Articles by

InsideLaos

Online Journalists at insidelaos.com.

ລັດຖະບານ ເນັ້ນໜັກທ້ອງຖິ່ນຕ້ອງເປັນເຈົ້າການກວດກາ ແລະຄຸ້ມຄອງເຄມີສວນກ້ວຍ

ລັດຖະບານລະບຸວ່າປະຈຸບັນບໍ່ໄດ້ຫ້າມເລື່ອງການປູກກ້ວຍໃນລາວແຕ່ກ່ອນປູກຕ້ອງໄດ້ຮັບອະນຸຍາດຈາກລັດຄັກແນ່ແລະຕ້ອງປູກແບບປອດສານພິດເປັນມິດກັບທຳມະ ຊາດເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມລວມທັງຄົນ ແລະສັດທັງນີ້ໄດ້ມອບໃຫ້ແຕ່ລະະທ້ອງຖີ່ນເປັນເຈົ້າການໃນການກວດກາ ແລະ ຄຸ້ມຄອງການນຳໃຊ້ສານເຄມີໃນສວຍກ້ວຍຂອບເຂດທົ່ວປະເທດ. ໜື່ງໃນຫຼາຍບັນຫາທີ່ຍົກຂຶ້ນມາຫາລືໃນກອງປະຊຸມລັດຖະບານເປີດກ້ວງທີ່ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ກໍແມ່ນການກວດກາ ແລະຄຸ້ມຄອງການປູກກ້ວຍໃນລາວໂດຍຜົນກອງປະຊຸມລະບຸວ່າ: ປະຊາຊົນລາວປູກກ້ວຍມາແຕ່ດົນນານລັດຖະບານບໍ່ໄດ້ຫ້າມການປູກກ້ວຍ, ແຕ່ຕ້ອງສົ່ງເສີມການປູກແບບປອດສານພິດ ແລະເປັນມິດກັບທຳມະຊາດເພື່ອເປັນສິນຄ້າສົ່ງອອກຕ່າງປະເທດທັງນີ້ກອງປະຊຸມມອບໃຫ້ເຈົ້າຖິ່ນຕ່າງໆ ເປັນເຈົ້າການໃນການສືບຕໍ່ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງໂຄງການປູກກ້ວຍທີ່ໄດ້ຮັບການອານຸຍາດແລ້ວໃຫ້ຫັນມາປູກແບບປອດສານພິດ, ໃຫ້ນຳມາໃຊ້ຝຸ່ນຫຼືປຸ໋ຍຊີວະພາບພ້ອມບໍ່ໃຫ້ໃຊ້ສານເຄມີທີ່ເປັນອັນຕະ ລາຍໃນກໍລະນີກວດເຫັນການກະທໍາຜິດແມ່ນໃຫ້ຢຸດຕິ ແລະ ແກ້ໄຂບັນຫາຢ່າງທັນການ. ສຳລັບໂຄງການທີ່ຈະລົງທືນໃໝ່ໃຫ້ປະກອບບົດວິພາກເສດຖະກິດ-ເຕັກນິກຕາມລະບຽບການການລົງທຶນ...

ລາວ ເປີດນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ 2 ດ່ານ ເພື່ອຄວາມສະດວກຂອງຄົນຕ່າງປະເທດ

ກະຊວງການຕ່າງປະເທດໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານໄດ້ຈັດພິທີເປີດການບໍລິການນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ຫວ່າງມໍ່ໆມານີ້ ລັດ​ຖະ​ບານ ແຫ່ງ ສປປ ​ລາວ ໄດ້ຕົກລົງໃຫ້ມີການພັດທະນາລະບົບອອກວີຊາອອນລາຍ (eVisa) ເພື່ອເປັນທາງເລືອກໃໝ່ໜຶ່ງອີກໃຫ້ແກ່ຄົນຕ່າງປະເທດ...

ບຸກຄົນແບບຢ່າງ! ທ່ານ ກຸ ສຸວັນນະເມທີ ປະທານສານປະຊາຊົນສູງສຸດ ຄົນທໍາອິດ ແຫ່ງລັດຖະບານ ສປປ ລາວ 1975

ທ່ານ ກຸ ສຸວັນນະເມທີ ລັດຖະມົນຕີກະຊວງຍຸຕິທຳ ຄົນທຳອິດ ຂອງ ສປປ ລາວ ນອກຈາກທ່ານຈະຊີ້ນຳກະຊວງຍຸຕິທຳແລ້ວຍັງໄດ້ຮັບຄວາມໄວ້ວາງໃຈຈາກ ຄະນະປະຈຳສະພາປະຊາຊົນສູງສຸດຊຸດທີ 1 (ສະພາແຫ່ງຊາດ) ແຕ່ງຕັ້ງໃຫ້ທ່ານເປັນ ປະທານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ອີກດ້ວຍ. ດັ່ງທີ່ຮູ້ແລ້ວວ່າ...

