Articles by

xaysana InsideLaos

ຮູ້ຈັກກັບ “ເມັດພາສຕິກ” ວັດຖຸດິບນ້ອຍໆ ທີ່ສ້າງສິ່ງຂອງໄດ້ຫຼາຍຢ່າງ.

ເມັດພາສຕິກແມ່ນຄ້າຍຄືເມັດໂລໂກ້ນ້ອຍໆທີ່ມີຫຼາຍຫຼາກສີສັນ ໄດ້ຖືກລວມເຂົ້າກັນເປັນສິ່ງຂອງຈໍານວນຫຼາຍທີ່ເຮົາໃຊ້ໃນຊີວິດປະຈໍາວັນ ເມັດພາສຕິກມັນມີລັກສະນະເປັນເມັດນ້ອຍໆ, ວົງມົນ, ຄ້າຍຄືລູກປັດທີ່ມາຈາກທາດປະສົມໄຮໂດຄາບອນ ເຊິ່ງໄດ້ມາຈາກປີໂຕລ້ຽມ ແລະ ແກັສທຳມະຊາດ.

ວິທີລ້າງໄວຣັສ ຈາກໂທລະສັບມືຖື ເຮັດແລ້ວປອດໄພແນ່ນອນ.

ຈາກໂທລະສັບມືຖື ທີ່ຄ້າຍຄືກັບຄອມພິວເຕີທຸກໆມື້ ມັນເປັນເລື່ອງປົກກະຕິທີ່ຈະຖືກໂຈມຕີເປັນປະຈໍາ. ແຕ່ສິ່ງທີ່ພວກເຮົາຕ້ອງຊອກຫາແມ່ນ ຖ້າຕິດເຊື້ອໄວຣັສເຮົາຄວນເຮັດແນວໃດ ມື້ນີ້ເຮົາຈະມາແນະນຳວິທີການງ່າຍໆໃຫ້ປະຕິບັດນໍາກັນ.

ຄົນມັກລະແວງ ສະໝອງເສື່ອມງ່າຍ

ວາລະສານ ແພດປະສາດວິທະຍາສະມາຄົມ ຂອງ ອາເມຣິກາ ເປີດເຜີຍວ່າ: ຄົນທີ່ມັກລະແວງສູງ ຈະເປັນໂຣກສະໝອງເສື່ອມໄດ້ງ່າຍ. ຄົນພວກນີ້ ເປັນຜູ້ທີ່ເຊື່ອວ່າ ພຶດຕິກຳທຸກຢ່າງຂອງມະນຸດ ເກີດຈາກຄວາມເຫັນແກ່ຕົນ, ທຸກຄົນເຮັດທຸກຢ່າງເພື່ອຕົນເອງ ເຫັນແກ່ຕົນເອງ ແລະ ບໍ່ຈິງໃຈ.

“ຄຳໂສກ” ວັນນະຄະດີລາວ ສະໄໝບູຮານ.

ຄຳໂສກ ແມ່ນວັນນະຄະດີລາວປະເພດໜຶ່ງເຊິ່ງກຳເນິດມາແຕ່ສະໄໝບູຮານ ພ້ອມກັບການຊອກຮູ້ ແລະ ດັດແປງທຳມະຊາດມາຮັບໃຊ້ຊີວິດການເປັນຢູ່ຂອງຕົນ. ເມື່ອຈະເວົ້າເຖິງ ຄຳໂສກທີ່ຫຼາຍຄົນຮູ້ຈັກຄຳໂສກປະເພດເວົ້າເຖິງອຸປະກອນໃນການຮັບໃຊ້ປະຈຳວັນເຊັ່ນ: ອຸປະກອນຮັບໃຊ້ໃນການລ່າສັດ, ພາຫະນາ, ທີ່ຢູ່ອາໄສ, ເຮືອນຊານບ້ານຊອງ ແລະ ອື່ນໆ.

ແມ່ບ້ານຕ້ອງລອງ! ນໍາເຈ້ຍທິດຊູ້ປະໄວ້ໃນຕູ້ເຢັນ ຈະຊ່ວຍດັບກິ່ນ.

