Articles by

xaysana InsideLaos

ກະຊວງແຈ້ງສາເຫດ! ທີ່ປັບລາຄານໍ້າມັນຂຶ້ນສູງ ເພື່ອຮັບປະກັນການສະໜອງນໍ້າມັນພາຍໃນບໍ່ໃຫ້ຂາດ.

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກມາຊີ້ແຈງສາເຫດທີ່ມີການປັບຂຶ້ນລາຄານໍ້າມັນເຊື້ອໄຟຂາຍຍ່ອຍທົ່ວປະເທດ ເພາະວ່າໃນລະຫວ່າງວັນທີ 5-12 ຕຸລາ 2022 ລາຄານ້ຳມັນດິບ ແລະ ນ້ຳມັນສໍາເລັດຮູບໃນຕະຫລາດໂລກ ມີອັດຕາສະເລ່ຍສູງຂຶ້ນ.

ອາກາດໜາວ! ຍັງປົກຄຸມແຕ່ພາກເໜືອ ລົງຫາ ພາກກາງຂອງປະເທດ

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ງານວາງສະແດງສິລະປະຮ່ວມສະໄໝ XZY ເພື່ອຍົກສູງ ແລະ ສົ່ງເສີມສິນລະປິນລາວ

ງານວາງສະແດງສິລະປະ The XYZ Contemporary Art Exhibition 2022 ຫຼື ເປັນຊື່ພາສາລາວຄື ການວາງສະແດງສິລະປະເດິເອັກວາຍແຊັດ ສຳລັບງານວາງສະແດງສິລະປະໄດ້ສຸມໃສ່ ສິນລະປີນທີ່ນອນຢູ່ໃນ 4 ຂະແໜງການຄື: ຂະແໜງການແຕ້ມຮູບ, ຂະແໜງການຖ່າຍຮູບ, ຂະແໜງການແຜ່ນຜ້າ ແລະຂະແໜງສິລະປະແຫ່ງການຕິດຕັ້ງ, ເຊິ່ງໃນປີນີ້ໄດ້ຮັບການສະໜັບສະໜູນຈາກທາງ Luxemburg Aid & Development ຮ່ວມມືກັບຫ້າງ Parkson ແລະ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ, ການຈັດງານຄັ້ງນີ້ ກໍເພື່ອສົ່ງເສີມສິນລະປີນລາວ.

2 ຍັກໃຫຍ່ໃນໂລກເທັກໂນໂລຢີ ຈະເປີດໃຫ້ຊໍາລະຄ່າບໍລິການ Cloud ດ້ວຍເງິນດິຈິຕອນ.

Google ໄດ້ປະກາດໃນງານ Cloud Next Conference ວ່າ: ໃນປີໜ້າ 2023 ກຳລັງຈະເລີ່ມຮັບຊຳລະຄ່າບໍລິການ Cloud ດ້ວຍສະກຸນເງິນດິຈິຕອລ ຫຼື Cryptocurrency ເຊິ່ງຈະຮ່ວມມືກັບ Coinbase ແພັດຟອມຊື້ຂາຍ ສະກຸນເງິນດິຈິຕອລ ຊັ້ນນຳຂອງໂລກ.

ກຽມຮັບມື! ພາຍຸດີເປຼ່ຊັ່ນ ຈະເຮັດໃຫ້ຝົນຕົກໜັກ ໃນລະຫວ່າງ ວັນທີ 14-15 ຕຸລາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ: ພາຍຸດີເປຼ່ຊັ່ນຢູ່ເຂດທະເລຈີນໃຕ້ຕອນກາງ, ກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ, ຈະສືບຕໍ່ມີກໍາລັງແຮງເພີ່ມຂື້ນ ກາຍເປັນພາຍຸໝຸນເຂດຮ້ອນໃນໄລຍະຕອນທ່ຽງວັນທີ 14 ຕຸລາ 2022 ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະພາກໃຕ້.

ມາຮູ້ຈັກກັບ! ຈິນຕະນາ ຄິດາພອນ ຕົວແທນໃຫ້ສາວລາວແຂ່ງຂັນ Miss Earth 2022 ຢູ່ຟີລິບປິນ

ນາງ ຈິນຕະນາ ຄິດາພອນ ສູງ 168 ຊັງຕີແມັດ ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວ ເສັ້ນທາງສາຍການແຂ່ງຂັນໃນເວທີຜ່ານມາ ເຄີຍແຂ່ງຂັນ Miss world 2018, Lao supermodel 2019 ພ້ອມນີ້ຍັງຜ່ານເວທີເດີນແບບ ຖ່າຍແບບ ມາແລ້ວຫຼາຍເວທີ.

ເປີດນຳໃຊ້ທົດລອງລະບົບສູນ CCC ແລະ ເບີໂທສຸກເສີນ 1195

ພິທີໄຂນຳໃຊ້ທົດລອງລະບົບຂອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫຼວງວຽງຈັນ (CCC) ແລະ ກອງປະຊຸມລາຍງານກ່ຽວກັບວຽກງານ ຂອງໂຄງການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດ ເຫດຕາມທ້ອງຖະໜົນ ໂດຍການພັດທະນາການບໍລິການສຸກເສີນ ແລະ ມາດຕະຖານຄວາມປອດໄພຕາມທ້ອງຖະໜົນ (ໂຄງການ SAFER) ຈັດຂຶ້ນວັນທີ 11 ຕຸລາ 2022 ທີ່ໂຮງໝໍມິດຕະພາບ ເປັນກຽດເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ສອນໄຊ ຣາດຊະວົງ ອຳນວຍການໂຮງໝໍມິດຕະພາບ ແລະ ຂະແໜງການກ່ຽວຂ້ອງ.

2 ແຫຼ່ງທ່ອງທ່ຽວ ແຂວງຈຳປາສັກ ໄດ້ຖືກມອບໃຫ້ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ເຂົ້າໄປພັດທະນາ

ອົງການປົກຄອງແຂວງຈຳປາສັກ ມອບ-ຮັບແຫຼ່ງທ່ອງທ່ຽວ ອຸທິຍານນ້ຳຕົກຕາດຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດສົມພະມິດ (ຫຼີຜີ) ໃຫ້ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ເຂົ້າໄປພັດທະນາ ບໍວ່າຈະເປັນເລື່ອງຂອງການກໍ່ສ້າງ-ປັບປຸງສິ່ງນວຍຄວາມສະດວກ ທັກສະໃນການບໍລິການ.