Articles by

InsideLaos

Online Journalists at insidelaos.com.

ພາກສ່ວນກ່ຽວຂ້ອງຢືນຢັນ! ຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ລາວ

ກໍລະນີມີສື່ສັງຄົມອອນລາຍອອກຂ່າວຜ່ານທາງເຟສບຸກເມື່ອບໍ່ດົນມານີ້ວ່າ: ມີນັກທ່ອງທ່ຽວຕ່າງປະເທດຈໍານວນໜຶ່ງເດີນທາງມາຈາກນະຄອນຫລວງລອນດອນ ປະເທດອັງກິດ ດ້ວຍສາຍການບີນຫວຽດນາມ, ແລ້ວມາພັກຢູ່ຫວຽດນາມ ແລະອີກຈໍານວນ 5 ຄົນ ເດີນທາງມາສະໜາມບີນສາກົນຫລວງພະບາງ ນັ້ນແມ່ນຄວາມຈິງ , ແຕ່ໃນຈໍານວນທີ່ເດີນທາງມາເຖິງສະໜາມບິນສາກົນ ຫລວງພະບາງ ແລ້ວກວດພົບວ່າເປັນພະຍາດໂກວິດ 19 ນັ້ນ ໃນກໍລະນີນີ້ບໍ່ແມ່ນຄວາມຈິງ...

ຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ

ຄະນະຊີ້ນຳລະດັບຊາດກ່ຽວກັບການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ປະຈຳປີ 2020 ໄດ້ປະກາດຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 20 ມີນາ (ຕາມແຜນເບື້ອງຕົ້ນ), ພ້ອມທັງສະເໜີຄະນະພັກ, ອຳນາດການປົກຄອງທຸກລະດັບຍົກເລີກທຸກແຜນການທີ່ພົວພັນເຖິງການຈັດກິດຈະກຳທີ່ມີການເຕົ້າໂຮມຄົນຈຳນວນຫຼາຍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 65 ປີ. ການຍົກເລີກດັ່ງກ່າວແມ່ນປະກາດ ໃນໂອກາດທີ່ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ...

ໄອດໍ້ຄົນລຸ່ນໃໝ່! ນັກຮ້ອງຜູ້ໄທເຊໂປນ “ສິລິພອນ ສີປະເສີດ”

ໃນຊ່ວງນີ້ ບໍ່ມີໃຜທີ່ບໍ່ຮູ້ຈັກ "ສິລິພອນ ສີປະເສີດ" ນັກຮ້ອງສຽງດີ ປະຈຳຊ່ອງຢູທູບ Una studio ເຊິ່ງຫຼາຍຄົນ! ເຄີຍຊົມຜົນງານຂອງລາວມາຫຼາຍແລ້ວ! ເຮົາມາຮູ້ຈັກທີ່ໄປທີ່ມາຂອງລາວນຳກັນເລີຍ!!! ອ້າຍເທິ ຢູ່ນາ ເປັນຄົນຊັກຊວນສິລິພອນມາ Cover ເພງດັງ ທັງລາວ...

“ລາຕີໜີເຫງົາ” ງານພົບປະແລກປ່ຽນລະຫວ່າງນັກຂຽນ-ນັກປະພັນລາວ

ສະໂມສອນສະແຫວງສິນ (ສສສ) ກຽມຈັດງານພົບປະ “ລາຕີໜີເຫງົາ” ແນໃສ່ເປັນການພົບປະແລກປ່ຽນລະຫວ່າງນັກປະພັນດ້ວຍກັນ ທັງເປັນການປະກອບສ່ວນໃນການສົ່ງເສີມບົດປະພັນ ບົດກະວີ ຊວນຫົວ ແລະ ອື່ນໆ ໃຫ້ສັງຄົມໄດ້ຮັບຮູ້. ງານຄັ້ງນີ້ ຈະຈັດຂຶ້ນໃນວັນທີ 15 ມີນາ 2020 ທີ່ສະໂມສອນສະແຫວງສິນ ບ້ານຮ່ອງແກ...

