Saturday, November 1, 2025
Kbank Laos โอน รับ จ่าย

ຮູ້ຫຼືບໍ່? ລັກສະນະ “ຕີນ” ສາມາດບົ່ງບອກເຖິງນິດໄສໃຈຄໍ ແລະ ບຸກຄະລິກກະພາບຂອງເຮົາໄດ້

ຄົນເຮົາເກີດມາ ຕ່າງກໍມີຄວາມແຕກຕ່າງກັນໃນຫຼາຍໆດ້ານ ຮູບລັກພາຍນອກ ຫຼືນິດໄສໃຈຄໍ… ມື້ນີ້, ເຮົາມາເບິ່ງລັກສະນະຂອງຕີນນຳກັນວ່າ ມັນສາມາດບົ່ງບອກນິດໄສຂອງເຈົ້າໄດ້ແນວໃດ?.

1. ຕີນແບບໂຣມັນ

ຕີນແບບໂຣມັນ” ຄືຮູບຮ່າງຕີນທີ່ພົບພໍ້ໄດ້ຫຼາຍທີ່ສຸດ ຄົນທີ່ມີຕີນປະເພດນີ້ ມັກມີນິດໄສລ່າເລີງ ແລະເມັກເຂົ້າສັງຄົມ ເຈົ້າເປັນຄົນທີ່ມີສະເໜ່ດຶງດູດຜູ້ຄົນອ້ອມຂ້າງ ແບບດຽວກັນກັບນັກເວົ້າ ແລະນັກທຸລະ ກິດທີ່ຍິ່ງໃຫຍ່.

ຕີນປະເພດນີ້ ມັກມີປາຍນີ້ວບໍ່ຍາວປານໃດ? ເໝາະໃສ່ເກີບຫົວກົມ ຫຼືຫົວຫຼ່ຽມ.

2. ຕີນຫຼ່ຽມ

ຈະມີປາຍຕີນຍາວເກືອບເທົ່າໆກັນ ເວົ້າໄດ້ວ່າ ເປັນຕີນຂອງກະເສດຕະກອນ ຄົນທີ່ມີຕີນແບບນີ້ ມັກຈະຕັດສິນໃຈໄດ້ເດັດຂາດ ຈຶ່ງເໝາະສົມກັບວຽກດ້ານການວາງແຜນ ຫຼືວາງແຜນທຸລະກິດ ເປັນຄົນທີ່ສາມາດໄວ້ວາງໃຈໄດ້.

3. ຕີນແບບເກຼັກ

ເວົ້າໄດ້ວ່າ ເປັນ “ຕີນໄຟ” ກໍໄດ້ ຮູບຮ່າງຂອງຕີນ ມີຈຸດເດັ່ນກໍຄືນີ້ວຊີ້ຈະຍື່ນອອກມາ (ຍາວກວ່ານີ້ວ ໂປ້) ຄົນມີຕີນແບບນີ້, ເປັນຄົນຈິດໃຈດີ ສາມາດເປັນສິລະປິນ, ນັກອອກແບບ ຫຼືນັກກິລາ ທີ່ມີຄວາມຄິດສ້າງສັນໄດ້ເປັນຢ່າງດີ ເປັນຄົນທີ່ຖະໜັດທາງດ້ານການກ່າວສຸນທອນພົດ ຕໍ່ໜ້າສາທາລະນະ ແລະຍັງເປັນນັກບຸກເບີກນຳດ້ວຍ.

ເໝາະສົມໃສ່ເກີບຫົວແຫຼມ ຜູ້ມີຕີນລັກສະນະນີ້, ມັກແຂນຂາຍາວ ດັ່ງນັ້ນ, ນາງງາມ ນາງແບບສ່ວນຫຼາຍ ຈຶ່ງມີລັກສະນະແບບນີ້.

4. ຕີນແບບອີຢິບ.

ຄົນມີຕີນລັກສະນະນີ້ ມັກຈະເອົາໃຈໂຕເອງ ອາລົມປ່ຽນແປງໄດ້ງ່າຍ ເພາະວ່າເປັນຄົນຊື່ຕົງກັບອາລົມ ແລະຄວາມຮູ້ສຶກຂອງໂຕເອງ ດັ່ງນັ້ນ, ຈຶ່ງມີຄວາມສາມາດໃນການສະແດງ ແລະເໝາະສົມທີ່ຈະເປັນນັກສະແດງເທິງເວທີຫຼາຍ.

ແຫຼ່ງຂໍ້ມູນ : thaihitz.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.