Articles by

Insidelaos

ມາຮູ້ຈັກກັບ ນາງ ກັນຍາລັດ ແຊ່ຈ້າວ ນາງສາວອິວມຽນໂລກ ປະຈຳປີ 2023

ນາງ ກັນຍາລັດ ແຊ່ຈ້າວ ອາຍຸ 22 ປີ ອາໄສຢູ່ບ້ານນາຫຼວງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ ປັດຈຸບັນກຳລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ, ສາຂາບັນຊີ ປີ 3, ເກີດໃນຊົນເຜົ່າອິວມຽນ ທີ່ມີຄວາມມັກຮັກໃນການສຶກສາຫາຂໍ້ມູນ ແລະ ຢາກເຜີຍແພ່ວັດທະນະທຳຂອງຊົນເຜົ່າອິວມຽນ ໃຫ້ທຸກຄົນໄດ້ຮັບຮູ້ຫຼາຍຂຶ້ນ ແລະ ຍັງເປັນນາງສາວອິວມຽນໂລກ ຫຼື Miss lu-Mien International 2023 .

ຄູ່ຮັກທີ່ແຕ່ງດອງກັນແລ້ວການໃຫ້ຂອງຂວັນໃນວັນແຫ່ງຄວາມຮັກຍັງຈຳເປັນຢູ່ບໍ່?

ການໃຫ້ຂອງຂວັນເລັກໆ ນ້ອຍໆ ໃນມື້ທີ່ສຳຄັນກັບຄົນທີ່ຮັກ ອາດເປັນສິ່ງໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ກັບຄູ່ຮັກຫຼາຍໆທ່ານ ທີ່ຈະເຮັດໃຫ້ຄວາມຮັກຫວານຊື່ນຢູ່ຕະຫຼອດເວລາ ເຖິງວ່າເວລາຈະຜ່ານໄປຫຼາຍປີກໍຕາມ ແຕ່ຄວາມຮັກນັ້ນກໍຍັງຄົງຢູ່ຕະຫຼອດໄປ.

ເຈົ້າຄິດແນວໃດເມື່ອຕ້ອງອອກຄ່າອາຫານກັບແຟນ?

ເຖິງແມ່ນວ່າ ຍຸກສະໄໝຈະປ່ຽນໄປແລ້ວ ແລະ ແມ່ຍິງກໍມີສິດສະເໝີພາບຫຼາຍຂຶ້ນ ທັງໃນແງ່ຂອງການເງິນ ແລະ ວຽກງານ, ແຕ່ພື້ນຖານແລ້ວແມ່ຍິງຍັງຄົງຄາດຫວັງ ໃຫ້ຜູ້ຊາຍເປັນຜູ້ເບິ່ງແຍງໃນເລື່ອງຂອງການເງິນ, ອີກຢ່າງກໍຢູ່ທີ່ຜູ້ຊາຍ ແລະ ແມ່ຍິງຕົກລົງກັນເອງ, ຜູ້ຊາຍ ເມື່ອຕັດສິນໃຈພາແຟນໄປກິນເຂົ້ານອກບ້ານແລ້ວ ກໍຕ້ອງກະເປົ໋າໜັກແດ່ໜ້ອຍໜຶ່ງ ເພາະຕ້ອງໄດ້ເປັນສຸພາບບູລຸດ ອອກຄ່າອາຫານທຸກຄັ້ງທີ່ພາແຟນໄປ, ແຕ່ໃນສະພາບເສດຖະກິດແບບນີ້ ຈຳເປັນບໍ່ທີ່ຈະຕ້ອງໃຫ້ຜູ້ຊາຍອອກຄ່າອາຫານໃຫ້ທຸກຄັ້ງ ເຖິງວ່າເຂົາຈະເຕັມໃຈຈ່າຍກໍຕາມ.

