Articles by

Soukanya InsideLaos

“ວັດປ່າຮວກ” ມໍລະດົກ ຫຼວງພຣະບາງ.

ວັດປ່າຮວກ ຕັ້ງຢູ່ ຕີນພູສີ ບໍລິເວນປ່າໄມ້ຮວກ ຕໍ່ໜ້າຫໍພິພິທະພັນ (ພະລາດຊະວັງເກົ່າ) ເຊິ່ງອາຣາມວັດປ່າຮສກ ໄດ້ສ້າງຂຶ້ນໃນປີ ຄສ 1861 ໃນສະໄໝເຈົ້າແຜ່ນດິນ ຈັນທະເທບ ປະພາຄຸນ, ຢູ່ຝາດ້ານໃນຂອງວັດນີ້ ຍັງມີຮູບແຕ້ມຝາຜະໜັງເລື່ອງ "ທ້າວຊົມພູປັຕິ" ເຊິ່ງເປັນເລື່ອງນິຍາຍຄຳສອນ...

ຫຼວງພະບາງ ໄດ້ 4 ລາງວັນ ມາດຕະຖານການທ່ອງທ່ຽວ ອາຊຽນ 2022.

ງານມະຫາກໍາ ການທ່ອງທ່ຽວອາຊຽນ ປະຈຳປີ 2022 ທີ່ໄດ້ຈັດຂຶ້ນ ລະຫວ່າງວັນທີ 16-22 ມັງກອນ 2022 ທີ່ ແຂວງ ສີຫານຸກ, ປະເທດ ກໍາປູເຈຍ; ໄດ້ມີການຈັດງານ ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ລວມມີ 4 ປະເພດຄື:

ກຽມກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້

ຄະນະສະຖາປັດຕະຍະກຳສາດ (ຄສປ), ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດໂຄງການກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້ ແລະ ໃຫ້ກາຍເປັນສັນຍະລັກຂອງການພັດທະນາ ວິຊາການ ລວມທັງເປັນ ສັນຍະລັກຂອງ ຄວາມສາມັກຄີ.  

“ການກອດ” ໄດ້ທັງຄວາມຮັກ ແລະ ສຸຂະພາບ

ນັກຈິດບຳບັດ ເວີຈີເນຍ ຊາເທຍ ຊາວອາເມຣິກາ ໄດ້ກ່າວໄວ້ວ່າ: “ການກອດກັນ ມື້ລະ 4 ຄັ້ງ ເພື່ອການດຳລົງຊີວິດ, ກອດກັນ ມື້ລະ 8 ຄັ້ງ ເພື່ອການດຳເນີນຊີວິດ ແລະ ກອດກັນ ມື້ລະ 12 ຄັ້ງ ເພື່ອການຈະເລີນເຕີບໃຫຍ່”.

ຣຽວໂກະ ຄົນຮັກແມວລາວ

ຄົນທີ່ຮັກສັດ ເມື່ອເຫັນສັດຖືກທຳຮ້າຍ ຫຼື ເຈັບໄຂ້ໄດ້ປ່ວຍ ກໍມັກຈະເຂົ້າໄປຊ່ວຍເຫຼືອ ເຊັ່ນດຽວກັນກັບ ຣຽວໂກະ ອີວະຕະເກະ (Ryoko Iwatake) ຍິງຄົນ ຍີ່ປຸ່ນໄວ 43 ປີ, ທີ່ມາອາໄສຢູ່ ປະເທດລາວ ໄດ້ປະມານ 10 ປີແລ້ວ ແລະ ກໍເປັນຜູ້ສ້າງກຸ່ມ Temple Cats In Laos ຫຼື ແມວວັດ ໃນ ປະເທດລາວ, ເຂົາເປັນຄົນໜຶ່ງທີ່ມັກລ້ຽງສັດເປັນຊີວິດຈິດໃຈ ໂດຍສະເພາະ ແມ່ນແມວ, ເຊິ່ງສາເຫດຫຼັກໆ ທີ່ເຂົາຕັ້ງກຸ່ມ Temple Cats ຂຶ້ນມາ

“ຖໍ້ານໍ້ານອນ” ຖ້ຳມະຫັດສະຈັນ ຂອງແຂວງ ຄຳມ່ວນ.

ແຂວງ ຄຳມ່ວນ ເປັນແຂວງໜຶ່ງໃນປະເທດລາວ ທີ່ມີຖ້ຳຫຼາຍແຫ່ງ ແລະ ສ່ວນຫຼາຍກໍຈະເປັນຖ້ຳໃຫຍ່ ທີ່ມີນັກທ່ອງທ່ຽວສົນໃຈ ແລະ ຫຼັ່ງໄຫຼກັນໄປທ່ຽວຊົມຄວາມງາມຂອງຖ້ຳເປັນຕົ້ນແມ່ນຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳກອງລໍ, ຖ້ຳພະ, ຖ້ຳນາງແອ່ນ ແລະ ຖ້ຳອື່ນໆ ອີກ. ແຕ່ນອກຈາກຖ້ຳທີ່ກ່າວມານັ້ນ ກໍຍັງມີອີກ ໜຶ່ງຖ້ຳ ທີ່ມີຄວາມມະຫັດສະຈັນ ບໍ່ແພ້ຖ້ຳຕ່າງໆ ນັ້ນກໍຄື "ຖໍ້ານໍ້ານອນ".​

ອຸດົມໄຊ ກຽມລົງສຳຫຼວດ ພູຫຍ້າຄາ, ພູເພີ້ຍ ແລະ ພູວັດປ່າ ເມືອງໄຊ ເປັນແຫຼ່ງທ່ອງທ່ຽວ.

ແຂວງ ອຸດົມໄຊ ເປັນອີກແຂວງໜຶ່ງ ທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ໜ້າສົນໃຈຫຼາຍແຫ່ງ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີ. ຫຼ້າສຸດ ທາງແຂວງກໍໄດ້ກຽມລົງສຳຫຼວດ 3 ສະຖານທີ ຄື ພູຫຍ້າຄາ, ພູເພີ້ຍ ແລະ ພູວັດປ່າ ເປັນສະຖານທີ່ທ່ອງທ່ຽວຂອງແຂວງ.

Meta ພັດທະນາລະບົບ AI ຮອງຮັບການສ້າງ Metaverse. 

ພາຍຫຼັງທີ່ FaceBook ປ່ຽນຊື່ ບໍລິສັດ ມາເປັນ Meta ກໍໄດ້ມີການພັດທະນາລະບົບຂຶ້ນຢູ່ເລື້ອຍ, ຫຼ້າສຸດ Meta ກໍໄດ້ເຜີຍ Inside the Lab ໃນການພັດທະນາລະບົບ AI ເພື່ອຮອງຮັບ Metaverse ເຊິ່ງເປັນໂຄງການໄລຍະຍາວຄັ້ງຍິ່ງໃຫຍ່ທີ່ສຸດ ທີ່ Meta ເຄີຍເຮັດມາ. ດັ່ງນັ້ນ, ການທີ່ຈະດຳເນີນການໄປເຖິງຈຸດນັ້ນໄດ້ ຈະຕ້ອງໄດ້ພັດທະນາ ເກືອບທຸກເຕັກໂນໂລຊີ ທີ່ເຮັດວຽກຮ່ວມກັນ ໃຫ້ມີຄວາມກ້າວໜ້າ.