Articles by

xaysana InsideLaos

ລວມມາໃຫ້ແລ້ວ! ສະຖານທີ່ທ່ອງທ່ຽວທ້າຍປີ ໃນແຕ່ລະພາກ (ເໜືອ, ກາງ, ໃຕ້)

ສປປ ລາວ ເຕັມໄປດ້ວຍຊັບພະຍາກອນທີ່ອຸດົມສົມບູນ ມີທັງປ່າໄມ້ຂຽວງາມ ສັດປ່ານາໆຊະນິດ ແລະ ນໍ້າຕົກຕາດທີ່ຫຼາກຫຼາຍ ຄຽງຄູ່ໄປກັບເມືອງ ແລະ ໝູ່ບ້ານທີ່ສ່ວນໃຫຍ່ຍັງມີກິ່ນອາຍຂອງອານານິຄົມຝຣັ່ງ, ໂດຍມື້ນີ້ ອິນໄຊລາວ ຈະມາແນະນຳສະຖານທີ່ທ່ອງທ່ຽວ ທີ່ຢາກໃຫ້ທຸກຄົນໄດ້ໄປລອງສຳພັດເບິ່ງ ເພາະນອກຈາກສະຖານທີ່ທ່ອງທ່ຽວທີ່ເປັນທີ່ຮູ້ຈັກແລ້ວ ກໍຍັງມີສະຖານທີ່ທ່ອງທ່ຽວ ທີ່ຍັງບໍ່ເປັນທີ່ຮູ້ຈັກ ຫຼື ເປີດໃໝ່ ເຊິ່ງຈະມີບ່ອນໃດແນ່ໄປເບິ່ງນຳກັນເລີຍ.

ສປປ ລາວ ແຈ້ງຢຸດ! ການກວດໃບຢັ້ງຢືນສັກວັກຊີນ ແລະ ການກວດຫາເຊື້ອໂຄວິດ-19 ກ່ອນເຂົ້າປະເທດ

ນັບຕັ້ງແຕ່ມີມາດຕະການຜ່ອນຜັນ ໃນເດືອນພຶດສະພາ ສຳລັບທຸກຄົນທີ່ເດືນທາງເຂົ້າມາປະເທດລາວ ແມ່ນຈະຕ້ອງມີໃບຢັ້ງຢືນກວດເຊື້ອໂຄວິດ-19 ແບບໄວ ໃນ 48 ຊົ່ວໂມງ, ປັດຈຸບັນ ລັດຖະບານ ໄດ້ປະກາດລົບລ້າງມາດຕະການດັ່ງກ່າວ ແລະ ສາມາດໃຫ້ເດີນທາງໄດ້ແບບປົກກະຕິ ໂດຍບໍ່ຕ້ອງໃຊ້ໃບຢັ້ງຢືນຊັກວັກຊີນ ຫຼື ໃບຢັ້ງຢືນການກວດໂຄວິດ-19 ໃນ 48 ຊົ່ວໂມງ.

ອັບເດດລາຄາ! ໂຮງແຮມໃນລາວ ຊ່ວງປີໃໝ່ສາກົນ

ປີໃໝ່ສາກົນນີ້ ວາງແຜນໄປທ່ຽວໃສແລ້ວບໍ່ ເຮັດວຽກມາໝົດປີ ມີມື້ພັກກໍຕ້ອງໃຊ້ໃຫ້ຄຸ້ມ ເຮົາຈະພາໄປເບິ່ງລາຄາໂຮງແຮມຕາມສະຖານທີ່ທ່ອງທ່ຽວຍອດນິຍົມທີ່ຫຼາຍຄົນພາກັນຄົ້ນຫາ ເພື່ອທີ່ຈະຮູ້ລາຄາ ກ່ອນເອົາໄປວາງແຜນທ່ຽວ ໃນແຕ່ລະບ່ອນນໍາກັນ.

5 ສະຖານທີ່ຖ່າຍຮູບ ຕ້ອນຮັບລົມໜາວວັນຄຣິສມາດ

ໜາວນີ້ ໄປຖ່າຍຮູບຢູ່ໃສດີ? ໃກ້ຮອດວັນຄຣິສມາດແລ້ວ ເຖິງວ່າວັນດັ່ງກ່າວຈະບໍ່ແມ່ນເທດສະການຂອງບ້ານເຮົາ ແຕ່ກໍມີຊາວຕ່າງຊາດທີ່ມາອາໄສຢູ່ລາວ ແລະ ກໍມີຄົນລາວບາງສ່ວນທີ່ຈັດວັນດັ່ງກ່າວເປັນວັນໃນຄອບຄົວເຮັດກິດຈະກຳຮ່ວມກັນ.

