Articles by

Insidelaos

ຄວາມທ້າທາຍຂອງ ຂັນໄຊ ໃນການອອກແບບຊຸດປະຈຳຊາດ ຂອງ Miss Universe laos 2022

ຊຸດປະຈຳຊາດ Miss Universe laos 2022 ຖືເປັນການນຳສະເໜີ ຄວາມເປັນລາວ ໃນຮູບແບບໃໝ່ ທີ່ຕ່າງຊາດຍັງບໍ່ເຄີຍເຫັນ ນັ້ນກໍຄືວັດທະນະທຳການນຸ່ງຖື ທີ່ເປັນເອກກະລັກຂອງຊົນເຜົ່າໃນລາວ ເພື່ອສື່ເຖິງຄວາມສາມັກຄີພາຍໃນຊາດ, ໂດຍການໃຊ້ໂທນສີບົວ, ສົ້ມ, ແດງ ແລະ ການນຳເອົາຜ້າ 3 ຊົນເຜົ່າຫຼັກໃນລາວ ມາອອກແບບ ບໍ່ວ່າຈະເປັນຜ້າຕະໂອ້ຍ​ ຂອງຊົນເຜົ່າລາວເທິງ (ແຂວງສາລະວັນ), ຜ້າໄໝ ຂອງຊົນເຜົ່າລາວລຸ່ມ ແລະ ຜ້າ ຂອງຊົນເຜົ່າມົ້ງ ມາປະສົມປະສານກັນ, ເຊິ່ງພາຍໃນໂຕຊຸດ ຈະເນັ້ນເປັນງານປັກມືທັງໝົດ ຕ້ອງໄດ້ໃຊ້ຄວາມອົດທົນສູງ ບວກກັບເວລາໃນການເຮັດຊຸດພຽງແຕ່ 6 ອາທິດເທົ່ານັ້ນ ຖືເປັນຄວາມທ້າທາຍຫຼາຍ ສຳລັບ ຂັນໄຊ.

ເຄື່ອງໄຫວ້ເຈົ້າ ທີ່ນິຍົມໃຊ້ໄຫວ້ໃນລາວ

ເທດສະການກຸດຈີນ ຖືເປັນເທດສະການໜຶ່ງທີ່ສຳຄັນ ຂອງຊາວຈີນແຜ່ນດິນໃຫຍ່ ແລະ ຊາວລາວເຊື້ອສາຍຈີນ, ເຮົາມັກຈະຄຸ້ນເຄີຍກັບການໄຫວ້ເຈົ້າ, ໄຫວ້ບັນພະບູລຸດ ໃນຮູບແບບທີ່ແຕກຕ່າງກັນໄປ ຈາກແຕ່ກ່ອນທີ່ມີພິທີຢ່າງເຕັມຮູບແບບ ທັງເຄື່ອງໄຫວ້ຕ່າງໆ ແລະ ລະດັບຂັ້ນຕອນໃນການໄຫວ້ ແຕ່ໃນປັດຈຸບັນ, ໄດ້ມີການຈັດຂອງໄຫວ້ ໄວ້ເປັນຊຸດຈຳນ່າຍ ບໍ່ວ່າຈະເປັນ: ເຄື່ອງໄຫວ້ເຈົ້າ, ໄຫວ້ບັນພະບູລຸດ, ໄຫວ້ຂໍພອນ ແລະ ໄຫວ້ວິນຍານ ກໍຈະມີການຈັດກຽມໄວ້ ເພື່ອຄວາມສະດວກ ແລະ ສິ່ງທີ່ຄົນນິຍົມຊື້ໄປໄຫວ້ຫຼາຍ ໃນທຸກໆປີ ຈະເປັນເຄື່ອງໄຫວ້ຂໍພອນ ເພາະຄົນສ່ວນຫຼາຍຈະເຂົ້າໄປກາບໄຫວ້ ຂໍພອນຫຼາຍຂຶ້ນໃນມື້ປີໃໝ່.

