Tuesday, March 18, 2025

ເຄື່ອງໄຫວ້ເຈົ້າ ທີ່ນິຍົມໃຊ້ໄຫວ້ໃນລາວ

ເທດສະການກຸດຈີນ ຖືເປັນເທດສະການໜຶ່ງທີ່ສຳຄັນ ຂອງຊາວຈີນແຜ່ນດິນໃຫຍ່ ແລະ ຊາວລາວເຊື້ອສາຍຈີນ, ເຮົາມັກຈະຄຸ້ນເຄີຍກັບການໄຫວ້ເຈົ້າ, ໄຫວ້ບັນພະບູລຸດ ໃນຮູບແບບທີ່ແຕກຕ່າງກັນໄປ ຈາກແຕ່ກ່ອນທີ່ມີພິທີຢ່າງເຕັມຮູບແບບ ທັງເຄື່ອງໄຫວ້ຕ່າງໆ ແລະ ລະດັບຂັ້ນຕອນໃນການໄຫວ້ ແຕ່ໃນປັດຈຸບັນ, ໄດ້ມີການຈັດຂອງໄຫວ້ ໄວ້ເປັນຊຸດຈຳນ່າຍ ບໍ່ວ່າຈະເປັນ: ເຄື່ອງໄຫວ້ເຈົ້າ, ໄຫວ້ບັນພະບູລຸດ, ໄຫວ້ຂໍພອນ ແລະ ໄຫວ້ວິນຍານ ກໍຈະມີການຈັດກຽມໄວ້ ເພື່ອຄວາມສະດວກ ແລະ ສິ່ງທີ່ຄົນນິຍົມຊື້ໄປໄຫວ້ຫຼາຍ ໃນທຸກໆປີ ຈະເປັນເຄື່ອງໄຫວ້ຂໍພອນ ເພາະຄົນສ່ວນຫຼາຍຈະເຂົ້າໄປກາບໄຫວ້ ຂໍພອນຫຼາຍຂຶ້ນໃນມື້ປີໃໝ່.

ຈາກການສອບຖາມ ນາງ ນ້ອຍ ຊາວລາວເຊື້ອສາຍຈີນ ແລະ ເປັນເຈົ້າຂອງຮ້ານຂາຍເຄື່ອງໄຫວ້ເຈົ້າ ແລະ ອຸປະກອນທີ່ໃຊ້ໃນງານກຸດຈີນ ໃນເຂດ ຖະໜົນສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເວົ້າວ່າ: ປົກກະຕິຊ່ວງເທດສະການກຸດຈີນ ກໍຈະມີທັງຊາວລາວເຊື້ອສາຍຈີນ ແລະ ຊາວຈີນທີ່ມາອາໄສຢູ່ລາວ ເລີ່ມພາກັນມາຈັບຈ່າຍໃຊ້ຊອຍ ໃນການເລືອກຊື້ເຄື່ອງ ເພື່ອກຽມການສະຫຼອງ ເທດສະການກຸດຈີນກັນແລ້ວ.

ເຄື່ອງໄຫວ້ບັນພະບູລຸດ: ຈະເຮັດພິທີໃນຊ່ວງເຊົ້າ ຫຼື ຊ່ວງສວາຍກໍໄດ້ ແຕ່ຖ້າຫາກເຮັດພິທີໄຫວ້ພ້ອມກັບເຈົ້າທີ່ ໃຫ້ແຍກຊຸດໄຫວ້ຄົນລະໂຕະ ແຕ່ສາມາດເຜົາເຈ້ຍເງິນ, ເຈ້ຍທອງຮ່ວມກັນໄດ້ ໂດຍໃຊ້ເຄື່ອງເສັ້ນໄຫວ້ ຄ້າຍຄືກັບຊຸດໄຫວ້ເຈົ້າທີ່ ແຕ່ຕ່າງກັນທີ່ຈຳນວນທູບ ແລະ ຂອງໄຫວ້ບາງຢ່າງເທົ່ານັ້ນ.

