ລະນຶກຄຸນງາມຄວາມດີຂອງນັກຮົບປະຕິວັດ ໂອກາດວັນຢຶດອຳນາດ

ພາບປະກອບ

 ຄະ­ນະ​ພັກ ຄະ­ນະ​ສະ­ພາ​ປະ­ຊາ­ຊົນ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຄະ­ນະ​ປົກ­ຄອງ​ເມືອງ​ໄຊ​ເສດ​ຖາ ແລະ ເມືອງ​ໄຊ​ທາ­ນີ ເຂົ້າ​ວາງ​ພວງ­ມາ­ລາ ແລະ ກະ­ຕ່າ​ດອກ​ໄມ້ ເພື່ອ​ລະ­ນຶກ​ເຖິງ​ຄຸນ­ງາມ­ຄວາມ­ດີ​ຂອງ​ນັກ­ຮົບ​ປະ­ຕິ­ວັດ ແລະ ຜູ້​ເສຍ­ສະ­ຫຼະ​ຊີ­ວິດ​ເພື່ອ​ປະ­ເທດ​ຊາດ ຢູ່​ອະ­ນຸ­ສາ­ວະ­ລີ​ນັກ­ຮົບ​ນິລະ­ນາມ ແລະ ຫໍ​ພິ​ພິ​ທະ​ພັນ ໄກ­ສອນ ພົມ­ວິ­ຫານ ເນື່ອງ​ໃນ​ໂອ­ກາດ​ວັນ​ຢຶດ​ອຳ­ນາດ ຄົບ­ຮອບ 44 ປີ (23/8/1975-23/8/2019).

ການ​ເຂົ້າ​ຄຳ­ນັບ​ວາງ​ພວງ­ມາ­ລາ ແລະ ກະ­ຕ່າ​ດອກ​ໄມ້​ຄັ້ງ​ນີ້ ຄະ­ນະ​ອົງ­ການ​ປົກ­ຄອງ ນະ­ຄອນ­ຫຼວງ​ວຽງ​ຈັນ ນຳ​ໂດຍ​ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ​ນະ­ຄອນ ຫຼວງ​ວຽງ​ຈັນ ຄະ­ນະ​ປົກ­ຄອງ​ເມືອງ​ໄຊ​ເສດ​ຖາ ນຳ​ໂດຍ​ສະ­ຫາຍ ຖະ­ໜອມ ທຳ​ທອງ ຄະ­ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ເສດ​ຖາ ຄະ­ນະ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ນຳ​ໂດຍ​ສະ­ຫາຍ ຄຳ​ປະ­ດິດ ເຂັມ​ມາ­ນິດ ຄະ­ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ທາ­ນີ.

ພາບປະກອບ

ຈູດ​ປະ­ສົງ​ເພື່ອ​ສະ­ແດງ​ຄວາມ​ເຄົາ­ລົບ​ຮັກ ຄວາມ​ກະ​ຕັນ​ຍູ້ ຮູ້​ບຸນ­ຄຸນ​ຕໍ່​ນັກ­ຮົບ​ປະ­ຕິ­ວັດ ແລະ ຜູ້​ເສຍ­ສະ­ຫຼະ​ຊີ­ວິດ ແລະ ຜົນ­ງານ​ອັນ​ໃຫຍ່​ຫຼວງ​ທີ່​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຜູ້­ນຳ​ທີ່​ແສນ​ເຄົາ­ລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ໄດ້​ສ້າງ​ໄວ້​ໃຫ້​ເປັນ​ບົດ­ຮຽນ​ແກ່​ການ­ຈັດ­ຕັ້ງ​ພັກ-ລັດ ແລະ ປວງ​ຊົນ​ລາວ​ທັງ​ຊາດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...