Articles by

Soukanya InsideLaos

ລະຄອນຕຸກກະຕາປະຫຼັດຕື້ ຈຳປາສັກ ກັບມາສະແດງເປັນປົກກະຕິແລ້ວ

ເມື່ອບໍ່ດົນມານີ້ ຂະແໜງ ມໍລະດົກໂລກ ວັດພູຈໍາປາສັກ ແລະ ໂຄງການ CHAMPA ໂດຍອົງການ AFD ໄດ້ໃຫ້ການສະໜັບສະໜູນ ສະມາຄົມລະຄອນຕຸກກະຕາ ປະຫຼັດຕື້ ເພື່ອປັບປຸງອຸປະກອນເຄື່ອງສຽງ ແລະ ອຸປະກອນໃນການສະແດງ, ສຳລັບໂຮງລະຄອນໃໝ່ ແມ່ນກຳລັງດຳເນີນການກໍ່ສ້າງ ຢູ່ດ້ານຫຼັງຂອງສູນຂໍ້ມູນຂ່າວສານຫຼັງໃໝ່.

Vietjet ຍົກສູງປະສິດທິພາບການບິນດ້ວຍເຮືອບິນລຳທີ 105 ເສັ້ນທາງ​ບິນກົງ​ວຽງ​ຈັນ-ນະຄອນ​ໂຮ່ຈິ​ມິນ ຈະ​ເປີດໃຫ້​ບໍລິການ​ໃນ​ວັນ​ທີ 25 ກຸມພາ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 20 ກຸມພາ 2024) - Vietjet ສືບຕໍ່ຂະຫຍາຍສາຍການບິນທີ່ທັນສະໄໝອັນດັບໜຶ່ງຂອງໂລກດ້ວຍການຈັດສົ່ງເຮືອບິນ Airbus ລຸ້ນໃໝ່ຈາກນະຄອນ Hamburg ໄປນະຄອນໂຮ່ຈີມິນ ເຮືອບິນ A321neo ACF ທີ່ປະຢັດນ້ຳມັນ ເປັນເຮືອບິນລຳທີ 105.

ວັດພຣະພຸດທະບາດໂພນຄ້ອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ພຣະພຸດທະບາດໂພນຄ້ອງ ຕັ້ງຢູ່ໂນນດານຫີນຂອງພູກໍ່າພ້າ ຈາກປາກທາງເຂົ້າໄປຫາວັດປະມານ 4 ກິໂລເມັດ ໃນເຂດບ້ານນາຂ່າ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ. ວັດແຫ່ງນີ້ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ຄື ຫຼັງຈາກພຣະພຸດທະເຈົ້າໄດ້ສະເດັດໄປສໍາຫຼວດພູມປະເທດ ທາງພາກໃຕ້ຂອງປະເທດຈີນເເລ້ວ ພຣະອົງໄດ້ສະເດັດລຽບລົງມາຕາມລໍາເເມ່ນໍ້າຂອງ ແລະ ໄດ້ມາເເວ່ພັກຜ່ອນ ທີ່ ພູກໍ່າພ້າແຫ່ງນີ້

ວັດສີສະເກດ ນະຄອນຫຼວງວຽງຈັນ ກັບປະຫວັດຄວາມເປັນມາ.

ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງ ແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ, ເອກະພາບ ອັນໜຶ່ງອັນດຽວກັນ ໃນສະໄໝລັດຊະການພະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະ ພສ 2256 ( ຄສ 1713) ຄື: ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພະບາງ ແລະ ອານາຈັກລາວລ້ານຊ້າງຈຳປາສັກ.