ເຄື່ອງໄຫວ້ເຈົ້າ: ໃຊ້ສຳລັບໄຫວ້ໃນຊ່ວງເຊົ້າ ໂດຍຈະຕ້ອງກຽມທັງຂອງຄາວ, ໝາກໄມ້, ນ້ຳຊາ ຫຼື ເຫຼົ້າຈີນ ແລະ ຂອງຫວານ ທີ່ຂາດບໍ່ໄດ້ເລີຍກໍຄື ເຂົ້າໝົມທຽນ ໂດຍຈະຕ້ອງແຕ້ມຈຸດສີແດງໄວ້ເຄິງກາງ ຕາມຄວາມເຊື່ອທີ່ວ່າ ສີແດງເປັນສີມຸງຄຸນ ນຳໂຊກລາບມາໃຫ້ ສຳລັບວິທີການໄຫວ້ເຈົ້າ ໂດຍຈັດເຄື່ອງຂອງໄຫວ້ ໄວ້ເທິງໂຕະ ແຕ່ຖ້າຫາກໄຫວ້ຢູ່ພື້ນ ຕ້ອງປູສາດ ແລ້ວຮອງດ້ວຍຜ້າຂາວ  ກ່ອນຈະນຳຂອງໄຫວ້ມາວາງ ຈາກນັ້ນຈູດທູບ ແລ້ວນຳມາປັກໃສ່ຂອງໄຫວ້ໃຫ້ທົ່ວ ຫຼັງຈາກນັ້ນ ຕັ້ງຈິດອະທິຖານຂໍພອນ ແລ້ວຈຶ່ເຜົາເຈ້ຍເງິນ, ເຈ້ຍທອງ.

ເຄື່ອງໄຫວຮັບໂຊກ: ການໄຫວ້ຮັບໂຊກ ຈະເຮັດໃນຊ່ວງເຊົ້າມຶດຂອງມື້ໄຫວ້ ຫຼື ມື້ທ້າຍປີ ໂດຍສ່ວນໃຫຍ່ ຜູ້ຄົນຈະມັນໄປໄຫວ້ຂໍພອນ ຕາມສານເຈົ້າທີ່ຕົນເອງນັບຖື, ຂັ້ນຕອນຈະເລີ່ມຈາກການຈັດລຽງຂອງໄຫວ້ ພ້ອມທັງເຈ້ຍເງິນ ເຈ້ຍທອງ ໃຫ້ເປັນລະບຽບ ຈາກນັ້ນກໍຈູດທູບ 5 ດອກ ພ້ອມດ້ວຍທຽນແດງໜຶ່ງຄູ່ ແລ້ວໄຫວ້ອະຖິຖານ ຂໍພອນ ຈາກນັ້ນ ຈະມີການລາຂອງໄຫວ້ ເພື່ອນຳອາຫານກັບ ແລະ ນຳເຈ້ຍເງິນ ເຈ້ຍທອງໄປເຜົາໄຟ ໃນຂັ້ນຕອນກາລາຈະຕ້ອງຍົກເຄື່ອງຂຶ້ນກາຍຫົວ ຈຶ່ງຈະສາມາດນຳເຄື່ອງຂອງອອກຈາກໂຕະໄຫວ້ໄດ້.

ຊຸດໄຫວ້ວິນຍານ: ຈະນິຍົມເຮັດໃນຊ່ວງສວາຍຂອງມື້ໄຫວ້ ເຊິ່ງຂອງໄຫວ້ ຈະເນັ້ນເປັນເຂົ້າໜົມທຽນ, ເຂົ້າໜົມທີ່ເຊື່ອມກັບນ້ຳຕານຕ່າງໆ ແລະ ເຈ້ຍເງິນ ເຈ້ຍທອງ ຂັ້ນຕອນການໄຫວ້ ແລະ ຈູດເຈ້ຍເງິນ ເຈ້ຍທອງແລ້ວໆ ຈະຈູດໝາກກະພົກ ເພື່ອຂັບໄລ່ສິ່ງຊົ່ວຮ້າຍ ແລະ ເສີມສີລິມຸງຄຸນ.

ເນື່ອງຈາກວ່າ ເປັນງານບຸນທີ່ສຳຄັນຂອງ ຊາວລາວເຊື້ອສາຍຈີນ ເພາະຖືເປັນເທດສະການ ແຫ່ງການເປີດຮັັບໂຊກໃໝ່ໆ, ເປີດຮັບຄວາມສຳເລັດ, ຄວາມໂຊກດີ ຈາກພິທີຕ່າງໆ ການຈັບຈ່າຍໃຊ້ສອຍ ລວມທັງເຄື່ອງບູຊາ, ອາຫານມຸງຄຸນ, ເຂົ້າໜົມມຸງຄຸນ ແລະ ຂອງເສີມສີລິມຸງຄຸນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນເອກະລັກ ແລະ ປະເພນີຂອງຊາວຈີນ ທີ່ໄດ້ປະຕິບັດກັນມາເປັນເວລາ ຫຼາຍພັນປີແລ້ວ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.