ສາລະວັນ-ອຸບົນຣາຊະທານີ ແລກປ່ຽນບົດຮຽນການພົວພັນການຄ້າ ແລະການຮ່ວມມືດ້ານເສດຖະກິດ-ການຄ້າ

ທີ່ແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຈັ່ງຫວັດອຸບົນຮາຊະທານີ ລາຊະອານາ ຈັກໄທ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນວຽກງານການພົວພັນການຄ້າ ແລະການຮ່ວມມືດ້ານເສດຖະກິດການຄ້າ, ຢູ່ທີ່ຮ້ານອາຫານຕາດເລາະລັອດ ເມືອງສາລະວັນ. ຝ່າຍແຂວງສາລະວັນ ນໍາໂດຍ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນພະແນກການກ່ຽວຂ້ອງຂັ້ນແຂວງ,...

ຊົມເຊີຍ! ເມືອງງອຍ ປະກາດເປັນເມືອງ ຈົບຊັ້ນມັດທະຍົມຕົ້ນບໍາລຸງ

ພິທີປະກາດຮັບຮອງເມືອງງອຍ ແຂວງຫຼວງພະບາງ ເປັນເມືອງຈົບຊັ້ນມັດທະຍົມຕົ້ນບໍາລຸງໄດ້ຈັດຂື້ນໃນວັນທີ 5 ກໍລະກົດ 2019 ທີ່ສະໂມສອນຂອງເມືອງ ໂດຍມີທ່ານ ຮອງສາດສະດາຈາານ ປະລິນຍາເອກ ຄໍາຜາຍ ສີສະຫັວນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ,ຫົວໜ້າ ພະແນກສຶກສາທິການແລະກິລາແຂວງ,ຕາງໜ້າຈາກບັນດາແຂວງ,ເມືອງ,ເຈົ້າເມືອງ-ຮອງເຈົ້າເມືອງອ້ອມຂ້າງ,ອໍານວຍການໂຮງຮຽນຕ່າງໆອ້ອມຂ້າງແຂວງ,ໂຮງຮຽນຕ່າງໆໃນທົ່ວເມືອງງອຍ ພ້ອມດ້ວຍພະ...

ໃກ້ແລ້ວໆ! ​ໂຄ​ງການ​ທາງ​ລົດ​ໄຟ ລາວ-ຈີນ ສ້າງໄດ້ 72,8%

ການຈັດ​ຕັ້ງ​ປະຕິບັດໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟລາ​ວ-ຈີນ ມາຮອດປັດຈຸບັນ ການ​ກໍ່ ສ້າງພື້ນຖານ​ໂຄງ​ລ່າງ​ ປະຕິບັດສໍາ​ເລັດ​ແລ້ວ 72,8%.ທ່ານ ລັດຕະນະມະນີ ຄູ​ນນີວົງ ຮອງ​ລັດຖະມົນຕີ​ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ຫົວໜ້າ​ ຄະນະ​ຄຸ້ມ​ຄອງ​​ ໂຄ​ງການ​ ກໍ່ສ້າງ​ທາງ​ລົດ​ໄຟ ລາ​ວ-ຈີນ...

ການຈັດຕັ້ງປະຕິບັດຄຸ້ມຄອງລົດປະຈໍາຕໍາແໜ່ງຂອງການນໍາລະດັບສູງ ຍັງປະສົບຄວາມຫຍຸ້ງຍາກຫຼາຍ

ການຈັດຕັ້ງປະຕິບັດດໍາລັດ ເລກທີ 15/ນຍ ລົງວັນທີ 5 ມັງກອນ 2017 ວ່າດ້ວຍການປະ ກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງຂອງພະນັກງານການນໍາລະດັບສູງ ຍັງເປັນໄປໄດ້ຍາກ ແລະ ພົບຄວາມຫຍຸ້ງຍາກຫຼາຍຢ່າງ ຊຶ່ງລັດຖະບານຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ດີຂຶ້ນ ເພື່ອໃຫ້ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ມີປະສິດທິພາບ...

ກຳມະບານສະຫວັນນະເຂດ ໃຫ້ຄວາມຮູ້ພື້ນຖານການເຄື່ອນຍ້າຍແຮງງານແບບປອດໄພແກ່ປະຊາຊົນ

ທີ່ສູນຂໍ້ມູນ-ຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ຂອງສະຫະພັນກຳມະບານແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ນາງ ພົມມາ ທອງເພັງ ແລະ ທ່ານ ຄຳຕັນ ສີໂພໄຊ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ພ້ອມດ້ວຍວິຊາການອີກຈຳນວນໜຶ່ງ. ໄດ້ມີການແບ່ງຄວາມຮັບຜິດຊອບອອກເປັນ 2 ທີມ ເພື່ອສຶບຕໍ່ລົງເຄື່ອນໄຫວໂຄສະນາຄວາມຮູ້ພື້ນຖານກ່ຽວ...