Articles by

InsideLaos

Online Journalists at insidelaos.com.

ຕະກຸນນາກຂອງ ເມືອງຊຽງດົງ ຊຽງທອງ (ຫຼວງພຣະບາງ)

ຈາກພົງສາວະດານຕ່າງໆເຮັດໃຫ້ແຈ່ມແຈ້ງວ່າ ຊົນລາວລາວມີຄວາມເຊື່ອໃນພະຍານາກຢ່າງແໜ້ນແຟ້ນ ຊື່ເມືອງທຸກໆເມືອງລ້ວນແຕ່ກ່ຽວພັນກັບພະຍານາກທັງນັ້ນ ບໍ່ພຽງແຕ່ການຕັ້ງຊື່ເມືອງໃຫ້ກ່ຽວຂ້ອງກັບພະຍາ ນາກ ແຕ່ຫາກຍັງປາກົດຕາມຄະຕິຄວາມເຊື່ອໃນການຫາລືກງາມ ຍາມດີໃນການຂຶ້ນຄອງແຜ່ນດິນຂອງບັນດາເຈົ້າຊີວິດອີກ ເຊັ່ນ : ຂຸນບູຣົມຣາຊາທິຣາຊ ເຈົ້ານະຄອນໜອງແສ ຜູ້ສ້າງເມືອງແຖນຈົນສຳເລັດ ຈຶ່ງຫາລຶກງາມຍາມດີຂຶ້ນຄອງເມືອງແຖນ ເຊິ່ງຫາໄດ້ວັນທີ່ລາຫູເຂົ້າສູ່ລາສີຕຸນ ສັດຄູ່ລາສີ ກໍ່ຄື ພະຍານາກ. ຄວາມສຳພັນລະຫວ່າງນາກກັບນະຄອນຕ່າງໆ...

ເຊັນສັນຍາ ພັດທະນາເຕັກນິກ ການຜະລິດກະສິກຳສະອາດ ຢູ່ຫຼວງນ້ຳທາ

ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບກຸ່ມບໍລິສັດສີມອນ ພັດທະນາກະສິກຳ ໄດ້ເຊັນສັນຍາຮ່ວມມື ວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາ ເຕັກນິກການຜະລິດກະສິກຳສະອາດ ໃນວັນທີ 92 ສິງຫາ ຜ່ານມາ ຢູ່ສູນຄົ້ນຄວ້າກະສິກຳຫລວງນ້ຳທາ ໂດຍການຮ່ວມລົງນາມ ລະຫວ່າງທ່ານ ປະດິດ...

ລະນຶກຄຸນງາມຄວາມດີຂອງນັກຮົບປະຕິວັດ ໂອກາດວັນຢຶດອຳນາດ

 ຄະ­ນະ​ພັກ ຄະ­ນະ​ສະ­ພາ​ປະ­ຊາ­ຊົນ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຄະ­ນະ​ປົກ­ຄອງ​ເມືອງ​ໄຊ​ເສດ​ຖາ ແລະ ເມືອງ​ໄຊ​ທາ­ນີ ເຂົ້າ​ວາງ​ພວງ­ມາ­ລາ ແລະ ກະ­ຕ່າ​ດອກ​ໄມ້ ເພື່ອ​ລະ­ນຶກ​ເຖິງ​ຄຸນ­ງາມ­ຄວາມ­ດີ​ຂອງ​ນັກ­ຮົບ​ປະ­ຕິ­ວັດ ແລະ ຜູ້​ເສຍ­ສະ­ຫຼະ​ຊີ­ວິດ​ເພື່ອ​ປະ­ເທດ​ຊາດ ຢູ່​ອະ­ນຸ­ສາ­ວະ­ລີ​ນັກ­ຮົບ​ນິລະ­ນາມ ແລະ ຫໍ​ພິ​ພິ​ທະ​ພັນ ໄກ­ສອນ...

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານພະລັງງານ ແລະ ບໍ່ແຮ່

ທ່ານ ເຈີນ ຕວນ ແອັງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ສສ ຫວຽດ­ນາມ ເດີນທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ສປປ ລາວ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ...

