Articles by

InsideLaos

Online Journalists at insidelaos.com.

ວຽງຈັນມໍເຕີມາເກັດ ມີຍອດສັ່ງຈອງລົດໄຟຟ້າແລ້ວ 10 ກວ່າຄັນ

ປະຈຸບັນສະພາບເສດຖະກິດຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີການປ່ຽນແປງໂດຍເປັນສາເຫດໜຶ່ງທີ່ເຮັດໃຫ້ລາຄານໍ້າມັນເຊື້ອໄຟໄດ້ມີການເໜັງຕີງປັບຂຶ້ນລົງຢູ່ຕະຫຼອດເວລາ ຊຶ່ງໄດ້ມີຜົນກະທົບຕໍ່ຜູ້ໃຊ້ຍານພາຫະນະລົດເປັນຕົ້ນລົດໃຫຍ່ສະນັ້ນທາງບໍລິສັດວຽງຈັນມໍເຕີມາເກັດຈຶ່ງໄດ້ນຳລົດໄຟຟ້າເອັມຈີເຂົ້າມາຈຳໜ່າຍຢູ່ຕະຫຼາດລາວເປັນລົດທີ່ປະຢັດລາຍຈ່າຍໄດ້ເຖິງ 50 ເທົ່າ ເມື່ອທຽບກັບລົດໃຫຍ່ທີ່ມີຈັກໃຊ້ນໍ້າມັນດຽວນີ້ມີຍອດສັ່ງຈອງແລ້ວ 10 ກວ່າຄັນ ຄາດຮອດມື້ນຳເຂົ້າມາທ້າຍປີອາດຮອດ 50 ຄັນ. ທ່ານ ດາວວົງ ແກ້ວມະນີວົງ ຜູ້ອຳນວຍການບໍລິສັດວຽງຈັນມໍເຕີມາເກັດກ່າວວ່າ: ບໍລິສັດແມ່ນເປັນຕົວແທນຈຳໜ່າຍລົດເອັມຈີພຽງຜູ້ດຽວໃນລາວປະກອບມີລົດ MG3, MG5,...

ການດຳເນີນຄະດີທົ່ວປະເທດ ປີ 2019 ປະຕິບັດໄດ້ 73,09%

ໃນປີຜ່ານມາ, ສານປະຊາຊົນສູງສຸດໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນໄດ້ພິຈາລະນາຄະດີອາຍາ ຢູ່ສານຂັ້ນຕົ້ນທັງໝົດ 5.291 ເລື່ອງ, ໃນນີ້ມີຄະດີເຂົ້າໃໝ່ 4.660 ເລື່ອງ, ຄະດີຄ້າງມາ 631 ເລື່ອງ, ແກ້ໄຂແລ້ວ...

ເປີດບໍລິການເຄືອຂ່າຍອິນເຕີເນັດຄົບວົງຈອນຢູ່ລາວ

ບໍລິສັດ GMO-Z.comLao ຈຳກັດ ໄດ້ເປີດໂຕດໍາເນີນທຸລະກິດໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດແບບຄົບວົງຈອນຢູ່ລາວຢ່າງເປັນທາງການໃນວັນທີ 19 ພະຈິກ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ...

ບໍ່ທຳມະດາ! ເດັກຍິງລາວອາຍຸ 15 ໂດດເດັ່ນເທິງເວທີສະຫະປະຊາຊາດ!!!

ອິນໄຊລາວ ແລະຄົນລາວທັງປະເທດ ຮູ້ສຶກພາກພູມໃຈນຳ ນ້ອງ: ນາງ ປານີພອນ ວົງມາລາ ອາຍຸ 15 ປີ ນັກຮຽນຈາກໂຮງຮຽນ ມັດທະຍົມ ສົມບູນວຽງຈັນ ເປັນຕົວແທນເດັກ ຈາກ ສປປ ລາວ, ແລະ...

ວິທີຮັບມື! ຕອນເກີດແຜ່ນດິນໄຫວ ຮູ້ເອົາໄວ້! ກັນດີກວ່າແກ້!!!