ເຂົ້າສູ່ຊ່ວງໜ້າຮ້ອນ ອາຫານ, ເຄື່ອງດື່ມ, ຜັກ, ໝາກໄມ້, ອາຫານສົດຫຼືແຫ້ງ ທຸກຢ່າງທີ່ຖືກເກັບໄວ້ໃນຕູ້ເຢັນກໍອາດຈະເລີ່ມມີກິ່ນ ເຊິ່ງອາດຈະເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ຂອງແມ່ບ້ານຫຼາຍໆຄົນ ແຕ່ຮູ້ບໍ່ວ່າເຮົາສາມາດແກ້ໄຂບັນຫາເຫຼົ່ານີ້ດ້ວຍການໃຊ້ ທິດຊູ້.

ລວມເວັບເພງບໍ່ມີລິຂະສິດ! ທີ່ສາມາດນໍາໄປໃຊ້ເຮັດວີດີໂອໄດ້

ໃນຍຸກດິຈິຕອນ ການສ້າງຄອນເທັ້ນໄດ້ກາຍເປັນເລື່ອງທີ່ງ່າຍຂຶ້ນ platforms ຕ່າງໆສະໜັບສະໜູນການເຜີຍແຜ່ຜົນງານໃນຫຼາຍໆຮູບແບບ ແຕ່ສິ່ງໜຶ່ງທີ່ນັກສ້າງສັນຕ້ອງຄຳນຶງເຖິງຄື "ລິຂະສິດເພງ" ການນໍາໃຊ້ເພງທີ່ມີລິຂະສິດໄປເຮັດຄອນເທັ້ນໂດຍບໍ່ໄດ້ຮັບອະນຸຍາດ ອັນນີ້ອາດຈະສົ່ງຜົນທາງກົດໝາຍ ແລະ ຊື່ສຽງ. ເຮົາຈຶ່ງລວມເອົາເວັບໄຊທີ່ສາມາດດາວໂຫຼດເພງທີ່ບໍ່ມີລິຂະສິດມານໍາໃຊ້ ເຊິ່ງເປັນອີກໜຶ່ງທາງເລືອກໃໝ່ສຳລັບຜູ້ສ້າງຄອນເທັ້ນ.

ການລ້ຽງໄກ່ພັນໄຂ່ ສ້າງລາຍຮັບໄດ້ 900 ລ້ານກີບຕໍ່ປີ.

ຄອບຄົວຂອງທ່ານ ໄມ່ ສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະນາທີ່ 3 ເມືອງປາກອູ ແຂວງຫຼວງພະບາງ ແມ່ນອີກຄອບຄົວໜຶ່ງ ທີ່ສູ້ຊົນພັດທະນາຊີວິດຫານເປັນຢູ່ ເຮັດໃຫ້ສະມາຊິກໃນຄອບຄົວມີຊີວິດດີຂຶ້ນ ໂດຍຖືເອົາອາຊີບຫັນມາລ້ຽງສັດປີກເປັນຕົ້ນຕໍ ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 900 ລ້ານກີບຕໍ່ປີ, ເຫັນວ່າຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ.

ປະເທດລາວໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ.

World Happiness Report ໄດ້ມີການລາຍງານປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ປະຈຳປີ 2024 ຈາກ 143 ປະເທດ ແລະ ປະເທດລາວແມ່ນໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ (ສຳລັບອັນດັບໜຶ່ງແມ່ນປະເທດ ຟິນແລນ) ການສຳຫຼວດດັ່ງກ່າວ, ຈະເປັນການສອບຖາມຄວາມຮູ້ສຶກຂອງປະຊາຊົນວ່າມີຄວາມສຸກຫຼາຍ ຫຼື ໜ້ອຍເທົ່າໃດ ລວມໄປເຖິງຂໍ້ມູນທາງເສດຖະກິດ ແລະ ສັງຄົມ ເປັນຕົ້ນແມ່ນ GDP.