ອາຊີບດີເຈ ບໍ່ງ່າຍດັ່ງທີ່ຄິດ

“ດີເຈ” ເປັນອາຊີບໜຶ່ງທີ່ ສ້າງຄວາມມ່ວນຊື່ນໃຫ້ກັບຜູ້ຟັງ, ການທີ່ຈະເປັນດີເຈໄດ້ນັ້ນ ບໍ່ແມ່ນເລື່ອງງ່າຍເລີຍ, ເພາະຈະຕ້ອງໃຊ້ຄວາມອົດທົນສູງ ແລະ ສາມາດເອັນເຕີເທັນແຂກທີ່ເຂົ້າມາໃນຮ້ານໄດ້ ເຊິ່ງການເປັນດີເຈ ບໍ່ພຽງແຕ່ສາມາດເປີດເພງໄດ້ເທົ່ານັ້ນ ແຕ່ຍັງຕ້ອງມີຈັງຫວະ, ທຳນອງ ໃຫ້ເຂົ້າກັບທຸກເພງທີ່ລູກຄ້າຕ້ອງການໄດ້ອີກ ເພື່ອໃຫ້ຜູ້ທີ່ໄດ້ຟັງມີຄວາມສຸກ ແລະ ມ່ວນຊື່ນໄປກັບບົດເພງທີ່ເຮົາສົ່ງໃຫ້.

ເຮັດວຽກປະຈຳ ແລະ ວຽກເສີມ ຕ້ອງແບ່ງເວລາແນວໃດໃຫ້ໄດ້ທັງເງິນ ໃຫ້ໄດ້ທັງງານ.

ເລື່ອງເງິນທ້ອງຖືເປັນເລື່ອງສຳຄັນໃນການໃຊ້ຊີວິດ ຈະຊື້, ຈະກິນຫຍັງກໍຕ້ອງໃຊ້ເງິນ, ຫຼາຍໆຄົນເລີຍຮູ້ສຶກວ່າ ເງິນເດືອນທີ່ໄດ້ມາຈາກການເຮັດວຽກປະຈຳ ບໍ່ພຽງພໍຕໍ່ການໃຊ້ຊີວິດ ຫົນທາງໜຶ່ງທີ່ຈະຊ່ວຍໃຫ້ການເງິນໝຸນຕໍ່ໄປໄດ້ກໍຄືອາຊີບເສີມ ຫຼັງຈາເລີກວຽກ ຫຼື ວັນພັກ ເສົາ, ອາທິດ ເຊິ່ງອາຊີບດຽວຄົງຈະບໍ່ພໍອີກຕໍ່ໄປ ກັບການໃຊ້ຊີວິດໃນຍຸກເສດຖະກິດແບບນີ້ ແລະ ການເຮັດສອງອາຊີບພ້ອມກັນ ກໍຖືເປັນເລື່ອງຍາກທີ່ຈະເຮັດໄດ້ ບໍ່ວ່າຈະເປັນການແບ່ງເວລາ, ການຮັກສາສຸຂະພາບ, ມື້ນີ້ເຮົາມີໂອກາດໄດ້ສອບຖາມ ຜູ້ທີ່ເຮັດຫຼາຍກວ່າໜຶ່ງອາຊີບ ມາຝາກກັນວ່າເພີ່ມມີວິທີການຫາລາຍໄດ້ເສີມ ແລະ ແບ່ງເວລາແນວໃດ ເພື່ອບໍ່ໃຫ້ກະທົບກັບວຽກປະຈຳມາຝາກກັນ.

6 ວິທີຂອງການແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃນການໃຊ້ຊີວິດຫຼາຍຂຶ້ນ

ການໃຊ້ເວລາ 24 ຊົ່ວໂມງ ໃນແຕ່ລະມື້ໃຫ້ເຕັມທີ່, ເຮັດໃຫ້ເກີດປະໂຫຍດທັງໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວ ຈຳເປັນຈະຕ້ອງຮູ້ຈັກບໍລິຫານເວລາ ໃຫ້ມີປະສິດທິພາບ ເຊິ່ງຄົນລຸ້ນໃໝ່ກຳລັງຢູ່ໃນຍຸກ ທີ່ໂລກໝຸນໄປກັບເທັກໂນໂລຍີ່ໃໝ່ໆ ແລະ ວຽກງານທີ່ຫຼາກຫຼາຍເຂົ້າມາ ໃຫ້ເຮັດຕະຫຼອດ ມື້ນີ້ເຮົາຈະພາມາຮູ້ຈັກກັບ 6 ວິທີແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃຊ້ຊີວິດຫຼາຍຂຶ້ນ  ແລະ ເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນມາຝາກກັນ.

