Articles by

Soukanya InsideLaos

ສາຍການບິນ Vietjet ບັນລຸ​ຂໍ້​ຕົກລົງ ​ຍົກລະດັບ​ການ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ​ທາງ​ອາກາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

(ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2024) - ກະຊວງໂຍທາທິການ ແລະ ຂົນສົ່ງປະຈຳ ສປປ ລາວ ແລະ ສາຍການບິນ Vietjet ປະກາດຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ.

Sky Connections ໄດ້ຂະຫຍາຍ: ເສັ້ນທາງໃໝ່ຂອງສາຍການບິນ Vietjet ໃນທົ່ວປະເທດຈີນ ແລະ ເກົາຫຼີໃຕ້

(ນະຄອນຫຼວງວຽງຈັນ, ວັນທີ 08 ກໍລະກົດ 2024) –  ສາຍການບິນ Vietjet ໄດ້ສ້າງບາດກ້າວຄັ້ງໃໝ່ໃນການເຊື່ອມຕໍ່ສາຍການບິນຜ່ານ ພາກພື້ນອາຊີປາຊີຟິກ ດ້ວຍ​ການ​ເປີດ​ບໍລິການ​ໂດຍ​ກົງ​ແຫ່ງ​ທຳ​ອິດ ​ທີ່​ເຊື່ອມ​ຕໍ່​ ນະຄອນໂຮຈີ​ມິນ ​- Xi'an (ຈີນ) ​ແລະ ການ​ປະກາດ​ເສັ້ນທາງ Nha Trang - Daegu (ສ.​ເກົາຫຼີ),

ຫວຽດເຈັດໄດ້ຮັບການຍ້ອງຍໍ ເປັນໜຶ່ງໃນ 50 ບໍລິສັດຈົດທະບຽນຊັ້ນນຳຂອງຫວຽດນາມອີກຄັ້ງ

(ນະຄອນຫຼວງວຽງຈັນ, 04 ກໍລະກົດ 2024) – Vietjet ໄດ້ເປັນໜຶ່ງໃນລາຍຊື່ 50 ບໍລິສັດຈົດທະບຽນຊັ້ນນຳປະຈຳປີ 2024 ຂອງວາລະສານ Forbes Vietnam ເຊິ່ງເປັນການຈັດອັນດັບບໍລິສັດຊັ້ນນຳຈາກຫຼາກຫຼາຍອຸດສາຫະກຳໃນຕະຫຼາດຫຼັກຊັບຂອງປະເທດຫວຽດນາມ.

“ສວນໄຜ່ພັນກໍ” ສະຖານທີ່ອະນຸລັກຜ້າ ແລະ ວີຖີຊີວິດຂອງຄົນລາວ

"ສວນໄຜ່ພັນກໍ" ຄືຊື່ຂອງສະຖານທີ່ແຫ່ງໜຶ່ງ ຕັ້ງຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ເປັນສະຖານທີ່ອັນເຕັມໄປດ້ວຍຫຼັກຖານທີ່ສະແດງເຖິງຄວາມຫຼາກຫຼາຍ ແລະ ຄວາມອາດສາມາດໃນການປະດິດຄິດແຕ່ງຂອງຄົນລາວ. ໂດຍພາຍໃນສວນໄຜ່ພັນກໍນີ້ ມີຫໍແຖນແຕ່ງ, ພິພິດຕະພັນຜ້າ ແລະ ເຄື່ອງຫັດຖະກຳ ທີ່ເກັບຮັກສາໄວ້ເຊິ່ງຜ້າ, ແພ ແລະ ເຄື່ອງນຸ່ງຫົ່ມ ທີ່ຖືກປະດິດຄິດແຕ່ງຂຶ້ນໃນຫຼາຍຍຸກສະໄໝ ໂດຍຫຼາກຫຼາຍກຸ່ມຄົນ ແລະ ຕໍ່າດ້ວຍຫຼາກຫຼາຍວີທີການ.

