ຂໍຂອບໃຈນຳຜູ້ສະໜັບສະໜູນ
ພາບປະກອບ

ພຣະພິກຂຸໃນພຣະພຸດທະສາສນາໄດ້ຮັບອະນຸຍາດໃຫ້ສັນອາຫານພຽງມື້ລະ 1 ຫລື 2 ຄາບເທົ່ານັ້ນ.

ພຣະຜູ້ມີພຣະພາກເຈົ້າ ຊົງເຫັນປະໂຫຍດອັນໃດ ຈິ່ງຊົງບັນຍັດໃຫ້ພິກຂຸສັນອາຫານພຽງໜ້ອຍດຽວ?

ພາບປະກອບ

ຄຳຕອບຈາກພຣະສູດມີຢູ່ວ່າ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

”ດູລາພິກຂຸທັງຫລາຍ! ເຮົາສັນອາຫານໃນເວລາກ່ອນພັດຄັ້ງດຽວ ເມື່ອເຮົາສັນອາຫານໃນເວລາກ່ອນພັດຄັ້ງດຽວ ຍ່ອມຮູ້ສຶກເຫັນຄຸນຄື ຄວາມເປັນຜູ້ມີອາພາດນ້ອຍ, ມີໂຣຄເບົາບາງ, ກາຍເບົາ, ມີກຳລັງ ແລະຢູ່ຢ່າງສຳລານ. ດູລາພິກຂຸທັງຫລາຍ! ແມ່ນແຕ່ພວກທ່ານທັງຫລາຍຈົ່ງມາ ຈົ່ງສັນອາຫານໃນເວລາກ່ອນພັດຄັ້ງດຽວ ຈະຮູ້ສຶກເຫັນຄຸນ ຄື ຄວາມເປັນຜູ້ມີອາພາດນ້ອຍ, ມີໂຣຄເບົາບາງ, ກາຍເບົາ, ມີກຳລັງ ແລະຢູ່ຢ່າງສຳລານ.“

ພາບປະກອບ

ຈາກ: ພັດທາລີສູຕຣ໌ ມ.ມ. 

ສະນັ້ນ, ການຮັບປະທານອາຫານແຕ່ພໍດີ ບໍ່ຫລາຍເກີນຈຳເປັນ ຈິ່ງເປັນປະໂຫຍດແກ່ຮ່າງກາຍ.

ພຣະພຸດທະສາສນາຈິ່ງສອນໃຫ້ຮູ້ຈັກພໍປະມານໃນການບໍລິໂພກອາຫານ ເພື່ອຈະບໍ່ມີພະຍາດໂຣຄາບຽດບຽນ ເປັນຜູ້ບໍ່ມັກເຈັບໄຂ້ ຮ່າງກາຍຕົວຕົນເບົາ ມີກຳລັງ ດີກວ່າມີໄຂມັນຂຶ້ນ ເບົາຫວານມາໂຮມ ຄວາມດັນມາຢາມ.

ແຫຼ່ງຂໍ້ມູນ:​ ພຣະພຸດທະສາສນາ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້