ຝຶກອົບຮົບຟຣີ! ສາຂາຕັດຫຍິບ ມີເບ້ຍລ້ຽງແລະທີ່ພັກອາໄສ ບໍ່ໄດ້ເສຍຄ່າສະໝັກ ຫຼື ລົງທະບຽນ

ຂ່າວດີມາອີກແລ້ວ! ເປີດຮັບນັກຮຽນເຂົ້າຝຶກອົບຮົມໄລຍະສັ້ນ 3 ເດືອນ ສາຂາຕັດຫຍິບ ລະດັບ1 (C1) ທີ່ວິທະຍາໄລເຕັກນິກແຂວງວຽງຈັນ. - ຈົບຂັ້ນປະຖົມຂຶ້ນໄປ ອາຍຸຢູ່ລະຫວາງ 15-35ປີ- ມີເບ້ຍລ້ຽງໃຫ້ເດືອນລະ 620,000 ກີບ- ທີ່ພັກອາໃສຟຼີ- ບໍ່ໄດ້ເສຍຄ່າສະໝັກ ຫຼື ລົງທະບຽນໃດໆ➡ເປີດຮັບສະໝັກ...

ບ້ານຜັກເພື້ອ ເມືອງໄຊບູລີ ຈັດພິທີເທທອງຫຼໍ່ຮູບເໝືອນຍາທ່ານ ສິວິໄຊ ເພຍວັງສົງຄາມ

ຢູ່ທີ່ວັດສີທອງ ບ້ານຜັກເພື້ອ ເມືອງໄຊບູລີ ໄດ້ຈັດພິທີເທທອງຫຼໍ່ຮູບ ເໝືອນຍາທ່ານ ສີວິໄຊ ເພຍວັງສົງຄາມ ຊຶ່ງເປັນພຣະນັກພັດທະນາ ເປັນຜູ້ນຳພາກໍ່ຕັ້ງ ແລະ ນຳເອົາຄວາມຈະເລີນດ້ານການສຶກສາ ແລະ ພຸດທະສາສະໜາ ມາສູ່ປວງຊົນບ້ານຜັກເພື້ອແລະບ້ານໃກ້ຄຽງຍາທ່ານ ສີວິໄຊ ຖືກຳເນີດເມື່ອວັນທີ 6...

ແຈ້ງການ! ເປີດຮັບສະໝັກສອບເສັງເຂົ້າບັນຈຸລັດຖະກອນໃໝ່ ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ສົກຮຽນ 2019-2020

➡ແຈ້ງເຖິງ ບັນດານັກຮຽນ-ນັກສຶກສາ ທີ່ຮຽນຈົບວິຊາຊີບ ວຸດທິຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ ຊາບທົ່ວເຖິງກັນວ່າ ໃນສົກຮຽນ 2019-2020 ວິທະຍາໄລເຕັກນິກແຂວງວຽງຈັນໄດ້ຮັບຕົວເລກໂກຕ່າລັດຖະກອນຄູ ຈຳນວນ 2 ທຶນ: ເຊິ່ງວິທະຍາໄລມີຄວາມຕ້ອງການຄູສອນ 6 ສາຂາວິຊາຮຽນ ແຕ່ຈະຮັບພຽງ 2...

ບໍລິສັດ ພູເບ້ຍ ມາຍນິງ ມອບເງິນປັນຜົນໃຫ້ລັດຖະບານລາວ 21 ລ້ານໂດລາ

ເມື່ອບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນ ປະຈຳປີ 2019 ຈໍານວນທັງໝົດ 21 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວໃນນາມຜູ້ຖືຮຸ້ນ ຊຶ່ງເປັນການປະກອບສ່ວນດ້ານການເງິນທີ່ສໍາຄັນຢ່າງຕໍ່ ເນື່ອງໃຫ້ແກ່ລັດຖະບານ. ນອກຈາກເງິນປັນຜົນ ຍັງມີການຖອກພັນທະອື່ນໆເຊັ່ນ: ຄ່າຊັບພະຍາກອນແຮ່ທາດ, ອາກອນກ່ຽວ...