Wednesday, April 23, 2025

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານພະລັງງານ ແລະ ບໍ່ແຮ່

ທ່ານ ເຈີນ ຕວນ ແອັງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ສສ ຫວຽດ­ນາມ ເດີນທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ສປປ ລາວ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ພົບ​ປະ​ສອງ​ຝ່າຍ ຈັດ​ຂຶ້ນ​ຢູ່​ໂຮງ­ແຮມ​ເມືອງ​ແທັງ ວັນ​ທີ 17 ສິງ­ຫາ 2019 ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຝ່າຍ​ຫວຽດ­ນາມ ນຳ​ໂດຍ​ທ່ານ ເຈີນ ຕວນ ແອັງ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ກ່າວ​ວ່າ:

ປັດ​ຈຸ​ຸ​ບັນ ສປປ ລາວ ມີ​ແຫຼ່ງ​ຜະ­ລິດ​ໄຟ­ຟ້າ 63 ແຫ່ງ ກຳ­ລັງ​ຕິດ​ຕັ້ງ 7.200 ເມ​ກາ​ວັດ ກຳ­ລັງ​ກໍ່­ສ້າງ 27 ໂຄງ­ການ ກະ­ກຽມ​ການ​ກໍ່­ສ້າງ 37 ໂຄງ­ການ ແລະ ຢູ່​ໃນ​ຂັ້ນ​ຕອນ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ 55 ໂຄງ­ການ ກຳ­ລັງ​ຕິດ​ຕັ້ງ​ລວມ 25.000 MW ການ​ພັດ­ທະ­ນາ​ລະ­ບົບ​ສາຍ​ສົ່ງ​ກໍ​ດຳ­ເນີນ​ໄປ​ຢ່າງ​ແຂງ­ແຮງ ປັດ­ຈຸ­ບັນ ມີ​ລະ­ບົບ​ສາຍ​ສົ່ງ​ແຮງ​ສູງ ແຮງ​ກາງ ແລະ ແຮງ​ຕ່ຳ ຍາວ 63.000 ກວ່າ​ກິ­ໂລ­ແມັດ ສະ­ຖາ­ນີ​ຈ່າຍ​ໄຟ­ຟ້າ 70 ແຫ່ງ ສະ­ໜອງ​ໄຟ­ຟ້າ​ຮັບ​ໃຊ້​ພາຍ​ໃນ ໄດ້ 95% ຂອງ​ຈຳ­ນວນ​ຄອບ­ຄົວ​ທົ່ວ​ປະ­ເທດ ການ​ເຊື່ອມ​ໂຍງ​ລະ­ບົບ​ສາຍ​ສົ່ງ ແລະ ຊື້-ຂາຍ​ພະ­ລັງ­ງານ​ໄຟ­ຟ້າ ກັບ​ປະ­ເທດ​ໃກ້​ຄຽງ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ຂະ­ຫຍາຍ­ຕົວ​ຢ່າງ​ແຂງ­ແຮງ.

ພາບປະກອບ

ປັດ­ຈຸ­ບັນ ລາວ​ສົ່ງ​ຂາຍ​ໄຟ­ຟ້າ​ໃຫ້​ຫວຽດ­ນາມ 320 ເມ​ກາ​ວັດ ຄາດ​ວ່າ​ຮອດ​ປີ 2030 ຈະ​ສົ່ງ​ຂາຍ​ໃຫ້​ໄດ້​ຫຼາຍ​ກວ່າ 5.000 ເມ​ກາ​ວັດ ຂາຍ​ໃຫ້​ໄທ 4.000 ເມ​ກາ​ວັດ ຄາດ​ວ່າ​ຮອດ​ປີ 2021 ເພີ່ມ​ຂຶ້ນ​ເປັນ 6.000 ເມ​ກາ​ວັດ ຮອດ​ປີ 2030 ຈະ​ໃຫ້​ໄດ້​ຫຼາຍ​ກວ່າ 9.000 ເມ​ກາ​ວັດ ເລີ່ມ​ສົ່ງ​ຂາຍ​ໃຫ້​ກຳ­ປູ­ເຈຍ ຄາດ​ວ່າ​ຮອດ​ປີ 2020 ຈະ​ໃຫ້​ໄດ້ 300 ເມ​ກາ​ວັດ ຮອດ​ປີ 2025 ໃຫ້​ໄດ້ 1.500  ເມ​ກາ​ວັດ ຮອດ​ປີ 2030 ໄດ້​ຫຼາຍ​ກວ່າ 3.500 ເມ​ກາ​ວັດ ນອກ​ນີ້ ຍັງ​ໄດ້​ຂາຍ​ໃຫ້​ມຽນ​ມາ ຄາດ​ວ່າ​ຮອດ​ປີ 2023 ຈະ​ໃຫ້​ໄດ້ 300 ເມ​ກາ​ວັດ ໂດຍ​ຜ່ານ​ລະ­ບົບ 230 KV ແລະ ຂາຍ​ໃຫ້​ມາ​ເລ​ເຊຍ ໂດຍ​ຜ່ານ​ໄທ 100 ເມ​ກາ​ວັດ ແລະ ຈະ​ເພີ່ມ​ເປັນ 300 ເມ​ກາ​ວັດ ໃນ​ປີ 2020 ສຳ­ລັບ​ການ​ພັດ­ທະ­ນາ​ດ້ານ​ບໍ່​ແຮ່ ສາ­ມາດ​ສຶກ​ສາ-ສຳ​ຫຼວດ ຈຸດ​ປາ­ກົດ​ແຮ່​ທາດ​ໄດ້​ຫຼາຍ​ກວ່າ 570 ຈຸດ ສຳ­ເລັດ​ສ້າງ​ແຜ່ນ​ທີ່​ທໍ­ລະ­ນີ​ສາດ ແລະ ແຮ່​ທາດ​ມາດ­ຕາ​ສ່ວນ 1/200000 ກວມ​ເນື້ອ­ທີ່ 70% ຂອງ​ເນື້ອ­ທີ່​ທົ່ວ​ປະ­ເທດ ປັດ­ຈຸ­ບັນ ມີ 280 ບໍ­ລິ­ສັດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ລົງ­ທຶນ ແລະ ພວມ​ດຳ­ເນີນ​ການ​ສຳ​ຫຼວດ ຊອກ​ຄົ້ນ ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ທາດ ເຊິ່ງ​ປະ­ກອບ​ດ້ວຍ 400 ກິດ­ຈະ­ການ.

