Articles by

InsideLaos

Online Journalists at insidelaos.com.

ຕະກູນ ທີ່ໄດ້ຮັບການເລືອກໃຫ້ດຳລົງຕຳແໜ່ງນາງສັງຂານຫຼວງພະບາງ ຕິດຕໍ່ກັນເຖິງ 3 ລຸ້ນ

ປະເພນີການແຫ່ນາງສັງຂານໃນບຸນປີໃໝ່ລາວ ແມ່ນໄດ້ຈັດຂື້ນ ແລະສືບທອດປະຕິບັດກັນມາຫຼາຍຍຸກຫຼາຍສະໄໝໂດຍມີຕົ້ນກຳເນີດທຳອິດມາຈາກຣາຊສຳນັກຫຼວງພະບາງ. ໂດຍການຄັດລອກອອກມາຈາກນິທານດັ່ງກ່າວມານັ້ນ ແລະ ໄດ້ຈຳລອງເຫດການໃຫ້ຄືສະຖານະການຈິງ ຈື່ງເຮັດໃຫ້ພິທີມີມົນຂັງອັນສັກສິດ ແລະເປັນທີ່ເຊື່ອຖືຫຼາຍຂອງມະຫາຊົນຄົນລາວຈຳນວນກວ້າງ. ປັດຈຸບັນ ໄດ້ສືບທອດປະເພນີແຫ່ນາງສັງຂານໃນບັນດາຫຼາຍແຂວງທົ່ວປະເທດ ໂດຍສະເພາະທີ່ພົ້ນເດັ່ນແມ່ນ: ຂະບວນແຫ່ນາງສັງຂານແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະແຂວງອື່ນໆອີກດ້ວຍ. ຕົ້ນຕະກູນ " ບຸບຜາ " ເປັນຕະກູນໜຶ່ງໃນຫຼວງພະບາງທີ່ໄດ້ຮັບການເລືອກໃຫ້ດຳຣົງຕຳແໜ່ງນາງສັງຂານຕິດຕໍ່ກັນມາເຖີງ...

ຄະນະສະເພາະກິດ! ຂໍແກ້ຂ່າວກ່ຽວກັບການຊ່ວຍເຫຼືອຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ

ໃນວັນທີ 18 ເມສາ 2020 ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຊີ້ແຈງຕໍ່ສື່ມວນຊົນ ແລະສັງຄົມ ໃນການຖະແຫຼງຂ່າວວ່າ: ຂໍແກ້ຂ່າວໃນການຖະແຫຼງກ່ຽວກັບການຊ່ວຍເຫຼືອຈາກຕ່າງປະເທດ ໂດຍສະເພາະປະເທດ ອາເມລິກາ...

ຕຳນານ! ປູ່ສັງຂະສາ ຍ່າສັງຂະສີ ຫລື ເທວະດາຫຼວງ ປູ່ເຍີ ຍ່າເຍີ ແຫ່ງນະຄອນຫຼວງພະບາງ

ມື້ນີ້, ທາງອິນໄຊລາວ ຂໍນຳເອົາຂໍ້ມູນເລື່ອງ ປູ່ເຍີຍ່າເຍີ ທີ່ຫຼາຍຄົນສົນໃຈ ເຊິ່ງເປັນບົດຄວາມຈາກທ່ານ @ອະນຸສອນ ມະນີສຸກ. ປູ່ເຍີ ຍ່າເຍີ ຫລື ບາງສະໄໝຮຽກວ່າ: ປູ່ສັງຂະສາ ຍ່າສັງຂະສີ ຫລື ເທວະດາຫລວງ ເຊິ່ງພຼະເຈົ້າຟ້າງຸ່ມມະຫາຣາຊ ໄດ້ຊົງປະດິດສະຖານແຕ່ງຕັ້ງຂຶ້ນ...