“ຍອດຊໍ່ຟ້າ” ຕົວແທນລະບົບຈັກກະວານວິທະຍາ ຕາມຄວາມເຊື່ອຂອງສາສະໜາພຸດ

ຫຼາຍຄົນຈະເຄີຍເຫັນ ແລະ ເຄີຍໄປຮ່ວມບຸນຍົກຍອດ “ຊໍ່ຟ້າ”  ໃສ່ສິມສາລາ, ພຣະເຈດີ ຖືເປັນການທານທີ່ດີທີ່ສຸດ ເພາະວ່າຢູ່ສູງທີ່ສຸດຂອງອາຄານ ແລະ ເປັນຈຸດເດັ່ນຂອງອາຄານນັ້ນ, ຊໍ່່ຟ້າ ນິຍົມເຮັດໄວ້ເຄິ່ງກາງ ເປັນສັດຕະ ຫຼື ຊໍ່ 5 ຊັ້ນ, 7 ຊັ້ນ ແລະ 9 ຊັ້ນ ເປັນຕົ້ນ. ຖ້ານຕ່ຳລົງມາ “ແມ່ນລູກທາດ ຫຼື ດວງປີ” ເອົາໄວ້ສຽບຍອດ ຊໍ່ຟ້າ ຕ່ຳລົງມາແມ່ນ “ແທນບັນລັງ” ເປັນສ່ວນທີ່ຢອງຫຼັງຄາ ອີກຊັ້ນໜຶ່ງ, ອົງປະກອບທັງໝົດຂອງ ຊໍ່ຟ້າ ສາມຖ້ານຂ້າງເທິງ ແມ່ນເປັນຕົວແທນ ໃຫ້ລະບົບຈັກກະວານວິທະຍາ ຫຼື ເຂົາພະສຸເມນ ຕາມແນວຄະຕິ ຄວາມເຊື່ອຂອງຄົນອິນເດຍບູຮານ ລວມສາສະໜາພາມ ແລະ ສາສະໜາພຸດ.

ຜ້າຂຽນທຽນ ເອກະລັກການສ້າງລວດລາຍ ຂອງແມ່ຍິງຊົນເຜົ່າມົ້ງລາຍ

ຜ້າຂຽນທຽນ ເປັນສິລະປະ ການສ້າງລວດລາຍເທິງແຜ່ນຜ້າ, ເປັນເອກະລັກ ອີກແບບໜຶ່ງຂອງຊົນເຜົ່າມົ້ງ ທີ່ນິຍົມເຮັດກັນໃນກຸ່ມມົ້ງລາຍ ເປັນພູມປັນຍາ ແລະ ສິລະປະບູຮານດັ່ງເດີມ ທີ່ເປັນມໍລະດົກຕົກທອດມາ ແຕ່ບັນພະບູລຸດ ຖ່າຍທອດສືບຕໍ່ກັນມາ ຫຼາຍຊົ່ວອາຍຸຄົນຈົນເຖິງປັດຈຸບັນ. ຜ້າຂຽນທຽນ ເປັນຜ້າທີ່ແມ່ຍິງເຜົ່າມົ້ງລາຍທຸກຄົນ ມີຄວາມຜູກພັນ ແລະ ມີຄວາມສາມາດ ໃນການແຕ້ມລວດລາຍຂຽນທຽນ ລົງໃສ່ຜ້າທີ່ກຽມໄວ້ໄດ້ຢ່າງລະອຽດຊັບຊ້ອນ ຜ່ານຂະບວນການຈົນເປັນຜືນຜ້າ ທີ່ງົດງາມ, ເປັນທີ່ຮູ້ຈັກ ແລະ ນິຍົມກັນຫຼາຍ ໃນການໃຊ້ຕັດຫຍີບເປັນກະໂປ່ງແມ່ຍິງ, ໃນອາດີດ ກະໂປ່ງແມ່ຍິງຊົນເຜົ່າມົ້ງ ຈະແຕ້ມຫຼວດລາຍ ຂຽນທຽນ ແລ້ວນຳໄປຍ້ອມສີ ແລະ ອັດກີບ ຈຶ່ງນຳໄປຕັດຫຍີບ, ກວ່າຈະຜ່ານຂະບວນການຈົນເປັນກະໂປ່ງໄດ້ 1 ຜືນ ອາດຕ້ອງໃຊ້ເວລາໃນການເຮັດເກືອບ 1 ປີ.

ແບ່ງເວລາແນວໃດ ນັກສຶກສາທີ່ຮຽນ ແລະ ເຮັດວຽກຄວບຄູ່ກັນໄປນຳ.

