ກະຊວງແຈ້ງສາເຫດ! ທີ່ປັບລາຄານໍ້າມັນຂຶ້ນສູງ ເພື່ອຮັບປະກັນການສະໜອງນໍ້າມັນພາຍໃນບໍ່ໃຫ້ຂາດ.

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກມາຊີ້ແຈງສາເຫດທີ່ມີການປັບຂຶ້ນລາຄານໍ້າມັນເຊື້ອໄຟຂາຍຍ່ອຍທົ່ວປະເທດ ເພາະວ່າໃນລະຫວ່າງວັນທີ 5-12 ຕຸລາ 2022 ລາຄານ້ຳມັນດິບ ແລະ ນ້ຳມັນສໍາເລັດຮູບໃນຕະຫລາດໂລກ ມີອັດຕາສະເລ່ຍສູງຂຶ້ນ.

ສະເລ່ຍລາຄານ້ຳມັນດິບໃນຕະຫລາດ Brent ແມ່ນ 94,7 ໂດລາ/ບາເລນ (ເພີ້ມຂຶ້ນ 5,2 ໂດລາ/ບາເລນ), WTI ແມ່ນ 89,4 ໂດລາ/ບາເລນ (ເພີ່ມຂຶ້ນ 6,8 ໂດລາ/ບາເລນ), Dubai ແມ່ນ 93,6 ໂດລາ/ບາເລນ, ສະເລ່ຍລາຄາ ມັນສຳເລັດຮູບ ແອັດຊັງພິເສດແມ່ນ 95,6 ໂດລາ/ບາເລນ (ເພີ່ມຂຶ້ນ 3,5 ໂດລາ/ບາເລນ), ແອັດຊັງທຳມະດາ 92,6 ໂດລາ/ ມາເລນ (ເພີ່ມຂຶ້ນ 4 ໂດລາ/ບາເລນ), ແລະ ກາຊວນ 139,9 ໂດລາ/ບາເລນ (ເພີ່ມຂຶ້ນ 16,7 ໂດລາ/ບາເລນ) ເຊິ່ງນີ້ແມ່ນການສົມທຽບໃສ່ ໄລຍະຜ່ານມາ 28 ກັນຍາ-4 ຕຸລາ 2022.

ດ້ວຍເຫດນັ້ນເອງ ເຮັດໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ ປັບລາຄານ້ຳມັນເຊື້ອໄຟຂຶ້ນ ເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟພາຍໃນ ແລະ ບໍ່ໃຫ້ນໍ້າມັນເຊື້ອໄຟຂາດຄືດັ່ງໃນໄລຍະຜ່ານມາ.

ຕາມແຈ້ງການສະບັບເລກທີ 1411/ອຄ, ລົງວັນທີ 13 ຕຸລາ 2022, ໂດຍໃນການປັບລາຄາ ຄັ້ງນີ້ກໍ່ໄດ້ຄຳນຶງເຖິງຜົນກະທົບຕໍ່ພໍ່ແມ່ພີ່ນ້ອງປະຊາຊົນເປັນຫລັກ, ຊຶ່ງລັດຖະບານກໍ່ໄດ້ດັດສົມລາຄານ້ຳມັນເຊື້ອໄຟໄວ້ບໍ່ໃຫ້ມີ ລາຄາສູງຈົນເກີນໄປ ໂດຍການຫຼຸດ/ບໍ່ເກັບອາກອນຊົມໃຊ້, ອັດຕາການເກັບຄັງແຮນໍ້າມັນເຊື້ອໄຟ ແລະ ນະໂຍບາຍອື່ນໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...