ບຸນເຂົ້າຈີ່ປະເພນີລາວໃນມື້ 15 ຄ່ຳເດືອນ 3 ເພັງພະຈັນເຕັມດວງ

ບຸນເຂົ້າຈີ່ ປະເພນີລາວ ຈັດຂຶ້ນໃນມື້ 15 ຄ່ຳ ເດືອນ 03 ເພັງ ພະຈັນເຕັມດວງ ກົງກັບ ວັນອາທິດ, ວັນທີ 5 ກຸມພາ 2023, ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ, ການເຮັດບຸນນີ້ ຈະນິຍົມເຮັດໃນ ເດືອນສາມ ຈະເປັນມື້ຂຶ້ນ ຫຼື ມື້ແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມລາວ, ເຊິ່ງບຸນເຂົ້າຈີ່ບ້ານ ຜ້າໂອ ເມືອງຫຼວງພະບາງ ແຂວງຫຼວງພະບາງ ທີ່ມີພິທີການແຕກຕ່າງຈາກບ້ານອື້ນໆ ໂດຍຈະມີການປັ່ນເຂົ້າຈີ່ໃສ່ໄມ້ຂອງໃຜມັນ ແລ້ວນຳໄປຈີ່ໃຫ້ສຸກ ຫຼັງຈາກນັ້ນຈຶ່ງນຳໄປແຫ່, ໃນຂະນະທີ່ແຫ່ຈະມີການຕ່ອຍກັນໄປນຳ ຕາມຄວາມເຊື່ອຂອງຊາວບ້ານຜາໂອ.

ຊົນເຜົ່າ ຮ່າຍີ່ ນຳຮູບຊົງຂອງຫຼັງຄາເຮືອນ ມາອອກແບບເປັນໝວກ ເພື່ອເປັນການເຄົາລົບຕໍ່ຕົ້ນຕະກຸນ

.ຊຸດແຕ່ງກາຍຂອງແມ່ຍິງ ຮ່າຍີ່ ມີຄວາມເປັນມາ, ຜູກພັນກັບຕຳນານຂອງຊົນເຜົ່າ ໃນສະໄໝບູຮານນະການ, ຊົນເຜົ່າ ຮ່າຍີ່ ບໍ່ຢາກໃຫ້ຄົນໃນຄອບຄົວ ອາໄສຢູ່ກະແຈກກະຈາຍ ຈຶ່ງມາຢູ່ຮ່ວມເຮືອນຫຼັງຄາດຽວກັນ ແຕ່ເມື່ອສະມະຊິກໃນຄອບຄົວເພີ່ມຂຶ້ນ ລູກຫຼານກໍຕ້ອງແຍກອອກໄປຢູ່ເຮືອນອີກຫຼັງໜຶ່ງຕ່າງຫາກ  ເພື່ອເປັນການສະແດງຄວາມເຄົາລົບນັບຖື ຕໍ່ຮາກເຫງົ້າ ຫຼື ພໍ່ແມ່ ແລະ ຕົ້ນຕະກຸນ ຈຶ່ງໄດ້ນຳຮູບຊົງຂອງຫຼັງຄາເຮືອນ ມາອອກແບບເປັນຮູບຊົງຂອງໝວກປະຈຳຊົນເຜົ່າ ໂດຍຊົນເຜົ່າຮ່າຍີ່ ເອີ້ນໝວກໃບນີ້ວ່າ: "ຂຸ່ນຕັ່ງ"