ່ສູນໄດ້ທຸກເວລາ ບໍ່ມີວັນພັກລັດຖະການ.

ແຫຼ່ງຂໍ້ມູນ: Vientiane Mai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.