Articles by

xaysana InsideLaos

ນະຄອນຫຼວງວຽງຈັນ ອາກາດຍັງສືບຕໍ່ຮ້ອນ ອຸນຫະພູມຢູ່ລະຫວ່າງ 21-33 ອົງສາ

ມວນອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກ ໜາປົກຫຸ້ມໃນຕອນເຊົ້າ.

ອັດຕາເງິນເຟີ້ຂອງລາວຍັງເພີ່ມສູງຂຶ້ນຕໍ່ເນື່ອງ

ຕາມການລາຍງານຂອງສູນສະຖິຕິ ແຫ່ງຊາດ ໄດ້ໃຫ້ຮູ້ວ່າ ໃນເດືອນຕຸລາ ສປປ ລາວ ມີອັດຕາເງິນເຟີ້ ເພີ່ມຂຶ້ນອີກເປັນ 36.75% ປີຕໍ່ປີ ເຊິ່ງເພີ່ມຈາກເດືອນກ່ອນ 2.5%.

ລົດເມ ຟຣີ! ຈະມີໃຫ້ນໍາໃຊ້ໃນງານບຸນທາດຫຼວງ

ໃນຊ່ວງບຸນນະມັດສະການພຣະທາດຫຼວງວຽງຈັນ ທາງອົງການຊີ້ນໍາໄດ້ ຕົກລົງໃຫ້ບໍລິການລົດເມຟຣີ ເຊິ່ງເອກະພາບກໍານົດເອົາຈຸດຮັບສົ່ງມວນຊົນມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນໃນຂອບເຂດ 5 ຕົວເມືອງຄື: ສີໂຄດຕະບອງ, ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ໄຊທານີ.

ຊົມເຊີຍເຈົ້າໜ້າທີ່! ກັກຕົວເປົ້າໝາຍມົ້ວສຸມເສບຢາ ແລະ ຄ້າຂາຍໄດ້ 10 ຄົນ.

ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ກັກຕົວກຸ່ມເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດໄດ້ຈຳນວນ 10 ຄົນ ເຊິ່ງໃນນັ້ນມີເຍົາວະຊົນ ທີ່ອາຍຸບໍ່ເກີນ 18 ປີ 2 ຄົນ, ພ້ອມຂອງກາງຢາບ້າ 1.233 ເມັດ.

ສັນຍານຂອງຮ່າງກາຍທີ່ບົ່ງບອກໃຫ້ຫຼຸດຄາເຟອີນດ່ວນໆ

ກາເຟ ເປັນເຄື່ອງດື່ມທີ່ເປັນທີ່ນິຍົມ ສຳລັບໄວເຮັດວຽກ, ຄົນເຖົ້າຄົນແກ່ ແລະ ລວມເຖິງໄວລຸ້ນບາງຄົນ ດ້ວຍລົດຊາດທີ່ຫອມເຂັ້ມ ບໍ່ຄືກັບເຄືຶ່ອງດື່ມຊະນິດໃດ ແລະ ຍັງເປັນເຄື່ອງດື່ມເຮັດຊົດຊື່ນມີແຮງໃນການເຮັດວຽກ ດ້ວຍລິດຂອງຄາເຟອີນ. ແຕ່ລິດຂອງຄາເຟອີນ ອາດສົ່ງຜົນເສຍຫຼາຍກວ່າຜົນດີໄດ້ ຫາກເຈົ້າດື່ມກາເຟແລ້ວເກີດອາການຜິດປົກກະຕິຂຶ້ນ. ມື້ນີ້ ແອັດມິນ ຈະພາມາເບິ່ງສັນຍານອັນຕະລາຍ ວ່າເຮົາຕ້ອງຫຼຸດການກິີນກາເຟລົງແບບດ່ວນໆ ເພາະອາດຈະເປັນອັນຕະລາຍໄດ້.

ກຳນົດ 9 ຂໍ້ ການນຳໃຊ້ເສັ້ນທາງ ໃນໄລຍະງານບຸນທາດຫຼວງ

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຕີລາຄາ ສະພາບການເສັ້ນທາງຫຼາຍສາຍ ທີ່ມຸງໜ້າມາສູ່ບໍລິເວນພຣະທາດຫຼວງ ຈະເຮັດໃຫ້ສະພາບການສັນຈອນຕິດຂັດການທ່ຽວທາງໃນຊ່ວງໄລຍະເວລາດັ່ງກ່າວ ອາດພົບຄວາມຫຍຸ້ງຍາກ, ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ກໍານົດເສັ້ນທາງການສັນຈອນລະອຽດດັ່ງນີ້:

ການກຳເນີດ ແລະ ຄວາມສຳຄັນຂອງພິທີ “ແຫ່ຜາສາດເຜິ້ງ”

ຜາສາດ ກໍໝາຍເຖິງ ເຮືອນ, ຫໍ ຫຼື ພະລາຊະວັງ, ໂດຍ ໄດ້ເກີດຂຶ້ນມາກ່ອນສາສະໜາພຸດ ທີ່ປະເທດອິນເດຍ ອັນໄດ້ມີການພົວພັນເຖິງ ຫຼາຍສາສະໜາເຊັ່ນ: ສາສະໜາພາມ, ຮິນດູ ແລະ ສາສະໜາຜີ ທີ່ໄດ້ມີການເຊື່ອຖືກັນວ່າ ເວລາຕາຍໄປແລ້ວ ກໍຕ້ອງໃຫ້ມີຜາສາດ ຫຼື ເຮືອນຫໍ ພໍໄດ້ພັກພາອາໃສຄືຕອນຍັງມີຊີວິດຢູ່ ຈຶ່ງໄດ້ພາກັນນິຍົມກັນສ້າງຜາສາດຂຶ້ນ ແລ້ວແຫ່ໄປຖວາຍ ໃຫ້ພະພິກຂຸສົງເພື່ອອຸທິດເຖິງ ດວງວິນຍານຜູ້ທີ່ລ່ວງລັບໄປແລ້ວນັ້ນ ໃຫ້ມີເຮືອນຢູ່ອາໄສ.

ຊ່ວງຕອນບ່າຍ ຢູ່ນະຄອນຫຼວງວຽງຈັນ ອາກາດຍັງຮ້ອນເຖິງ 31 ອົງສາ.

ສະພາບອາກາດອຸນຫະພູມຍັງສູງ ໂດຍສະເພາະໃນຕົວເມືອງນະຄອນຫຼວງວຽງຈັນ ອຸນຫະພູມຢູ່ໃນລະຫວ່າງ 22-33 ອົງສາ.