ງານບຸນມະໂຫລານກອງປຶ້ມໃຫຍ່ຄັ້ງທີ່ III  ພາຍໃຕ້ຄຳຂວັນ “ອ່ານຫຼາຍຮູ້ຫຼາຍ ນຳໃຊ້ໃຫ້ເກີດຜົນ”

ສໍານັກພິມດີບຸກ ໄດ້ກຽມຈັດງານ “ບຸນມະໂຫລານກອງປຶ້ມໃຫຍ່ ຄັ້ງທີ III” (Book Festival III, 2023) ພາຍໃຕ້ຄຳຂວັນ “ອ່ານຫຼາຍຮູ້ຫຼາຍ ນຳໃຊ້ໃຫ້ເກີດຜົນ” ໃນວັນທີ 8-13 ມີນາ 2023 ທີ່ສະໂມສອນໃຫຍ່ ຂອງມະຫາວິທະຍາໄລແຫ່ງຊາດ, ເພື່ອເປັນການສົ່ງເສີມວັດທະນາທຳການອ່ານ ໃຫ້ນັກອ່ານ ແລະ ນັກຂຽນຫຼາຍຂຶ້ນ, ເພີ່ມຊ່ອງທາງໃນການເຂົ້າເຖິງການອ່ານ ໃຫ້ເທົ່າທັນ ແລະ ທຽບເທົ່າກັບສາກົນ.

ພາຍໃນງານ ຈະລວມເອົາປື້ມລາວທຸກປະເພດ ມາໄວ້ໃນບ່ອນດຽວກັນໃຫ້ຫຼາຍທີ່ສຸດ ແລະ ຍັງປະກອບມີກິດຈະກຳຫຼາຍຢ່າງ, ກິດຈະກຳຫຼັກໆຈະເປັນການບັນຍາຍ, ເປີດໂຕປື້ມໃໝ່, ອ່ານກະວີ, ລີວິວປື້ມ, ກິດຈະກຳການສົ່ງເສີມການອ່ານ, ການວາງສະແດງຜົນງານ ແລະ ການວາງຈຳນ່າຍປື່ມຕ່າງໆ.

ນອກຈາກນັ້ນ ຍັງມີ ການສະແດງສິລະປະ ວັນນະຄະດີ, ການໂຕ້ວາທີ, ສາຍຮູບເງົາ (ຊັ້ນ 2 ), ກິດຈະກຳແຈກຂອງລາງວັນ, ຮັບບໍລິຈາກປື້ມ, ຂາຍອາຫານ ແລະ ເຄື່ອງດື່ມອື່ນໆນຳອີກ.

ພ້ອມດຽວກັນນັ້ນ ກໍຖືເປັນການສະເຫຼີມສະຫຼອງ ວັນອ່ານປື້ມໂລກ  (World Book Day) ໃນວັນທີ 2 ມີນາ ຄົບຮອບ 28 ປີ , ວັນແມ່ຍິງສາກົນ (International Women’s Day) 8 ມີນາ ຄົບຮອບ 113 ປີ  ແລະ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 68 ປີທີ່ຈະມາເຖິງນີ້.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,