ປະໂຫຍດຂອງການ “ກິນອາຫານນ້ອຍ”

ພຣະພິກຂຸໃນພຣະພຸດທະສາສນາໄດ້ຮັບອະນຸຍາດໃຫ້ສັນອາຫານພຽງມື້ລະ 1 ຫລື 2 ຄາບເທົ່ານັ້ນ. ພຣະຜູ້ມີພຣະພາກເຈົ້າ ຊົງເຫັນປະໂຫຍດອັນໃດ ຈິ່ງຊົງບັນຍັດໃຫ້ພິກຂຸສັນອາຫານພຽງໜ້ອຍດຽວ? ຄຳຕອບຈາກພຣະສູດມີຢູ່ວ່າ: ”ດູລາພິກຂຸທັງຫລາຍ! ເຮົາສັນອາຫານໃນເວລາກ່ອນພັດຄັ້ງດຽວ ເມື່ອເຮົາສັນອາຫານໃນເວລາກ່ອນພັດຄັ້ງດຽວ ຍ່ອມຮູ້ສຶກເຫັນຄຸນຄື ຄວາມເປັນຜູ້ມີອາພາດນ້ອຍ, ມີໂຣຄເບົາບາງ, ກາຍເບົາ, ມີກຳລັງ ແລະຢູ່ຢ່າງສຳລານ. ດູລາພິກຂຸທັງຫລາຍ!...

ປີ 2019 ນີ້ ຄໍາມ່ວນ ປູກພືດລະດູຝົນໄດ້ລື່ນແຜນການ

ຕາມການລາຍງານຈາກ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນການຜະລິດພືດລະດູຝົນປີ 2019 ນີ້ ຢູ່ແຂວງຄຳມ່ວນສາມາດປະຕິບັດໄດ້ລື່ນແຜນການທີ່ວາງໄວ້. ເຊິ່ງໃນທົ່ວແຂວງ ມີເນື້ອທີ່ແຜນການສູ້ຊົນປູກພືດທັງໝົດ 5.670 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 68.780 ໂຕນ....

ທະນາຄານ ICBC ມອບຄອມພິວເຕີ 33 ຊຸດ ໃຫ້ໂຮງຮຽນ 11 ແຫ່ງ ໃນນະຄອນຫຼວງວຽງຈັນ

ທະນາຄານ ອຸດສາຫະກໍາ ​ແລະ ການ​ຄ້າ​ຈີນ ຈໍາກັດ ສາຂານະຄອນຫຼວງ​ວຽງ​ຈັນ ຫຼື ທະນາຄານ ໄອຊີບີຊີ (ICBC ) ມອບຄອມພິວເຕີ 33 ຊຸດ ໃຫ້ໂຮງຮຽນ 11 ແຫ່ງໃນນະຄອນຫຼວງວຽງຈັນ...

ລວມເຄື່ອງໝາຍກາເຫຼົ່າຮົບ ທະຫານກອງທັບປະຊາຊົນລາວ

ຂັ້ນ ແລະ ຊັ້ນຂອງນາຍທະຫານກອງທັບປະຊາຊົນລາວ  (ລະບຸຢູ່ໃນມາດຕາ 13 ຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ). ນາຍທະຫານກອງທັບປະຊາຊົນລາວປະກອບມີສາມຂັ້ນ ແລະ ສິບຊັ້ນດັ່ງນີ້:ຂັ້ນນາຍຮ້ອຍ, ຂັ້ນນາຍພັນ ແລະ ຂັ້ນນາຍພົນ.ຂັ້ນນາຍຮ້ອຍມີສາມຊັ້ນຊັ້ນຮ້ອຍຕີ, ຊັ້ນຮ້ອຍໂທ ຊັ້ນຮ້ອຍເອກຂັ້ນນາຍພັນມີສາມຊັ້ນຊັ້ນພັນຕີ.ຊັ້ນພັນໂທຊັ້ນພັນເອກຂັ້ນນາຍພົນມີ ສີ່ ຊັ້ນຊັ້ນພົນຈັດຕະວາຊັ້ນພົນຕີຊັ້ນພົນໂທຊັ້ນພົນເອກ  ແຫຼ່ງຂໍ້ມູນ: ເວບໄຊກອງທັບປະຊາຊົນລາວ http://www.mod.gov.la