Articles by

xaysana InsideLaos

ໝວດອາຫານ ແລະ ເຄື່ອງດື່ມ ເປັນໝວດທີ່ສົ່ງຜົນກະທົບຫຼາຍທີ່ສຸດ ໃນການເຮັດໃຫ້ເງິນເຟີ້ໃນລາວສູງ

ອັດຕາເງິນເຟີ້ໃນ ເດືອນສິງຫາ 2022 ທຽບ ປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30,01% ສະພາບລາຄາສິນຄ້າ ແລະ ບໍລິການ ເດືອນສິງຫາ 2022 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 4,2% (ເດືອນກໍລະກົດ 2022 ແມ່ນ 2,9%) ມີລະອຽດດັ່ງນີ້:

ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ມີຜູ້ເຂົ້າຮ່ວມຝຶກອົບຮົມເຖິງ 800 ກວ່າຄົນ.

ສະຫຼຸບການຈັດຕັັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ (ໄລຍະທ້າຍໂຄງການ) ໂດຍເປັນປະທານກ່າວເປີດ ຂອງ ທ່ານ ລີປ່າວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີບັນດາ ທາ່ນຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລີກາ ປະຈໍາລາວ (USAID), ບັນດາຄະນະຊີ້ນຳໂຄງການຂັັ້ນສູນກາງ, ຂັັ້ນແຂວງ ແລະ ນະຄອນຫຼວງ ພ້ອມຄະນະວິຊາການ ເຂົ້າຮວ່ມ.

ຜູ້ບໍລິຫານ Google ຢືນຢັນ Android 14 ຮອງຮັບການສື່ສານຜ່ານດາວທຽມ

Hiroahi Lockheimer ຜູ້ບໍລິຫານລະດັບສູງທີ່ຮັບຜິດຊອບລະບົບ Android, Chrome ແລະ Chrome OS ແລະ ຍັງເປັນໜຶ່ງໃນສະມາຊິກຮຸ້ນກໍ່ຕັ້ງຂອງທີມ Android ໄດ້ຢືນຢັນວ່າ ໃນອະນາຄົດ ລະບົບປະຕິບັດການ Android 14 ທີ່ກຳລັງຈະມາໃນເດືອນ ສິງຫາ ປີ 2023 ຈະຮອງຮັບການສື່ສານຜ່ານດາວທຽມແນ່ນອນ.

ອັດຕາເງິນເຟີ້ ສປປ ລາວ ໃນເດືອນ ສິງຫາ ເພີ່ມຢູ່ທີ່ 30,01%

ອີງຕາມຂໍ້ມູນສູນສະຖິຕິແຫ່ງຊາດ ໄດ້ຊີ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ໃນ ເດືອນສິງຫາ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30,01%. ເນື່ອງຈາກດັດຊະນີລາຄາເກືອບທຸກໝວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທັງທຽບເດືອນຕໍ່ເດືອນ ແລະ ປີຕໍ່ປີ ໂດຍສະເພາະແມ່ນ: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ທຽບປີຕໍ່ປີ ແມ່ນສູງເຖິງ 30,2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນໍ້າມັນພືດ, ໝາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ.

ກວດເບິ່ງດ່ວນ! ໄຟຟ້ານະຄອນຫຼວງ ແຈ້ງມອດໄຟ ໃນວັນທີ 7-9 ກັນຍາ ກະທົບຫຼາຍບ້ານ.

ສາຂາໄຟຟ້ານະຄອນຫຼວງ 1 ໄດ້ແຈ້ງວ່າ ໃນວັນທີ 07 ກັນຍາ 2022, ເລີ່ມຕັ້ງແຕ່ເວລາ 08:30-16:00ໂມງ (07 ຊົ່ວໂມງ 30 ນາທີ ) ຈະໄດ້ມີການມອດໄຟ ລະບົບຕາຂ່າຍ 22kV ສາຍແຈກ MSS 1.6, ເພື່ອບຳລຸງຮັກສາລະບົບຕາຂ່າຍ 22-0,4 kV ແລະ ຕັດຕົ້ນໄມ້ອອກຈາກແລວສາຍຕາຂ່າຍດັ່ງກ່າວ, ມອດເລີ້ມແຕ່ສະຖານີໂສກປ່າຫຼວງ ຫາ RCS ເບີ 10004 ໜ້າສະມາຄົມລາວ-ວຽດນາມ ບ້ານທົ່ງພານທອງ ແລະ LBS 10042 ໜ້າ ສະໜາມກ໋ອບ ບ້ານດອນນົກຂຸ້ມ, ເຊີ່ງຈະສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນບໍລິເວນດັ່ງລຸ່ມນີ້:

ອົດສະຕຣາລີ ມອບເຄື່ອງຟອກໝາກໄຂ່ຫຼັງ 4 ເຄື່ອງມູນຄ່າ 1 ຕື້ກີບ ໃຫ້ກັບ ສປປ ລາວ.

ລັດຖະບານອົດສະຕຣາລີ ໄດ້ມອບເຄື່ອງຟອກໝາກໄຂ່ຫຼັງ ໃຫ້ ສປປ ລາວ ເຊິ່ງມີເຄື່ອງຟອກໝາກໄຂ່ຫຼັງທັງໝົດຈຳນວນ 4 ໜ່ວຍ, ມຸນຄ່າ 1 ຕື້ກີບ ເຊິ່ງໄດ້ຮັບຈາກ ລັດຖະບານອົດສະຕຣາລີ ເພື່ອທີ່ຈະສາມາດຮັກສາຄົນເຈັບຈາກພະຍາດ ໝາກໄຂ່ຫຼັງ ແລະ ເບົາຫວານ ໄດ້ຫຼາຍພັນຄົນ.

ແຂວງ ໄຊຍະບູລີ ເມືອງປາກລາຍ ກຽມຈັດບຸນຊ່ວງເຮືອ 10-11 ຕຸລາ 2022 ນີ້.

ຮອງເຈົ້າເມືອງປາກລາຍ, ຄະນະຮັບຜິດຊອບຈັດງານບຸນອອກພັນສາປະວໍລະນາ (ບຸນຊ່ວງເຮືອ) ປະຈຳປີ ພສ 2565 ຂັ້ນເມືອງ ໄດ້ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 10-11 ຕຸລາ 2022 ນີ້, ອົງການປົກຄອງ ເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນເທດສະບານ ເມືອງປາກລາຍ ຈະໄດ້ຈັດງານບຸນອອກພັນສາປະວໍລະນາ (ບຸນຊ່ວງເຮືອ) ປະຈຳປີ ພສ 2565 ຢຸ່ທ່າເຮືອໃຫຍ່ຂອງເມືອງປາກລາຍ.

ປີ 2022 ຈະໄດ້ມີການຈັດການແຂ່ງຂັນບານເຕະລາວລີກ 2 ໃນແຕ່ລະແຂວງເປັນຄັ້ງທໍາອິດ.

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດປະຈໍາປີ 2022 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 4 ກັນຍາ 2022 ທີ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຜູ້ຕາງໜ້າຈາກສະຫະພັນບານເຕະແຕ່ລະແຂວງ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.