ແຂວງອຸດົມໄຊ ປູກເຂົ້ານາປີເນື້ອທີ່ເພີ່ມຂຶ້ນ 300 ກວ່າເຮັກຕາ

ປະຈຸບັນຊາວນາທົ່ວແຂວງອຸດົມໄຊ ຈໍານວນ 390 ບ້ານ, 61,9 ພັນຄອບຄົວພວມຂຸ້ນຂ້ຽວບຸກເບີກ, ປັບປຸງ, ກະກຽມດິນ ແລະ ຕົກກ້າເພື່ອພ້ອມກັນຈັດຕັ້ງປະຕິບັດໃນການປູກເຂົ້ານາປີໃຫ້ທັນກັບລະດູການເຊິ່ງປີນີ້ຫັນວ່າເນື້ອທີ່ນາປີມີອັດຕາຂະຫຍາຍຕົວ ແລະເພີ່ມຂຶ້ນ.

ທ່ານ ທອງສ້ອຍ ວຽງວົງ ຮອງຫົວໜ້າໜ່ວຍງານບໍລິຫານແຜນການ, ຂະແໜງປູກຝັງພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊ ກ່າວວ່າ:

ເນື້ອທີ່ປູກ ເຂົ້ານາປີປະຈຳປີ 2019 ທົ່ວແຂວງອຸດົມໄຊ ໃນຈຳນວນ 7 ເມືອງ ມີທັງຫມົດ 15,9 ພັນເຮັກຕາ ໃນນັ້ນເມືອງໄຊມີ 3,9 ພັນເຮັກຕາ, ຫຼາ 718,5 ເຮັກ ຕາ, ນາໝໍ້ 3,1 ພັນເຮັກຕາ, ງາ 1,5 ພັນເຮັກຕາ, ແບງ 2,7 ພັນເຮັກຕາ, ຮຸນ 3,3 ພັນເຮັກຕາ ແລະເມືອງປາກແບງມີ 341,3 ເຕັກຕາລວມແລ້ວເນື້ອທີ່ປູກເຂົ້ານາປີທົ່ວ ແຂວງອຸດົມໄຊໃນປີນີ້ແມ່ນເພີ່ມຂຶ້ນ 314 ເຮັກຕາ ຖ້າທຽບໃສ່ປີກ່ອນ.

ສາເຫດທີ່ເຮັດໃຫ້ເນື້ອທີ່ນາປີເພີ່ມ ຂຶ້ນແມ່ນເນື່ອງມາຈາກປະຊາຊົນສ່ວຍ ຫຼາຍ ພ້ອມກັນປັບປຸງ, ບຸກເບີກຄືນ ເນື້ອທີ່ ນາເຮື້ອ ແລະເປີດນາໃໝ່ ຊຶ່ງຜ່ານມາ ເນື້ອທີ່ດັ່ງກ່າວໄດ້ຮັບຜົນກະທົບຈາກທຳ ມະຊາດ ເຮັດໃຫ້ປະຊາຊົນໂຈະການຜະ ລິດເຂົ້ານາປີ.

ສໍາລັບການປູກເຂົ້ານາປີຢູ່ແຂວງ ອຸດົມໄຊ ຄາດວ່າຈະໄດ້ພ້ອມກັນລົງມື ໃນທ້າຍເດືອນມິຖຸນາຫາຕົ້ນເດືອນກໍ ລະກົດນີ້ ປະຈຸບັນທົ່ວແຂວງແມ່ນສຳ ເລັດການຕົກກ້າແລ້ວ 30%.

ທ່ານ ທອງສ້ອຍ ວຽງວົງ ກ່າວຕື່ມອີກວ່າ: ຄາດຄະເນຜົນຜະລິດທີ່ຈະໄດ້ຮັບຈາກເຂົ້ານາປີທັງໝົດ 65,3 ພັນໂຕນ ແລະ ນອກຈາກປະຊາຊົນຈະກະກຽມ ໃນການປູກເຂົ້ານາປີແລ້ວຈຳນວນໜຶ່ງຍັງໄດ້ພ້ອມກັນປູກເຂົ້າໄຮ່ຕື່ມອີກຊຶ່ງປີນີ້ເຫັນວ່າມີເນື້ອທີຫຼຸດລົງຍັງເຫຼືອ 15,8 ພັນເຮັກຕາ ເນື່ອງຈາກການນໍາແຂ ວງໄດ້ແນະນຳໃຫ້ປະຊາຊົນຫັນປູກພືດທົດແທນການປູກເຂົ້າໄຮ່ຊຶ່ງຄາດວ່າຜົນຜະລິດທີ່ຈະໄດ້ຮັບທັງໝົດປະມານ 28,4 ພັນໂຕນ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...