ເປຕັງທີມຊຸດຍິງ ແລະ ຊດຕິ້ງ ຈາກສປປ.ລາວ ເຂົ້າຮອບ 8 ທີມສຸດທ້າຍ ຊິງແຊ້ມໂລກ 2019

ນັກກິລາເປຕັງທິມຊາດລາວ ໂດຍສະເພາະທິມຊດຍິງ ແລະ ຊຸດຕັ້ງດ່ຽວຍິງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນການແຂ່ງຂັນເປຕັງຊິງແຊ້ມໂລກ ຄັ້ງທີ 17 ປະເພດຍິງ ແລະ ປະເພດເຍົາວະຊົນ ທີ່ນະຄອນຫລວງພະນົມເປັນ, ປະເທດກໍາປູເຈຍ ລະຫວ່າງວັນທີ 18-24 ພະຈິກ 2019.

ຫລ້າສຸດທັງສອງປະເພດຂອງລາວສາມາດຜ່ານສູ່ ຮອບ 8 ທິມສຸດທ້າຍ.

ປະເພດທີມຊຸດຍິງລຸ້ນທົ່ວໄປ ຮອບຄັດເລືອກ 5 ນັດ, ລາວເຮົາຊະນະ 4 ເສຍ 1 ຄື:

ນັດທີ 1 ຊະນະ ສາທາລະນະລັດເກົາຫລີ (ເກົາຫລີໃຕ້) 13-1, ນັດທີ 2 ຊະນະຝຣັ່ງ ທີມ A: 12-7, ນັດທີ 3 ເສຍໃຫ້ ກໍາປູເຈຍ (ເຈົ້າພາບ) ທິມ B: 2-13 ນັດທີ 4 ຊະນະ ຝຣັ່ງ ທີມ B: 13-11 ແລະ ນັດທີ່ 5 ຊະນະ ສະໂລວັກ 13-5 ໄດ້ ອັນດັບທີ່ 7 ຈາກທັງຫມົດ 48 ທີມ ມາຈາກ 46 ປະເທດ ກ້າວສູ່ຮອບ 16 ທີມສຸດທ້າຍພົບກັບ ນໍຣເວ (ນອກແວ) ເປຕັງທີມຍິງລາວ ກໍ່ເອົາຊະນະນອກແວ 13-8 ຄະແນນ ເດີນຫນ້າສູ່ຮອບ 8 ທີມສຸດທ້າຍ.

ຕໍ່ໄປ ພົບກັບ ກໍາປູເຈຍ (ເຈົ້າພາບ) ທີມ B ທີ່ຊະນະ ສປ ຈີນ 13-6 ຄະແນນ ຮອບ 8 ທິມ ຈະແຂ່ງຂັນໃນວັນທີ 22 ພະຈິກນີ້ ເວລາ 16:15 ຖ້າລາວເຮົາຊະນະສ້າງປະຫວັດສາດຄວ້າຫລຽນທໍາອິດໃນຊິງແຊ້ມໂລກທັນທີ ເພາະຜ່ານມາບເຂົ້າຮ່ວມບໍ່ເຄີຍໄດ້ຫລຽນທັງປະເພດຍິງ ແລະ ຊາຍ ລຸ້ນທົ່ວໄປ, ໄດ້ຫນຶ່ງຫລຽນທອງຜ່ານມາ ແມ່ນປະເພດທີມສຸດເຍົາວະຊົນຊາຍ ໃນປີ 2013 ທີ່ບາງກອງປະເທດໄທ.

ຫມາຍເຫດ: ໃນຮອບຮອງ ຊະນະເລີດ ຫລື ຮອບ 4 ທິມສຸດທ້າຍຫມາຍວ່າແຕ່ລະທິມມີຫລຽນທອງຕິດມືແນ່ ນອນແລ້ວ.

ສໍາລັບນັກກິລາເປຕັງທິມຊຸດຍິງລາວເຮົາຄັ້ງນີ້ປະກອບມີ: ນາງ ມະນີວັນ ສຸລິຍາ, ນາງ ໂບວິລັກ ເທບພະກັນ, ນາງ ຈັນສະຫມອນ ວົງສະຫວັດ ແລະ ນາງ ຄູນ ສຸກສະ ຫວັດ.

ສ່ວນປະເພດຊຸດຕັ້ງຍິງດ່ຽວລຸ້ນທົ່ວໄປ ລາວເຮົາສົ່ງ ໂບວິລັກ ເທບພະກັນ ຮອບຄັດເລືອກ ຕີໄດ້ 36 ຄະແນນ, ຢູ່ອັນດັບ 3 ຕາມຫລັງອັນດັບ 1 ເຄເລັງ ແຊ້ມເກົ່າ ນັກກິລາປະສົບການສູງຂອງເຈົ້າພາບ 2 ຄະແນນ ແລະ ຕາມຫລັງອັນດັບ 2 ນັກກິລາຈາກນໍເວ (ນອກແວ) 1 ຄະແນນ ຜ່ານເຂົ້າຮອບ 8 ຄົນສຸດທ້າຍພົບກັບ ນັດ ຕາວັນ ເຟືອງສະນິດ ຈາກໄທ ຈະແຂ່ງຂັນໃນວັນທີ 22 ພະຈິກນີ້ ເວລາ 9 ໂມງເຊົ້າ.

ການແຂ່ງຂັນຄັ້ງນີ້ ສປປ ລາວ ສົ່ງຄະນະນັກກິລາເປຕັງລາວ 11 ຄົນ (ນັກກິລາ 8 ຄົນ) ເຂົ້າຮ່ວມຊິງໄຊກັບ 45 ປະເທດ ລວມ 4 ລາຍການຄື: ທິມຊດຍິງທົ່ວໄປ, ຊຸດຕິງຍິງດຽວ, ຊຸດຕິງດຽວເຍົາວະຊົນຊາຍ ແລະ ທິມຊດເຍົາວະຊົນຊາຍ.

Photo: ສະຫະພັນເປຕັງແຫ່ງຊາດລາວ & FFPJP
ແຫຼ່ງຂໍ້ມູນ: LaonationalTV




InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...