ກຳນົດ 9 ຂໍ້ ການນຳໃຊ້ເສັ້ນທາງ ໃນໄລຍະງານບຸນທາດຫຼວງ

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຕີລາຄາ ສະພາບການເສັ້ນທາງຫຼາຍສາຍ ທີ່ມຸງໜ້າມາສູ່ບໍລິເວນພຣະທາດຫຼວງ ຈະເຮັດໃຫ້ສະພາບການສັນຈອນຕິດຂັດການທ່ຽວທາງໃນຊ່ວງໄລຍະເວລາດັ່ງກ່າວ ອາດພົບຄວາມຫຍຸ້ງຍາກ, ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ກໍານົດເສັ້ນທາງການສັນຈອນລະອຽດດັ່ງນີ້:

  1. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປເສັ້ນທາງ 13 ໃຕ້ ມາຮອດ 3 ແຍກຫນອງບຶກໃຫ້ລ້ຽວ – ຊ້າຍໄປຕາມເສັ້ນທາງຫນອງບຶກຮອດໄຟອໍານາດດົງໂດກ ລ້ຽວຊ້າຍໄປຕາມຈຸດປະສົງ.
  2. ສະເພາະລົດບັນທຸກທີ່ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງຈະໄປຂົວມິດຕະພາບໃຫ້ ໃຊ້ເສັ້ນທາງຫນອງບຶກດົງໂດກ ຊອດໃສ່ເສັ້ນທາງ 450 ປີ ໄປຫາຂົວມິດຕະພາບ.
  3. ລົດບັນທຸກທີ່ມາແຕ່ຂົວມິດຕະພາບ ມີຈຸດປະສົງໄປເສັ້ນ ທາງ 13 ໃຕ້ ໃຫ້ໃຊ້ເສັ້ນທາງ 450 ປີ ມາທາງ 4 ແຍກໄຟ – ອໍານາດດົງໂດກ ໃຫ້ລ້ຽວຂວາໄປທາງດອນໜູນ ແລ້ວໄປຕາມຈຸດປະສົງ.
  4. ລົດບັນທຸກ ທີ່ມາແຕ່ເສັ້ນທາງ 13 ໃຕ້ ມີຈຸດປະສົງໄປຂົວມິດພາບ ໃຫ້ລ້ຽວຊ້າຍຊອດໃສ່ເສັ້ນທາງ 450 ປີ ແລ້ວລ້ຽວຊ້າຍໄປຂົວມິດຕະພາບ.
  5. ພາຫະນະທີ່ມາແຕ່ເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ຫຼື ເສັ້ນທາງດອນຫນູນ, ເສັ້ນທາງໄກສອນ, ຖ້າບໍ່ມີ ຈຸດປະສົງມາທ່ຽວງານບຸນ, ມາຮອດໄຟອໍານາດໜອງໜ່ຽງໃຫ້ລ້ຽວຊ້າຍໄປເສັ້ນທາງບ້ານໜອງໜ່ຽງ ໄປທາງບ້ານວັງຊາຍ ໄປຕາມຈຸດປະສົງ ຫຼື ລ້ຽວຂວາອອກໄປເສັ້ນທາງໂຮງໝໍ 150 ຕຽງ ແລ້ວໄປຕາມຈຸດປະສົງ.
  6. ກໍລະນີການສັນຈອນມີຄວາມສັບສົນ ເຈົ້າຫນ້າທີ່ ຈະໄດ້ແຍກລົດຢູ່ຈຸດໄຟອໍານາດດົງໂດກ ແລະ ຈຸດໄຟອໍານາດໜອງໜ່ຽງ ໃຫ້ລ້ຽວຂວາໄປໃຊ້ເສັ້ນທາງດົງໂດກ-ໜອງບຶກ ອອກໃສ່ປະຕູໂຂງມະຫາວິທະຍາໄລແຫ່ງຊາດ ແລ້ວລ້ຽວຊ້າຍ ໄປຕາມເສັ້ນທາງດົງໂດກ-ໂພນຕ້ອງ ຫຼື ຮອດໄຟອໍານາດຕານມີໄຟໃຫ້ລ້ຽວຊ້າຍໄປຕາມເສັ້ນທາງຕານມີອອກໄປທາງວັດດອນແດງ ແລ້ວໄປຕາມຈຸດປະສົງ.
  7. ພາຫະນະທີ່ມາແຕ່ເສັ້ນຫນອງໄຮ, ໂພນທັນ, ເສັ້ນທາງຂົວມິດຕະພາບ ມີຈຸດປະສົງໃຊ້ເສັ້ນທາງກໍາແພງເມືອງ ໄປທາງໄຟອໍານາດທາດຫຼວງ ແລ້ວລ້ຽວຂວາ ຊອດໃສ່ບ້ານໂນນຄໍ້ ແລະ ໄປຕາມຈຸດປະສົງ ( ຂໍ້ທີ 7 ແມ່ນໃຊ້ສະເພາະງານບຸນພຣະທາດຫຼວງ ແລະ ມື້ໃສ່ບາດ).
  8. ລົດເມ, ລົດໂດຍສານ, ລົດ 6 ລໍ້ຂຶ້ນໄປທີ່ມາຈາກເສັ້ນທາງທ່າເດືອ ເມືອງຫາດຊາຍຟອງ ທີ່ມີຈຸດປະສົງມາທ່ຽວງານບຸນແມ່ນອະນຸຍາດໃຫ້ຈອດຕາມທາງຊອຍບ້ານສະພັງໝໍ້ ແລະ ໂພນສີນວນ.
  9. ພາຫະນະມາແຕ່ຊໍາເຄ້, ນາຄວາຍ, ດົງຄໍາຊ້າງ ແລະ ຊຽງດາ ໃຫ້ຈອດຢູ່ເຂດຕະຫຼາດຫົວຂົວ.

ຂໍ້ມູນຈາກ: ຄວາມສະຫງົບ

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.