ຊົມເຊີຍເຈົ້າໜ້າທີ່! ກັກຕົວເປົ້າໝາຍມົ້ວສຸມເສບຢາ ແລະ ຄ້າຂາຍໄດ້ 10 ຄົນ.

ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ກັກຕົວກຸ່ມເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດໄດ້ຈຳນວນ 10 ຄົນ ເຊິ່ງໃນນັ້ນມີເຍົາວະຊົນ ທີ່ອາຍຸບໍ່ເກີນ 18 ປີ 2 ຄົນ, ພ້ອມຂອງກາງຢາບ້າ 1.233 ເມັດ.

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນແລະຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 28 ຕຸລາ 2022 ເວລາ 13:00 ນາທີ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈຳນວນໜື່ງເຄື່ອນໄຫວ ມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ເຂດບ້ານໂຊກອຳນວຍ ນະຄອນປາກເຊ ແຂວງຈຳປາສັກ ດັ່ງນັ້ນ, ເຈົ້າໜ້າທີ່ຈື່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ດັ່ງກ່າວເຫັນວ່າມີມູນຄວາມຈິງ.

ຈາກນັ້ນ, ຈື່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງມ້າງຄະດີ ສາມາດກັກຕົວເປົ້າໝາຍໄດ້ 10 ຄົນຄື:

ເຊິ່ງຄະດີດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນ ສຳນວນ, ສຳເນົາເອກະສານເພື່ອສົ່ງຟ້ອງ ອົງການໄອຍະການປະຊາຊົນ ແຂວງຈຳປາສັກ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂໍ້ມູນຈາກ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...