ນາຍົກ ເຂົ້າຮ່ວມ! ພິທີມອບ-ຮັບ ສວນນໍ້າພຸຊຽງຍືນ

ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລບະ ຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບ ແລະ ປັບປຸງ ສວນນໍ້າພຸຊຽງຍືນ ໃນວັນທີ 21 ທັນວາ 2022 ທີ່ຜ່ານມາ ແລະ ໄດ້ຟັງປະຫວັດຄວາມເປັນມາໃນແຕ່ລະໄລຍະຂອງການປັບປຸງ ກ່ອນທີ່ຈະມອບໃຫ້ແກ່ລັດຖະບານ.

“ສາມຫຼຽມຄຳ” ກັບຄວາມສຳເລັດໃນ 15 ປີ

ນັບຕັ້ງແຕ່ທີ່ມີການສ້າງຕັ້ງ ສາມຫຼຽມຄຳ ຂຶ້ນມາ ກໍໄດ້ມີການກໍ່ສ້າງພື້ນຖານໂຄງລ່າງຕ່າງໆຢ່າງຮອບດ້ານ ລວມໄປເຖິງສີ່ງອຳນວຍຄວາມສະດວກຕ່າງໆ ຈົນກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ ແລະ ຄວາມສຳເລັດທີ່ສາມຫຼຽມຄຳ ສ້າງຂຶ້ນມາໄດ້ມີຫຍັງແນ່ໄລຍະ 15 ປີ ມື້ນີ້ເຮົາຈະພາໄປເບິ່ງນຳກັນ.

ສາມຫຼຽມຄຳ ຈະຈັດເທດສະການດອກງິ້ວບານ ຄັ້ງໃຫຍ່ໃນຮອບ 3 ປີຫຼັງຖືກເລື່ອນຍ້ອນໂຄວິດ

ເມື່ອຮອດຍາມໜາວວຽນມາ ດອກງິ້ວກໍເລີ່ມເບັ່ງບານ ຊາວເມືອງຕົ້ນເຜິ້ງໄດ້ຈັດສັນດອນທີ່ງົດງາມແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະ ເຮັດໃຫ້ດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ, ປັດຈຸບັນ ໄດ້ມີການກະກຽມງານເທດສະການໃນຮອບ 3 ປີ ຫຼັງຈາກໂຄງວິດລະບາດ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-29 ມັງກອນ 2023 ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ເອັດສຊີຈີ ມອບທຶນການສຶກສາ “SCG Sharing the Dream” ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 11

ເອັດສຊີຈີ ໄດ້ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ແລະ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ຈັດງານມອບທຶນການສຶກສາ ໃນໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 11, ເຊິ່ງໃນປີນີ້ ມີການມອບທຶນໃຫ້ນັກຮຽນຊັ້ນມັດທະຍົມຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ແຂວງ ຄຳມ່ວນ, ແຂວງລະ 110 ທຶນ ແລະ ໄດ້ມອບທຶນການສຶກສາ ໃຫ້ນັກສຶກສາລະດັບມະຫາວິທະຍາໄລ ອີກ 10 ທຶນ, ລວມທັງໝົດ 230 ທຶນ, ເພື່ອເປັນການສະໜັບສະໜູນ ຊາວໜຸ່ມທີ່ເປັນຄົນດີ, ມີຄວາມກະຕັນຍູຮູ້ບຸນຄຸນ, ເອົາໃຈໃສ່ຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນທີ່ຈະສ້າງສັງຄົມທີ່ດີ, ໃຫ້ພວກເຂົາໄດ້​ມີ​ໂອ​ກາດ​ສຶກສາຮ່ຳ​ຮຽນ​ຕໍ່​ ​ແລະ ​ນຳ​ເອົາ​ຄວາມ​ຮູ້​ມາ​ພັດທະນາ​ປະ​ເທດຊາດ ເພື່ອ​ຂັບ​ເຄື່ອນ​ສັງ​ຄົມ​ ໄປສູ່ອະນາຄົດທີ່ຍືນຍົງ. ນອກຈາກນີ້ ຍັງເປັນການຫຼຸດຜ່ອນຄວາມບໍ່ສະເໝີພາບທາງດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ ເອັດສຊີຈີ.