ຄົນຮັກລົດຄວນຮູ້! ເລື່ອງໝໍ້ໄຟລົດໃຫຍ່

"ໝໍ້ໄຟ" Battery ແມ່ນຊິ້ນສ່ວນທີ່ເປັນສະເໝືອນບ່ອນເກັບພະລັງງານສຳຮອງຂອງລົດໃຫຍ່ ເຮັດໜ້າທີ່ຈ່າຍໄຟຟ້າໃນການສະຕາດເຄື່ອງຈັກ ລວມເຖິງລະບົບວົງຈອນໄຟຟ້າອື່ນໆ ເຊິ່ງຜູ້ທີ່ໃຊ້ລົດໃຫ້ທຸກຄົນອາດຈະຮູ້ດີວ່າ ໝໍ້ໄຟນັ້ນເປັນອຸປະກອນທີ່ມີອາຍຸການໃຊ້ງານ ເມື່ອເລີ່ມພົບອາການຕ່າງໆເຊັ່ນ: ລົດເລີ່ມຕິດຍາກ, ຕາໄຟລົດຕ່າງໆ ບໍ່ຄ່ອຍແຈ້ງຄືເກົ່າ, ແວ່ນໄຟຟ້າເລື່ອນ ຂຶ້ນ-ລົງ ຊ້າກວ່າປົກກະ ຕິ ແລະ ອື່ນໆ ເຊິ່ງນັ້ນເປັນການສົ່ງສັນຍານເຕືອນເຮົາໃນເບື້ອງຕົ້ນວ່າ ໃກ້ຈະຮອດເວລາປ່ຽນໝໍ້ໄຟໜ່ວຍໃໝ່ແລ້ວ.

ຫວຽດຕ໋ຽນ ແບຣນເສື້ອຜ້າດັງ ສະຫຼອງຄົບຮອບ 15 ປີ ໃນປະເທດລາວ

ຫວຽດຕ໋ຽນ ແບຣນເສື້ອຜ້າຈາກປະເທດຫວຽດນາມ ໄດ້ເປີດໂຕແຄມເປນ 15 ປີ ແຫ່ງຄຸນນະພາບເລື່ອງເສື້ອຜ້າ ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 15 ປີທີ່ໄດ້ຢູ່ຄຽງຂ້າງຄົນລາວເລື່ອງເສື້ອຜ້າ ແລະ ທີ່ຜ່ານມາຫຼາຍຄົນຈະຄຸ້ນເຄີຍກັບແບຣນດັ່ງກ່າວ. ເນື່ອງຈາກ, ຫວຽດຕ໋ຽນມີທັງໝົດ 06 ສາຂາທົ່ວປະເທດ

ພຣະທາດສີໂຄດຕະບອງ

ພຣະທາດ​ສີ​ໂຄດ​ຕະບອງ ພຣະທາດເມືອງເກົ່າ​ ທີ່ຕັ້ງ​ຢູ່ບ້ານ​ ມ່ວງສຸມ, ເມືອງ ທ່າແຂກ, ແຂວງຄຳມ່ວນ ຕາມ​ທາງ​ ເລກທີ 11 ​ໃຕ້, ຫ່າງ​ຈາກ​ຕົວເມືອງ ​ທ່າ​ແຂກ ໄປທາງທິດໃຕ້ປະມານ 6 ກິ​​ໂລ​ແມັດ, ທິດຕາເວັນຕົກຂອງທາດ ຕິດກັບແຄມຝັ່ງແມ່ນ້ຳຂອງ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງ ຂອງອະດີດເມືອງຫຼວງ ທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ.

ສ່ອງເບິ່ງລາຄາດອກໄມ້! ໃນມື້ວັນແຫ່ງຄວາມຮັກ

ເມື່ອຮອດວັນແຫ່ງຄວາມຮັກ 14 ກຸມພາ ຂອງທຸກໆປີ ບັນດາໜຸ່ມສາວ ແລະ ຄົນທີ່ມີຄູ່ແຕ່ງງານໄປແລ້ວຫຼາຍຄູ່ ຫຼາຍຄົນ ກໍກຳລັງກຽມເຊີໄພ້ຄົນຮັກດ້ວຍຂອງຂັວນຕ່າງໆ ແຕ່ຂອງຂັວນທີ່ເປັນຍອດນິຍົມໃນທຸກໆປີ ກໍຄົງບໍ່ພົ້ນດອກໄມ້ໂດຍສະເພາະແມ່ນດອກກຸຫຼາບທີ່ເປັນສື່ກາງແຫ່ງການບອກຮັກໄດ້ດີ.