ເວລາຂອງທຸກຄົນມີມື້ໜຶ່ງ 24 ຊົ່ວໂມງເທົ່າກັນ ແຕ່ຫຼາຍໆຄົນມັກຈະເວົ້າວ່າ ບໍ່ມີເວລາ ສາເຫດສ່ວນໜຶ່ງມາຈາກການບໍລິຫານເວລາ ຈຶ່ງເຮັດໃຫ້ຊີວິດວຸ້ນວາຍ, ເວລາເປັນສັບສິນທີ່ມີຄ່າ ແລະ ມີຄວາມສຳຄັນກັບທຸກຄົນ ເຖິງແມ່ນວ່າ ເຮົາຈະມີຫຼາຍສິ່ງຫຼາຍຢ່າງ ທີ່ບໍ່ຄືກັນເຊັ່ນ: ຮູບຮ່າງໜ້າຕາ, ຖານະທາງຄອບຄົວ, ສັງຄົມທີ່ຢູ່ອາໄສ ແຕ່ມີສິ່ງໜຶ່ງທີ່ທຸກຄົນມີເທົ່າກັນກໍຄືເວລາ ມື້ນີ້ເຮົາຈະພາມາເບິ່ງການແບ່ງເວລາແບບນ້ອງນັກສຶກສາກັນ.

ງານບຸນມະໂຫລານກອງປຶ້ມໃຫຍ່ຄັ້ງທີ່ III  ພາຍໃຕ້ຄຳຂວັນ “ອ່ານຫຼາຍຮູ້ຫຼາຍ ນຳໃຊ້ໃຫ້ເກີດຜົນ”

ສໍານັກພິມດີບຸກ ໄດ້ກຽມຈັດງານ “ບຸນມະໂຫລານກອງປຶ້ມໃຫຍ່ ຄັ້ງທີ III” (Book Festival III, 2023) ພາຍໃຕ້ຄຳຂວັນ “ອ່ານຫຼາຍຮູ້ຫຼາຍ ນຳໃຊ້ໃຫ້ເກີດຜົນ” ໃນວັນທີ 8-13 ມີນາ 2023 ທີ່ສະໂມສອນໃຫຍ່ ຂອງມະຫາວິທະຍາໄລແຫ່ງຊາດ, ເພື່ອເປັນການສົ່ງເສີມວັດທະນາທຳການອ່ານ ໃຫ້ນັກອ່ານ ແລະ ນັກຂຽນຫຼາຍຂຶ້ນ, ເພີ່ມຊ່ອງທາງໃນການເຂົ້າເຖິງການອ່ານ ໃຫ້ເທົ່າທັນ ແລະ ທຽບເທົ່າກັບສາກົນ.

“ພຣະທາດສາມປາງ” ສັນຍາລັກຂອງ ເມືອງສຸຂຸມມາ ເເຂວງຈຳປາສັກ

"ອູ່ເຂົ້າລົ້ນສາງ ພະທາດສາມປາງ ເສັ້ນທາງບູຮານ ພະລານຈຳປາ ພະລານສອງສີ ປ່າໄມ້ຂຽວກະຈີ ສີລາອີ່ເກີ້ງ" ແມ່ນຄຳຂວັນຂອງພຣະທາດສາມປາງ ແລະ ພຣະທາດສາມປາງ ຍັງຖືເປັນພຣະທາດທີ່ງົດງາມ ແລະ ເກົ່າແກ່ໃນເມືອງສຸຂຸມມາອີກດ້ວຍ.

“ບຸນເກຼິ” ຂອງຊົນເຜົ່າກຶມມຸໃນເມື່ອກ່ອນຈະຈັດສະເພາະຄອບຄົວ ແຕ່ປັດຈຸບັນໄດ້ມີການຈັດເປັນປາງບຸນໃຫຍ່

"ບຸນເກຼິ " ແມ່ນການນໍາເອົາຜົນລະປູກ ເຊັ່ນ: ເຜືອກ, ມັນ ມາປຸງແຕ່ງເປັນອາຫານ ເພື່ອຖວາຍບູຊາບັນພະບູລຸດ ແລະ ພໍ່ແມ່, ປູ່ຍ່າ, ຕາຍາຍ, ເຈົ້າດິນເຈົ້າດອນ ຜູ້ທີ່ລ່ວງລັບໄປ ອີກຢ່າງກໍເພື່ອເປັນການສະເຫຼີມສະຫຼອງການເກັບກ່ຽວຜົນລະປູກ ແລະ ໄຫວ້ບັນພະບູລຸດ ທີຊ່ວຍປົກປັກຮັກສາຜົນລະປູກ ໃຫ້ໄດ້ຮັບຜົນດີ ແລະ ປົກປ້ອງຄຸ້ມຄອງລູກຫຼານ ໃຫ້ມີສຸຂະພາບແຂງແຮງ ປາສະຈາກໂລກໄພໄຂ້ເຈັບ.