ຮຽນຈົບໃໝ່! ຈະເອົາປະສົບການມາຈາກໃສ?

ຄຳຖາມໂລກແຕກທີ່ບັນດິດຈົບໃໝ່ມັກຈົ່ມ ເມື່ອເວລາໄປສະໝັກວຽກແລ້ວຖືກຖາມວ່າ “ມີປະສົບການເຮັດວຽກມາກ່ອນບໍ?” ເຊິ່ງມັກຈະບັນທອນຈິດໃຈຂອງຫຼາຍຄົນ ຍິ່ງໄປກວ່ານັ້ນ, ມີບາງຄົນບໍ່ກ້າ ທີ່ຈະໄປສະໝັກວຽກຍ້ອນຢ້ານຖືກຖາມມາແບບນີ້ ເມື່ອຕອບບໍ່ໄດ້ສຸດທ້າຍກໍວ່າງວຽກ.

ເຜີຍລາຍລະອຽດ ແລະ ຄວາມເປັນມາ ຂອງການຂຸດຄົ້ນພຣະພຸດທະຮູບ ທີ່ດອນເຜິ້ງຄໍາ ແຂວງບໍ່ແກ້ວ

ຈາກກະແສສື່ສັງຄົມອອນລາຍໃນໄລຍະທີ່ຜ່ານມາ ກ່ຽວກັບເລື່ອງລາວການຂຸດຄົ້ນພຣະພຸດທະຮູບ ແລະ ຊາກວັດວາອາຮາມ ກວ່າ 1000 ຊິ້ນສ່ວນ ທີ່ແຄມຂອງ ດອນເຜິ້ງຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ທີ່ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງໄດ້ຢຸດຕິການຂຸດຄົ້ນເອົາໄວ້ ເນື່ອງຈາກລະດັບນ້ຳຂອງເລີ່ມສູງຂຶ້ນ ຫຼັງເລີ່ມຕົ້ນຂຸດຄົ້ນມາຕັ້ງແຕ່ເດືອນ ມີນາ 2024.

ອອກກຳລັງກາຍ ອີກໜຶ່ງວິທີຊ່ວຍຫຼຸດຜ່ອນອາການ “ໂຣກຊຶມເສົ້າ”

“ໂຣກຊຶມເສົ້າ” ເປັນອີກໂຣກໜຶ່ງທີ່ໜ້າເປັນຫ່ວງໃນປັດຈຸບັນ ໂດຍສະເພາະແມ່ນໄວໜຸ່ມ ໄປຈົນຮອດຜູ້ສູງອາຍຸ, ການກິນຢາເພື່ອປິ່ນປົວ “ໂຣກຊຶມເສົ້າ” ກໍເປັນພຽງທາງອອກໜຶ່ງເທົ່ານັ້ນ, ແຕ່ເພື່ອເພີ່ມຄວາມຜ່ອນຄາຍໃຫ້ກັບຜູ້ປ່ວຍໂຣກນີ້ “ການອອກກຳລັງກາຍ” ຈຶ່ງເປັນອີກຕົວເລືອກທີ່ດີ ເພື່ອເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງ ແລະ ມີສຸຂະພາບຈິດທີ່ດີຂຶ້ນ.

VietJet ເພີ່ມທະວີ​ການ​ເຊື່ອມ​ຕໍ່​ສູ່ເມືອງທີ່ຕິດກັບທະເລ​ຂອງ​ຫວຽດ​ນາມ ເພື່ອຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ໃນຊ່ວງ​ລະດູ​ຮ້ອນ

(ນະຄອນຫຼວງວຽງຈັນ  ວັນທີ 20 ມິຖຸນາ 2024) ໃນລະດູຮ້ອນທີ່ໃກ້ຈະມາເຖິງນີ້, VietJet ໄດ້ມີການຂະຫຍາຍທາງເລືອກສຳລັບບັນດາຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫຼ່ງທ່ອງທ່ຽວແຄມທະເລທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trang ແລະ Phu Quoc, ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.