Friday, November 14, 2025
Kbank Laos โอน รับ จ่าย

Google Calendar ເຮັດເສັ້ນເຮົາແລ້ວ

ໃຜທີ່ໃຊ້ມືຖືລະບົບແອນດອຍ​ ຊ່ວງນີ້ອາດຈະຖືກ Spam​ ເຂົ້າມາໃນຕາຕະລາງປະຈຳວັນ ວ່າເຮົາໄດ້ຮັບເຄື່ອງໄອໂຟນລຸ້ນນັ້ນລຸ້ນນີ້​ ທັງທີ່ແທ້ຈິງແລ້ວ ເຮົາບໍ່ເຄີຍໄປຮ່ວມລາຍການຫຍັງເລີຍ


ບັນຫານີ້ເກີດຈາກຊ່ອງຫວ່າງໃນລະບົບຕາຕະລາງວຽກອັດຕະໂນມັດ​ໃນ​ Google Calendar ຜ່ານທາງ Gmail ຂອງເຮົາ​ ໂດຍເກີດຈາກຜົນແບບທີ່ເຫັນ ກໍຕໍ່ເມື່ອລະບົບເຫັນວ່າອີເມວຂີ້ເຫຍື້ອເຫລົ່ານີ້ເປັນ Spam ເທົ່ານັ້ນ

ເລື່ອງນີ້​ ຕ້ອງຖືວ່າເປັນເລື່ອງທີ່ຂັດໃຈ Google​ ແທ້ໆ​ ເພາະໂຕຈິງແລ້ວ ອີເມວພວກນີ້ຄວນຖືກເກັບໄວ້ໃນ ແຟັມ Spam ໂດຍທີ່ບໍ່ປະກົດໃຫ້ເຮົາເຫັນ ແຕ່​ Google ພັດປ່ອຍໃຫ້ອີເມວ ຂີ້ເຫຍື້ອ “Your iPhone Xs Max is ready for PickUp” และ “iPhone X s Free Giveaway.” ຫຼຸດຕາມຊ່ອງຫວ່າງຂອງລະບົບ ຈົນມາປະກົດໃນປະຕິທິນຂອງເຮົາໄດ້ໂດຍບໍ່ບອກບໍ່ກ່າວ

ລະຫວ່າງ ທີ່​ Google ກຳລັງຫາວິທິແກ້​ (ຫວັງວ່າເດີ້)​ ເຮົາມີວິທີແກ້ມາຝາກ

1.ໂຫລດແອບ Google Calendar ມາປິດ ຟີເຈີ Event ອອກ​ ເຊິ່ງເປັນວິທີແກ້ບັນຫາສະເພາະໜ້າແບບງ່າຍໆ ໂດຍເຂົ້າໄປ Google Play ແລ້ວໂຫລດແອບ Google Calendar ມາຕິດຕັ້ງ.​ ຫຼັງຈາກນັ້ນ ເຂົ້າໄປໃນ​ Setting ແລ້ວກົດໜ້າກ່ອງ 4 ຫຼ່ຽມ​ ທີ່ເປັນ Event ເທົ່ານັ້ນ


ວິທິ​ນີ້​ ໃຊ້ໄດ້ກໍຕໍ່ເມື່ອ ທ່ານບໍ່ຄ່ອຍໄດ້ໃຊ້ Google Calendar ເທົ່າໃດ​ ເພາະມັນຈະເທົ່າກັບປິດຄຸນສົມບັດການສະແດງຕາຕະລາງວຽກໃນປະຕິທິນອອກ ເຖິງວ່າການເຮັດວຽກຂອງປະຕິທິນຈະຍັງຢູ່ ແຕ່ກໍສາມາດເຊື່ອງ Spam​ ກວນໃຈໃຫ້ອອກໄປຈາກສາຍຕາທ່ານ

2. ເຂົ້າເວັບ ຕັ້ງຄ່າ Setting ໃໝ່​ ໂດຍກົດທີ່ຮູບເບື້ອງດ້ານຂວາຂອງໜ້າປະຕິທິນ ແລ້ວເລືອກ Setting ຫຼັງຈາກນັ້ນ ເບິ່ງທີ່ຄໍລໍາ General ດ້ານຊ້າຍມື ແລ້ວຄ່ອຍ​ໆ​ ໄລ່ຕັ້ງຄ່າໃໝ່ ຕາມຮູບພາບນີ້.​


2.1 ໃນ​ Event Setting ໃຫ້ປ່ຽນຕົວເລືອກໃນຊ່ອງ “Automatically add invitations” ຈາກ “Yes” ເປັນ “No, only show invitations to which I have responded”


2.2 ໃນ View Options ໃຫ້ກົດເອົາເຄື່ອງໝາຍຖືກ ໜ້າ “Show declined events” ອອກ


2.3 ທີ່ Events from Gmail ໃຫ້ກົດເອົາເຄື່ອງໝາຍຖືກ ໜ້າ “Automatically add events from Gmail to my calendar” ອອກ


ຫຼັງຈາກເຮັດຄົບ 3 ຂໍ້ຕາມຮູບພາບແລ້ວ ຈຶ່ງ​ຄ່ອຍໄປລົບຫົວຂໍ້ກິດຈະກຳໃນປະຕິທີນຂອງເຮົາອອກ ກໍຈະ​ບໍ່ມີ​ Spam ເຫຼົ່າ​ນີ້ມາກວນໃຈເຮົາອີກ ແລະ​ ຫວັງວ່າ​ Google ຈະຈັດການກັບເລື່ອງນີ້ໃຫ້ສຳເລັດໂດຍໄວນໍ້

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.