ໂອ­ກາດ​ນີ້ ສອງ​ຝ່າຍ​ຍັງ​ໄດ້​ປຶກ­ສາ​ຫາ­ລື​ບັນ­ດາ​ໂຄງ­ການ​ພະ­ລັງ­ງານ​ໃນ­ຕໍ່­ໜ້າ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ປະ­ສິດ​ທະ​ຜົນ​ສູງ ຄື:

ພາບປະກອບ

ການ​ເຊື່ອມ​ຕໍ່​ຈາກ​ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ​ຊຳ ໂຄງ­ການ​ພະ­ລັງ​ຄວາມ​ຮ້ອນ​ຂອງ​ໄຟ ຟ້າ​ລາວ 300 MW ການ​ກຳ­ນົດ​ຈຸດ​ເຊື່ອມ​ຕໍ່​ຈາກ​ກຸ່ມ​ໂຄງ­ການ​ນ້ຳ​ໂມ້ 2 ກຳ­ລັງ​ຕິດ​ຕັ້ງ​ປະ­ມານ 500 MW ຈາກ​ກຸ່ມ​ໂຄງ­ການ​ໄຟ­ຟ້າ​ນ້ຳ​ໂມ້ 2 ການ​ຊື້-ຂາຍ ໄຟ­ຟ້າ​ຈາກ​ໂຄງ­ການ​ພະ­ລັງ­ງານ​ໄຟ­ຟ້າ​ພາກ​ໃຕ້​ລາວ ກຳ ລັງ​ຕິດ​ຕັ້ງ 465 MW ໂດຍ​ຜ່ານ​ໂຄງ­ການ​ສາຍ​ສົ່ງ​ຂອງ​ໂຄງ­ການ​ເຊ​ກະ​ໝານ 1 ແລະ ເຊ​ກະ​ໝານ 3 ທີ່​ມີ​ແລ້ວ ການ​ຊື້-ຂາຍ​ໄຟ­ຟ້າ​ຈາກ​ໂຄງ­ການ​ນ້ຳ​ອູ 5, 6, 7 ກຳ­ລັງ​ຕິດ​ຕັ້ງ 630 MW ເຊິ່ງ​ມີ​ແຜນ​ຈະ​ຂາຍ​ໃຫ້​ຫວຽດ­ນາມ ເລີ່ມ​ແຕ່​ປີ 2021 ເປັນ­ຕົ້ນ​ໄປ ການ​ຊື້-ຂາຍ​ໄຟ­ຟ້າ​ຈາກ​ໂຄງ­ການ​ໄຟ­ຟ້າ​ຄວາມ​ຮ້ອນ ຢູ່​ເມືອງ​ບົວ­ລະ­ພາ ແຂວງ​ຄຳ​ມ່ວນ ກຳ­ລັງ​ຕິດ​ຕັ້ງ 1.800 MW ການ​ຊື້-ຂາຍ ໄຟ­ຟ້າ​ຈາກ​ໂຄງ­ການ​ໄຟ­ຟ້າ​ພະ­ລັງ­ງານ​ລົມ ຢູ່​ແຂວງ​ເຊ​ກອງ ກຳ­ລັງ​ຕິດ​ຕັ້ງ 600 MW.

ນອກ​ນີ້ ສອງ​ຝ່າຍ​ຍັງ​ເຫັນ​ດີ​ສືບ­ຕໍ່​ການ​ສຶກ​ສາ​ໂຄງ­ການ​ເຊື່ອມ​ຕໍ່​ສາຍ​ສົ່ງ 500 KV ຈາກ​ສະ­ຖາ­ນີ​ຫາດ​ຊັນ (ລາວ)-ສະ­ຖາ­ນີ​ເບີ​ອີ້ (ຫວຽດ­ນາມ) ແລະ ສືບ­ຕໍ່​ສຶກ​ສາ​ຮ່ວມ​ກັນ ກ່ຽວ​ກັບ​ການ​ກຳ­ນົດ​ລາ­ຄາ​ຊື້-ຂາຍ​ໄຟ­ຟ້າ​ຄືນ­ໃໝ່ ໂດຍ​ການ​ຮັບ​ຮູ້​ຈາກ​ລັດ­ຖະ­ບານ​ຂອງ 2 ປະ­ເທດ ພາຍ​ໃນ​ໄລ­ຍະ​ເວ­ລາ​ອັນ​ໃກ້​ນີ້ ສຳ­ລັບ​ໂຄງ­ການ​ທີ່​ເຈລະ­ຈາ​ຢູ່​ໃນ​ປັດ­ຈຸ­ບັນ ແມ່ນ​ເຫັນ​ດີ​ນຳ​ໃຊ້​ລາ­ຄາ​ຕາມ​ທີ່​ລັດ­ຖະ­ບານ​ຫວຽດ­ນາມ​ໄດ້​ຕົກ­ລົງ​ຜ່ານ​ມາ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.