ເນື່ອງຈາກວ່າປະເທດລາວເຮົານັ້ນ, ບໍ່ຄ່ອຍມີເຫດການແຜ່ນດິນໄຫວເທົ່າໃດ? ດົນໆເກີດເທື່ອໜຶ່ງ ຊຶ່ງມັກເກີດຈຸດຮອຍຕໍ່ກັນຂອງແຜ່ນດິນໄຫວ ຢູ່ທາງເຂດເມືອງຊຽງຮ່ອນ ແຂວງໄຊຍະບູລີ ແລະທາງຝັ່ງໄທ. ປະເທດທີ່ນັບວ່າມີແຜ່ນດິນໄຫວເລື້ອຍໆນັ້ນ ກໍຄືປະເທດຍີ່ປຸ່ນ ເຊິ່ງປະຊາຊົນເຂົາເຈົ້າ ຮັບຮູ້ວິທີຮັບມືກັບແຜ່ນ ດິນໄຫວ ແລະຮູ້ວິທີປ້ອງກັນ. ທາງອິນໄຊລາວ ໄດ້ຮວບຮວມວິທີປ້ອງກັນ ເມື່ອມີແຜ່ນດິນໄຫວເກີດຂຶ້ນ ເຊິ່ງກັນກໍດີກວ່າແກ້!!! ສຶກສາເສັ້ນທາງໜີ ແລະທາງອອກສຸກເສີນທີ່ງ່າຍທີ່ສຸດ ເມື່ອເວລາເກີດເຫດ. 2....

ຄຶກຄັກ! ນັກທ່ອງທ່ຽວຈາກ 66 ສັນຊາດ ແຈ້ງເຂົ້າຜ່ານດ່ານພູເກືອ

ໃນຜ່ານມາກຳລັງ ຕມ ໄດ້ເອົາໃຈໃສ່ເຮັດໜ້າທີ່ໃນການອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຂອງຊາວຕ່າງປະເທດກໍຄືນັກທ່ອງທ່ຽວ, ຜູ້ໂດຍສານຜ່ານປະຕູດ່ານສາກົນພູເກືອຊຶ່ງໄດ້ມີການຈັດຕັ້ງປະຕິບັດຕາມກົດໝາຍຄຸ້ມຄອງຂອງຄົນເຂົ້າ-ອອກເມືອງສາມາດຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມປອດໄພໃນການເຂົ້າ-ອອກເປັນປົກກະຕິ ແລະຕໍ່ເນື່ອງໃນລະດັບທີ່ແນ່ນອນ. ທ່ານ ພັຕ ຕຸນຄຳ ສຸດທະວົງ ຫົວໜ້າກຳລັງ ຕມ ດ່ານສາກົນພູເກືອ ແຂວງອັດຕະປືຊີ້ແຈ້ງໃຫ້ຮູ້ວ່າ: ໃນ 9 ເດືອນ...

ດ່ານນໍ້າໂສຍ ເມືອງວຽງໄຊ ລາຍຮັບເພີ່ມຂຶ້ນ 10 ເດືອນ ເກັບໄດ້ກາຍແຜນປີເກືອບ 30%

ການຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນນໍ້າໂສຍ ທີ່ຕັ້ງຢູ່ເມືອງວຽງໄຊ ແຂວງຫົວພັນ, ໃນ 10 ເດືອນປີ 2019 ສາມາດປະຕິບັດລາຍຮັບໄດ້ 28,32 ຕື້ກີບ ເທົ່າກັບ 128,17% ຂອງແຜນການປີຫຼື ລື່ນແຜນການປີແລ້ວ 28,17% ຄິດເປັນເງິນລື່ນແຜນການປີ 6,22...

ສປປ ລາວ ຕັ້ງເປົ້າຫຼຸດຜ່ອນການນຳໃຊ້ຢາຕ້ານຈຸລະຊີບໃນຂະແໜງການ ສຸຂະພາບຄົນ ແລະສັດ ໃຫ້ເຫຼືອ 20% ໃນປີ 2023

ທ່ານ ດຣ.ບຸນກອງສີຫາວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ລັດຖະບານລາວ ໄດ້ເພີ່ມທະວີວຽກງານການເຝົ້າລະວັງ ແລະ ຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ ຢາຕ້ານເຊື້ອ ເພື່ອຕ້ານຕໍ່ສະພາບ ການຕ້ານຕໍ່ຢາຂອງບັນດາເຊື້ອພະຍາດ, ເຊື້ອພະຍາດດັ່ງກ່າວນີ້ແມ່ນບໍ່ສາມາດນຳໃຊ້ຢາຕ້ານເຊື້ອທີ່ເຄີຍ ໃຊ້ໄດ້ດີໃນໄລຍະຜ່ານມາ ເພື່ອຈັດການກັບພວກມັນໄດ້. ທ່ານ ດຣ ມາກ...