ວຽງຈັນມໍເຕີມາເກັດ ມີຍອດສັ່ງຈອງລົດໄຟຟ້າແລ້ວ 10 ກວ່າຄັນ

ປະຈຸບັນສະພາບເສດຖະກິດຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີການປ່ຽນແປງໂດຍເປັນສາເຫດໜຶ່ງທີ່ເຮັດໃຫ້ລາຄານໍ້າມັນເຊື້ອໄຟໄດ້ມີການເໜັງຕີງປັບຂຶ້ນລົງຢູ່ຕະຫຼອດເວລາ ຊຶ່ງໄດ້ມີຜົນກະທົບຕໍ່ຜູ້ໃຊ້ຍານພາຫະນະລົດເປັນຕົ້ນລົດໃຫຍ່ສະນັ້ນທາງບໍລິສັດວຽງຈັນມໍເຕີມາເກັດຈຶ່ງໄດ້ນຳລົດໄຟຟ້າເອັມຈີເຂົ້າມາຈຳໜ່າຍຢູ່ຕະຫຼາດລາວເປັນລົດທີ່ປະຢັດລາຍຈ່າຍໄດ້ເຖິງ 50 ເທົ່າ ເມື່ອທຽບກັບລົດໃຫຍ່ທີ່ມີຈັກໃຊ້ນໍ້າມັນດຽວນີ້ມີຍອດສັ່ງຈອງແລ້ວ 10 ກວ່າຄັນ ຄາດຮອດມື້ນຳເຂົ້າມາທ້າຍປີອາດຮອດ 50 ຄັນ.

ທ່ານ ດາວວົງ ແກ້ວມະນີວົງ ຜູ້ອຳນວຍການບໍລິສັດວຽງຈັນມໍເຕີມາເກັດກ່າວວ່າ:

ບໍລິສັດແມ່ນເປັນຕົວແທນຈຳໜ່າຍລົດເອັມຈີພຽງຜູ້ດຽວໃນລາວປະກອບມີລົດ MG3, MG5, MG6, MG HS, MG ZS, ຊຶ່ງຍອດການຈຳໜ່າຍໃນໄລຍະ 2-3 ປີມານີ້

ເຫັນວ່າຫຼຸດລົງເຄິ່ງໜຶ່ງຍ້ອນສະພາບເສດຖະກິດຂະຫຍາຍຕົວຊ້າ ແລະບັນຫາອື່ນໆ ດັ່ງນັ້ນທາງບໍລິສັດຈຶ່ງຈະນຳລົດໄຟຟ້າເຂົ້າມາໃຫ້ລູກຄ້າໄດ້ຊົມໃຊ້ເປັນຜະລິດຕະພັນໃໝ່ຂອງເອັມຈີລຸ້ນ MG ZS EV ໃຊ້ ລະບົບໄຟຟ້າ 100% ປະຢັດລາຍຈ່າຍໄດ້ຫຼາຍໂດຍສາກໄຟເທື່ອໜຶ່ງບໍ່ເຖິງ 50 ພັນກີບແລ່ນໄດ້ປະມານ 360 ກິໂລແມັດ ໂດຍເທົ່າກັບລົດມີເຄື່ອງຈັກໃສ່ນໍ້າມັນເຕັມຖັງ, ລົດໄຟຟ້າລຸ້ນ MG ZS EV ນີ້ເປັນລົດທີ່ໃຊ້ໄຟຟ້າ 100% ຊຶ່ງຈະຊ່ວຍໃຫ້ລູກຄ້າກໍຄືຜູ້ຊົມໃຊ້ສາມາດປະຢັດລາຍຈ່າຍໄປເຖິງ 50 ເທົ່າ ເມື່ອທຽບໃສ່ລົດທີ່ມີເຄື່ອງຈັກໃຊ້ນໍ້າມັນເນື່ອງຈາກວ່າລົດດັ່ງກ່າວບໍ່ມີຈັກບໍ່ຈຳເປັນຕ້ອງໄດ້ໃສ່ນໍ້າມັນເຄື່ອງ, ລ້າງຈັດ ແລະອື່ນໆ.

ທ່ານ ດາວວົງ ແກ້ວມະນີວົງ ກ່າວຕື່ມວ່າ:

ລົດລະບົບໄຟຟ້າຂອງເອັມຈີແມ່ນໄດ້ນຳເຂົ້າມາແລ້ວ 1 ຄັນ ເພື່ອໃຫ້ ລູກຄ້າໄດ້ທົດລອງຂັບຂີ່ແຕ່ມາຮອດປະຈຸບັນລູກຄ້າສັ່ງຈອງແລ້ວ 10 ກວ່າຄັນຄາດຮອດມື້ນຳເຂົ້າຄືທ້າຍປີນີ້ຈະມີຮອດ 50 ຄັນ ສຳລັບລາຄາລົດດັ່ງກ່າວຢູ່ທີ່ 35 ພັນໂດລາຫຼື ປະມານ 300 ລ້ານ ກວ່າກີບ ຮັບປະກັບເຖິງ 6 ປີ ໄລຍະທາງ 1,8 ແສນກິໂລແມັດ ຊຶ່ງທ່ານໃດທີ່ສົນໃຈລົດດັ່ງກ່າວກໍສາມາດເຂົ້າໄປເບິ່ງໄດ້ທີ່ບໍລິສັດວຽງຈັນມໍເຕີມາເກັດໝາຍເລກໂທລະສັບ 021 514 111.

ແຫຼ່ງຂໍ້ມູນ: ຂຽນໂດຍ: ສະເຫຼີມໄຊ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...