ພິທີຄອບໄຂ່ວອົງພຣະບາງ ບໍ່ໄດ້ອັງເຊີນລົງຫົດສົງ ໃນປີ ພສ 2563

ປີ 2020 ເປັນປີ ມີການຄອບໄຂ່ວອົງພຣະບາງ ບໍ່ໄດ້ອັງເຊີນລົງຫົດສົງ ຕາມປົກກະຕິ ຄືດັງທຸກໆປີທີຜ່ານມາ ແຕ່ທາງພຣະສົງ ການນຳ ແລະຜູ້ຊົງຄຸນນະວຸດ ກໍ່ໄດ້ເຮັດພິທີໃຫ້ຖືກຕ້ອງຄອງທັມ ເພື່ອຄວາມເປັນສິຣິມຸງຄຸນແກ່ປວງຊົນ ແລະປະເທດຊາດບ້ານເມືອງໃຫ້ພົ້ນຜ່ານພະຍາດໂລຄາ ໃຫ້ຈາງຫາຍໄປ. ຕອນເຊົ້າ​ວັນສຸກ​ ວັນທີ​ 17 ເມສາ...

ມາແລ້ວ ! ສະບຽງອາຫານ 5.000 ຊຸດ ມູນຄ່າ 300 ລ້ານກວ່າກີບ ຈະມອບໃຫ້ 5 ເມືອງໃນນະຄອນຫຼວງວຽງຈັນ

ຫຼາຍພາກສ່ວນໄດ້ສົມທົບສະບຽງອາຫານມອບໃຫ້ນະຄອນຫຼວງວຽງຈັນ ເຊິ່ງຊີ້ນຳໂດຍພະແນກຖະແຫຼງຂ່າວ ວັດທະນາທຳ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ ຄະນະສະເພາະກິດຕ້ານການລະບາດພະຍາດ Covid-19 ນະຄອນຫຼວງວຽງຈັນ, ໂທລະພາບນະຄອນຫຼວງ ແລະ ບັນດາຜູ້ປະກອບການຈາກສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ເພື່ອໄປມອບຊ່ອຍເຫຼືອຜູ້ທີ່ພົບຄວາມຫຍຸ້ງຍາກໃນການໄປທຳມາຫາກິນໃນໄລຍະກັກກັນ ເຊິ່ງຈັດສະບຽງອາຫານເປັນ 5.000 ຊຸດ ມູນຄ່າ...

ສົ່ງຄະນະແພດຊ່ຽວຊານກອງທັບຫວຽດນາມກັບຄືນປະເທດ!

ທີ່ໂຮງແຮມເມືອງແທັງ ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນຫວຽດນາມຈຳນວນ 7 ສະຫາຍ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫລັງທີ່ໄດ້ເດີນທາງມາປະຕິບັດໜ້າທີ່ ໃຫ້ການຊ່ວຍເຫລືອວຽກງານການຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢູ່ ສປປ ລາວ, ແຕ່ວັນທີ 7 ເມສາ...

ລາຍລະອຽດ ແຈ້ງການ! ການຕໍ່ເວລາ ແລະ ການແນະນຳເພີ່ມຕື່ມ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ມາຍັງທ່ານ ຊາບດັ່ງນີ້: 1) ເຫັນດີໃຫ້ຕໍ່ເວລາ ໃນການຈັດຕັ້ງປະຕິບັດຕາມຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ອອກໄປຕື່ມອີກ 14 ວັນ...

ຜູ້ນໍາອາຊຽນບວກສາມ ເຫັນດີສ້າງກອງທຶນພິເສດເພື່ອຮັບມືກັບພະຍາດໂຄວິດ-19

ກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດ ຜູ້ນໍາອາຊຽນບວກສາມ (​ສປ ຈີນ, ສ. ເກົາ​ຫລີ ແລະ ຍີ່ປຸ່ນ) ກ່ຽວກັບການແຜ່ລະບາດພະຍາດ ໂຄວິດ-19 ໃນວັນທີ 14 ເມສາ 2020...