ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ມີຜູ້ເຂົ້າຮ່ວມຝຶກອົບຮົມເຖິງ 800 ກວ່າຄົນ.

ສະຫຼຸບການຈັດຕັັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ (ໄລຍະທ້າຍໂຄງການ) ໂດຍເປັນປະທານກ່າວເປີດ ຂອງ ທ່ານ ລີປ່າວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີບັນດາ ທາ່ນຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລີກາ ປະຈໍາລາວ (USAID), ບັນດາຄະນະຊີ້ນຳໂຄງການຂັັ້ນສູນກາງ, ຂັັ້ນແຂວງ ແລະ ນະຄອນຫຼວງ ພ້ອມຄະນະວິຊາການ ເຂົ້າຮວ່ມ.

ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ແມ່ນການຮ່ວມມືລະຫວ່າງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທີ່ຕາງໜ້າໃຫ້ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດ ແລະ ອົງການວິນຣອກສາກົນ, ເຊິ່ງໂຄງການນີ້ ເປັນສ່ວນໜຶ່ງທີ່ສໍາຄັນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III ນັບແຕ່ປີ 2021 – 2025 ທີ່ລັດຖະບານໄດ້ຮັບຮອງໃນປີ 2021 ຜ່ານມາ, ໂດຍສະເພາະແມ່ນທິດທາງແຜນການຂອງຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດໃນປີ 2022 ທີ່ມີເປົ້າໝາຍໃຫ້ການຊ່ວຍເຫຼືອຜູ້ທີ່ມີຄວາມສ່ຽງ, ຜູ້ດ້ອຍໂອກາດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

ການສ້າງຄວາມອາດສາມາດໃຫ້ແກ່ຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກຂັ້ນເມືອງ ແລະ ຄະນະຕາໜ່າງປົກປ້ອງເດັກຂັ້ນບ້ານ ຢູ່ແຂວງເປົ້າໝາຍຂອງໂຄງການດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 818 ຄົນ (ຍິງ 225 ຄົນ) ແລະ ໃຫ້ການສະໜັບສະໜູນກຸ່ມເປົ້າໝາຍເຂົ້າຝຶກອົບຮົມວິຊາຊີບ ແລະ ຝຶກສ້າງອາຊີບ ທັງໝົດ 261 ຄົນ (ຍິງ 143 ຄົນ)

ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...